ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Obama ຕິຕຽນອິຣ່ານ ທີ່ປາບປາມພວກປະທ້ວງ


ພວກປະທ້ວງທີ່ລຸກຮືຂຶ້ນທີ່ຕໍ່ຕ້ານລັດຖະບານໃນ ອິຣ່ານ
ພວກປະທ້ວງທີ່ລຸກຮືຂຶ້ນທີ່ຕໍ່ຕ້ານລັດຖະບານໃນ ອິຣ່ານ

ປະທານາທິບໍດີສະຫະລັດ ທ່ານ Barak Obama
ໄດ້ຕໍາໜິຕິຕຽນ ອິຣ່ານໃນການປາບປາມພວກປະທ້ວງ
ຕໍ່ຕ້ານລັດຖະບານທີ່ໄດ້ຮັບແຮງດົນບັນດານໃຈຈາກການ
ປະທ້ວງລຸກຮືຂຶ້ນຂອງປະຊາຊົນໃນອີຢິບນັ້ນແລະຮຽກ
ຮ້ອງໃຫ້ພວກລັດຖະບານໃນທົ່ວພາກຕະເວັນອອກກາງ
ເອົາໃຈໃສ່ຕໍ່ຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ
ທີ່ປາດຖະໜາຢາກໃຫ້ມີການປ່ຽນແປງນັ້ນ.

ໃນການຖະແຫລງຂ່າວທີ່ທໍານຽບຂາວໃນວັນອັງຄານວານ
ນີ້ ທ່ານ Obama ກ່າວວ່າທ່ານເຫັນວ່າເປັນເລື່ອງໜ້າ
ຢາກຫົວ ທີ່ອຳນາດການປົກຄອງຂອງອີຣ່ານທຳທ່າວ່າ
ສະເຫຼີມສະຫຼອງການລຸກຮືຂຶນຢູ່ອີຈິບນັ້ນ.

ທ່ານກ່າວວ່າ ເຈົ້າໜ້າທີ່ໃນອີຣ່ານໄດ້ກະທໍາໃນທາງກົງກັນຂ້າມກັບເຫດການທີ່ເກີດຂຶ້ນ
ຢູ່ອີຢິບ ໂດຍໄດ້ຍິງແລະທຸບຕີພວກຜູ້ຄົນທີ່ພະຍາຍາມສະແດງອອກເຖິງຄວາມຄິດ
ແລະຄວາມຮຽກຮ້ອງຕ້ອງການຂອງພວກເຂົາເຈົ້າຢ່າງສັນຕິວິທີນັ້ນ.


ໃນການໃຫ້ຄວາມຄິດຄວາມເຫັນທີ່ກ້ວາງຂວາງທີ່ສຸດຂອງທ່ານ Obama ກ່ຽວກັບການ ລຸກຮືຂຶ້ນໃນທົ່ວພາກຕະເວັນອອກກາງແລະອາຟຣິກາເຫນືອນັ້ນ ທ່ານ Obama ໃຫ້ຂໍ້
ສັງເກດໃນອັນທີ່ທ່ານເອີ້ນວ່າພວກຄົນຮຸ່ນໜຸ່ມນ້ອຍທີ່ຂະຫຍັນຂັນແຂງກະທໍາລົງໄປ ກໍເພື່ອຢາກເຫັນການເປີດໂອກາດທີ່ດີກວ່າທີ່ເປັນຢູ່ໃນເວລານີ້.

ທ່ານ Obama ກ່າວວ່າພວກຜູ້ນໍາໃນຂົງເຂດຈໍາເປັນທີ່ຈະຕ້ອງໄດ້ທຳການປ່ຽນແປງ
ລ່ວງໜ້າ, ແຕ່ທ່ານກໍເຕືອນວ່າ ສະຫະລັດບໍ່ສາມາດບົງການວ່າແມ່ນຫຍັງຈະເກີດຂຶ້ນ
ໃນສັງຄົມພວກນີ້. ທ່ານຍັງກ່າວອີກວ່າລັດຖະບານຂອງທ່ານຈະເປັນແຮງໃຈໃຫ້ການ
ສະໜັບສະໜຸນແກ່ພວກທີ່ຊອກສະແຫວງຫາຊ່ອງທາງໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນນັ້ນ.


XS
SM
MD
LG