ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານໂອບາມາ ວ່າ ການ​ຕົກລົງ ​ເລື່ອງ​ນິວ​ເຄລຍ ກັບ​ອີຣ່ານ ມີ​ທາງ ​“​ເປັນ​ໄປ​ໄດ້”


ປະທານາທິບໍດີ ບາຣັກ ໂອບາມາ ຖະແຫລງຂ່າວ ຕໍ່ພວກນັກຂ່າວປະຈຳທຳນຽບຂາວ ໃນຫ້ອງຖະແຫລງຂ່າວ Brady ຂອງທຳນຽບຂາວ ຢູ່ທີ່ນະຄອນຫລວງ ວໍຊິງຕັນ, ວັນທີ 19 ທັນວາ 2014.
ປະທານາທິບໍດີ ບາຣັກ ໂອບາມາ ຖະແຫລງຂ່າວ ຕໍ່ພວກນັກຂ່າວປະຈຳທຳນຽບຂາວ ໃນຫ້ອງຖະແຫລງຂ່າວ Brady ຂອງທຳນຽບຂາວ ຢູ່ທີ່ນະຄອນຫລວງ ວໍຊິງຕັນ, ວັນທີ 19 ທັນວາ 2014.

ປະທານາທິບໍດີ​ສະຫະລັດ ທ່ານ Barack Obama ກ່າວ​ວ່າ
ການ​ຕົກລົງ​ເລື່ອງ​ນິວ​ເຄລຍກັບ​ອີຣ່ານ ມີ​ທາງ ​“​ເປັນ​ໄປ​ໄດ້”
ແລະ​ກໍ​ຈະ​ເປັນ​ບາດກ້າວ ​ທີ່​ຈຳ​ເປັນ​ອັນ​ທຳ​ອິດ ​ໃນ​ການ​ພົວພັນ
​ທາງ​ການ​ທູດ ​ໃນ​ວົງ​ກ້ວາງ​ຂຶ້ນ ລະຫວ່າງ​ປະ​ເທດ​ທັງ​ສອງ.

ທ່ານ​ໂອ​ບາ​ມາ​ກ່າວ ​ໃນ​ການ​ໃຫ້​ສຳ​ພາດກັບ​ວິທະຍຸສາທາລະນະ
​ແຫ່ງ​ຊາດ ຫລື NPR ວ່າ ທ່ານ​ຈະ​ຮູ້​ສຶກມີ​ຄວາມ​ຫວັງ ກ່ຽວ​ກັບ
​ການ​ທຳ​ງານ​ເພື່ອປັບປຸງ​ສາຍ​ພົວພັນ​ທີ່​ດີ​ຂຶ້ນ ​ກັບ​ອິຣ່ານນັ້ນ
ຖ້າ​ແມ່ນຢູ່​ໃນ​ສະພາບ​ການ​ທີ່ວ່າ ອີຣ່ານມີ​ໂຄງການ​ນິວ​ເຄລຍ
ທີ່​ພິສູດ​ໄດ້ ມີ​ເສດຖະກິດ​ທີ່​ຂະຫຍາຍ​ໂຕ​ໄດ້ ​ໂດຍ​ບໍ່​ຖືກ​ຂັດຂວາງ
ຈາ​ກການ​ລົງ​ໂທດ ​ແລະ “​ເຂົ້າ​ຮ່ວມ​ປະກອບ​ສ່ວນ​ຄືນ​ໃໝ່ ​ໃນ​ປະ​ຊາ​ຄົມນາໆ​ຊາດ.”

ວິທະຍຸ NPR ​ໄດ້​ເອົາ​ບົດ​ສຳພາດ​ຂອງ​ປະທານາທິບໍດີ​ໂອ​ບາ​ມາ​ ອອກ​ເຜີຍ​ແຜ່​ທາງ​
ເວັບ​ໄຊ​ຂອງ​ຕົນ ​ໃນ​ເຊົ້າ​ວັນ​ຈັນ​ມື້​ນີ້.

ທ່າ​ນ​ໂອບ​າມາ​ກ່າວ​ອີກ​ວ່າ ອີຣ່ານມີ​ໂອກາດ​ທີ່​ຈະ​ເອົາ​ໂຕ​ອອກ​ມາ​ຈາກ​ການ​ຖືກໂດດດ່ຽວ​ ​ແລະ​ແກ້​ໄຂ​ບັນຫາ​ນິວ​ເຄລຍນັ້ນ ​ແລະ​ວ່າ​ພວກ​ເຈົ້າ​ໜ້າ​ທີ່​ອີຣ່ານຄວນ​ຈະ​ສວາຍ​ເອົາ​ໂອກາດ​ອັນ​ນີ້. ​

ເມື່ອ​ຖືກ​ຖາມ​ວ່າ ສະຫະລັດ​ຈະ​ໄຂ​ສະຖານທູດ ຢູ່​ນະຄອນຫລວງ​ເຕຫະຣ່ານ ຫລືບໍ່ ຫລັງ​
ຈາກ​ທີ່​ໄດ້​ເຄື່ອນ​ໄຫວ​ໄປ​ສູ່​ສາຍ​ພົວພັນ ​ທີ່​ໃກ້ຊິດ​ຍິ່ງ​ຂຶ້ນ​ກັບ​ຄິວ​ບາ ​ໃນ​ເດືອນ​ນີ້ ປະທານາ
ທິບໍດີ​ໂອ​ບາ​ມາ​ຕອບ​ວ່າ ທ່າ​ນຈະ​ບໍ່​ເວົ້າ​ຄຳ​ວ່າ “ບໍ່​ມີ​ວັນ​ຈັກ​ເທື່ອ” ​ແຕ່​ທ່ານ​ກໍ​ເຕືອນ​ວ່າ ສິ່ງ​
ຕ່າງໆ​ແມ່ນຈະ​ຕ້ອງ​ເປັນ​ໄປ ເທື່ອ​ລະ​ບາດກ້າວ.

ວີດີໂອ: ການເຈລະຈາເລື່ອງນິວເຄລຍກັບອິຣ່ານ ຈະດຳເນີນຕໍ່ໄປ ໃນປີ 2015:

Tough Iran Talks to Resume in 2015
please wait

No media source currently available

0:00 0:03:06 0:00

XS
SM
MD
LG