ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ໂອບາມາ ກ່າວວ່າ ຂໍ້ຕົກລົງກັບອີຣ່ານ ເປັນ “ໂອກາດຄັ້ງດຽວໃນຊີວິດ”


ປະທານາທິບໍດີ ໂອບາມາ
ປະທານາທິບໍດີ ໂອບາມາ

ທ່ານ​ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ສະຫະລັດ ກ່າວ​ວ່າ ຂໍ້
​ຕົກລົງ​ກ່ຽວ​ກັບ​ໂຄງ​ຮ່າງ​ຂອງ​ຂໍ້​ຕົກລົງ​ບັ້ນ​ສຸດ​ທ້າຍ ເພື່ອຍັບ​ຍັ້ງ​
ໂຄງການ​ນີວ​ເຄລຍຂອງ​ອີຣ່ານ ເພື່ອ​ແລກປ່ຽນ​ກັບ​ການ​ຍົກ
​ເລີກ​ການ​ລົງ​ໂທດ​ນັ້ນ ​ແມ່ນ​ “ເປັນ​ການ​ຕໍ່​ລອງ​ທີ່​ດີ​ທີ່​ສຸດ​ແລ້ວ”
​ເພື່ອ​ປ້ອງ​ກັນບໍ່​ໃຫ້​ອີຣ່ານມີ​ອາວຸດ​ນີວ​ເຄລຍນັ້ນ.

​ໃນ​ການ​ໃຫ້​ສຳພາດກັບ​ໜັງສືພິມ New York Times ທີ່ນຳ​
ອອກ​ເຜີຍ​ແຜ່ ໃນ​ວັນ​ອາທິດ​ວານ​ນີ້ ທ່ານ​ໂອ​ບາ​ມາ​ກ່າວ​ວ່າ
ການ​ສືບ​ຕໍ່​ລົງ​ໂທດ ອີຣ່ານຕໍ່​ໄປ​ເລື້ອຍໆ​ນັ້ນ ​ແມ່ນຈະເຮັດ​ໃຫ້​
ໂລກ​ບໍ່​ຮູ້​ຫຍັງ​ຄັກ​ແນ່​ເລີຍ​ ກ່ຽວ​ກັບ​ໂຄງການ​ນີວເຄລຍຂອງ​ອີ
ຣ່ານ ​ແລະ​ວ່າ ການ​ໂຈມ​ຕີ​ທາງ​ທະຫານ​ຈະເຮັດ​ໃຫ້​ອີຣ່ານ ​ໄດ້
​ຮັບຄວາມເສຍ​ຫາຍພຽງ​ຊົ່ວຄາວ​ເທົ່າ​ນັ້ນ ​ແລະເກືອບ​ຈະ​ເປັນ​ການ​ແນ່ນອນວ່າ
”ນັ້ນ​ຈະກະ​ຕຸ້ນ​ໃຫ້​ອີຣ່ານ​ເລັ່ງລັດ​ໄປ​ສູ່​ການຜະລິດລະ​ເບີດ​ນີວ​ເຄລຍ ​ໄວ​ຂຶ້ນ​ອີກ.”

Global Chatter Continues on Iran Nuclear Accord
please wait

No media source currently available

0:00 0:02:47 0:00

​ໃນ​ການ​ປາກົ​ດ​ໂຕ​ໃນ​ວັນ​ອາທິດ​ວານ​ນີ້ ​ໃນ​ລາຍການ Meet the Press ຂອງ​ຕາໜ່າງ​ໂທລະພາບ NBC ທ່ານ Benjamin Netanyahu ນາຍົກລັດຖະມົນຕີອິສຣາ​ແອ​ລ ສືບຕໍ່
​ສະ​ແດງ​ການ​ຄັດຄ້ານ​ຢ່າງ​ແຂງ​ແຮງຂອງ​ທ່ານ ​ຕໍ່​ຂໍ້​ຕົກລົງ​ທີ່​ໄດ້​ບັນລຸ​ກັນ​ກັບ​ອີຣ່ານ​ໃນ​ສັບປະດາແລ້ວນີ້ ​ໂດຍ​ກ່າວ​ວ່າ ມັນ​ເຮັດ​ໃຫ້​ອີຣ່ານ “ມີ​ພື້ນຖານໂຄງ​ລ່າງ​ດ້ານ​ນີວ​ເຄລຍ
ອັນ​ໃຫຍ່​ຫຼວງ” ທີ່​ຈະ​ຍັງ​ຜົນ​ໃຫ້​ອີຣ່ານຜະລິດ​ອາວຸດ​ນີວ​ເຄລຍ​ໄດ້ ໃນ​ຂັ້ນ​ຕໍ່​ໄປ​.

Iran Nuclear
please wait
Embed

No media source currently available

0:00 0:01:15 0:00

XS
SM
MD
LG