ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ເຊີນ ສະມາຊິກ ສະພາຕໍ່າ ພັກ Republican ໄປໂອ້ລົມ (ວີດີໂອ)


ປະທານາທິບໍດີ ບາຣັກ ໂອບາມາ
ປະທານາທິບໍດີ ບາຣັກ ໂອບາມາ
ປະທານາທິບໍດີ ບາຣັກໂອ​ບາ​ມາ ​ໄດ້​ເຊື້ອ​ເຊີນ​ພວກ​ສະມາ
ຊິກ​ສະພາ​ຕໍ່າ​ສັງກັດ​ພັກ Republican ທັງ​ໝົດ 232ທ່ານ ​
ໄປ​ຍັງ​ທຳນຽບຂາວ ​ໃນ​ວັນພະຫັດ​ມື້​ນີ້ ​ເພື່ອ​ທຳ​ການ​ໂອ້​ລົມ​
ສົນທະນາ​ກັນ​ກ່ຽວກັບ​ການຍຸດຕິການ​ອັດ​ການ​ປະຕິບັດ​ງານ​
ຂອງ​ລັດຖະບານລົງ​ແລະເລື້ອງ​ການ​ເພີ້ມ​ເພດານ​ໜີ້​ສິນ​ຂອງ
ປະ​ເທດ​ໃຫ້​ສູງ​ຂຶ້ນ.

​ແຕ່​ທ່ານ Jay Carney ​ໂຄສົກ​ປະຈຳ​ທຳນຽບຂາວ​ກ່າວ​ວ່າ
ປະທານາທິບໍດີ​ຜິດ​ຫວັງທີ່ທ່ານ John Boehner ປະທານ
ສະພາ​ຕໍ່າ​ ຈະ​ສົ່ງ​ພວກ​ສະມາຊິກ​ສະພາ​ສັງກັດ​ພັກ Republican ພຽງ​ແຕ່ 18 ທ່ານ​ເທົ່າ​ນັ້ນ ​ໄປ​ຮ່ວມ​ການ​ໂອ້​ລົມ​ສົນທະນາ​ ​ແລະ​ເປັນ​ພວກ​ທີ່ມີ​ຕຳ​ແໜ່​ງນຳພາ​ຂອງ​ພັກ​ເທົ່າ​ນັ້ນ.

ປະທານາທິບໍດີ​ໄດ້​ພົບ​ກັບ​ພວກ​ສະມາຊິກ​ສັງກັດ​ພັກ​ເດ​ໂມ​ແກຣັດ ໃນ​ວັນ​ພຸດ​ວານ​ນີ້​ເພື່ອ​ທຳ​ການ​ໂອ້​ລົມ​ກັນ​ເລື້ອງ​ຍຸດ​ທະ​ສາດ​.

ທຸກ​ຝ່າຍ​ກ່າວ​ວ່າ ມັນ​ສຳຄັນ​ທີ່​ຄວນຈະ​ມີ​ການ​ໂອ້​ລົມ​ກັນ ​ແລະ​ທ່ານ Carney ກ່າວ​ວ່າ ປະທາ ນາທິບໍດີ​ເຊື່ອ​ວ່າ ພວກ​ສະມາຊິກ​ສະພາ​ຕໍ່າ​ສັງກັດ​ພັກ Republican ຈະ​ດຳ​ເນີນການ​ໃນ​ສິ່ງ​ທີ່​ຖືກຕ້ອງ ​ແລະ​ຮັບ​ຜ່ານ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການເພີ້ມ​ເພດານ​ໜີ້​ສິນຂອງ​ປະ​ເທດ ​ແລະ​ໄຂ​ການ​ປະຕິບັດ​ງານ​ຂອງ​ລັດຖະບານ​ຄືນ.

ທ່ານ ​ໂອ​ບາ​ມາກ່​າວວ່າ ຄວາມ​ລົ້ມ​ແຫຼວ ທີ່​ບໍ່​ຍອມ​ອະນຸຍາດ​ໃຫ້​ອາ​ເມ​ຣິກາ​ກູ້​ຢືມ​ເງິນ​ມາຊຳລະ​ໜີ້​ສິນ​ຂອງ​ຕົນ ຈະ​ເປັນຄວາມ​ຫາຍຍະນະ​ສຳລັບ​ເສດຖະກິດ​ຂອງ​ໂລກ.

​ແຕ່​ທ່ານ Boehner ຮຽກຮ້ອງ​ໃຫ້​ມີ​ການ​ເຈລະຈາ​ກັນ​ເລື້ອງ​ການ​ຕັດ​ລາຍ​ຈ່າຍ​ລົງ​ ​ແລະ​ເລື່ອງ ໂຄງການ​ຮັກສາ​ສຸຂະພາບ​ຂອງ​ປະທານາທິບໍດີ​ນັ້ນ ກ່ອນ​ຈະ​ໃຫ້​ມີ​ການ​ລົງມະຕິ​
ກັນ​ໃນ​ສະພາຕໍ່າ​.

ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ທ່ານ​ຈະ​ບໍ່​ທຳ​ການ​ເຈລະຈາ​ໃດໆ ພາຍ​ໃຕ້​ການ​ຂົ່ມຂູ່.

ເບິ່ງວີດີໂອ ກ່ຽວຂ້ອງ:

Government Shutdown Fueled by Texas Voters
please wait

No media source currently available

0:00 0:03:08 0:00
ລິງໂດຍກົງ
XS
SM
MD
LG