ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ໂອບາມາ ກ່າວວ່າ ປະຊາຄົມນາໆຊາດ ຈະຕ້ອງ​​ຮັບມື ກັບການລະບາດ ຂອງເຊື້ອ ອີໂບລາ (ວີດີໂອ)


ພວກພະນັກງານຮັກສາສຸຂພາບ ພາກັນອ້ອມໂຕ ຄົນເຈັບຕິດ
ເຊື້ອອີໂບລາຄົນນຶ່ງ ທີ່ຫລົບໜີ ຈາກຫ້ອງກັກກັນພະຍາດ ຈາກໂຮງໝໍ Elwa ທີ່ນະຄອນມອນໂຣເວຍ ວັນທີ 1 ກັນຍາ 2014.
ພວກພະນັກງານຮັກສາສຸຂພາບ ພາກັນອ້ອມໂຕ ຄົນເຈັບຕິດ ເຊື້ອອີໂບລາຄົນນຶ່ງ ທີ່ຫລົບໜີ ຈາກຫ້ອງກັກກັນພະຍາດ ຈາກໂຮງໝໍ Elwa ທີ່ນະຄອນມອນໂຣເວຍ ວັນທີ 1 ກັນຍາ 2014.

ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ​ແຫ່ງ​ສະຫະລັດ​ກ່າວ​ວ່າ ປະຊາ​
ຄົມນາໆ​ຊາດ​ຈະ​ຕ້ອງ​ຕອບ​ໂຕ້​ຕໍ່​ວິ​ກິດ​ການ​ເຊື້ອໂຣກອີ​ໂບລາ ​ໃນ
​ອາ​ຟຣິກາຕາເວັນ​ຕົກ ບ່ອນ​ທ່ານ​ກ່າວ​ວ່າ ການ​ຂາດ​ໂຄງ​ລ່າງ​ພື້ນ
ຖານ​ໃນ​ດ້ານ​ສາທາລະນະ​ສຸກ ​ໄດ້​ພາ​ໃຫ້​ເກີດ​ການລະບາດ​ຂອງ​
ເຊື້ອ​ໂຣກດັ່ງກ່າວທີ່ເປັນ”ບັນຫາ​ຄວບ​ຄຸມ​ໄດ້​ນັ້ນ”.

ທ່ານ​ໂອ​ບາ​ມາ ກ່າວ​ຕໍ່​ຕາໜ່າງຂ່າວ NBC ວ່າ ຕ້ອງການ​ຄວາມ
​ຊ່ອຍ​ເຫຼືອ​ດ້ານທະຫານ​ຂອງ​ສະຫະລັດ ​ເພື່ອ​ຈັດ​ຕັ້ງພວກ​ຫ້ອງ​
ໂດດດ່ຽວຂຶ້ນສຳລັບ​ພວກຕິດ​ເຊື້ອ​ໂຣກດັ່ງກ່າວພ້ອມ​ທັງເຄື່ອງ
ອຸບປະກອນ ​ແລະ​ເພື່ອ​ອຳນວຍ​ຄວາມ​ປອດ​ໄພ​ໃຫ້​ແກ່​ພວກ​ພະ
ນັກງານ​ຮັກສາ​ສຸຂະພາບ​ນາໆຊາດ.

Liberia Struggles to Find, Isolate Suspected Ebola Cases
please wait

No media source currently available

0:00 0:03:34 0:00

ທ່ານ​ໂອ​ບາ​ມາ ກ່າວ​ຕື່ມ​ວ່າ ທ່ານ​ເຊື່ອ​ວ່າ ສະຫະລັດ​ຈະ​ຕ້ອງ​ຮັບ​ມື​ກັບ​ການລະບາດ​ຂອງ​ເຊື້ອ​ໄວຣັສອີ​ໂບລາ ​ໃນ​ຖານະ​ເປັນບູລິ​ມະ​ສິດ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ.

ການລະບາດ​ຂອງ​ເຊື້ອ​ໄວຣັສອີ​ໂບລາ ​ໄດ້​ສັງ​ຫານ​ຜູ້​ຄົນ​ໄປ​ແລ້ວ​ຫຼາຍ​ກວ່າ 2 ພັນ​ຄົນ ຊຶ່ງ​ສ່ວນ​ຫຼາຍ​ແມ່ນ​ຢູ່​ໃນ​ປະ​ເທດ​ກີ​ນີ ​ໄລ​ເບ​ເຣຍ ​ແລະ Sierra Leone.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະພາບ​ອາ​ຟຣິກາ ​ໄດ້​ຮຽກ​ກອງ​ປະຊຸມ​ສຸກ​ເສີນ​ຂຶ້ນ​ໃນ​ວັນ​ຈັນ​ມື້​ນີ້
​ໃນ​ນະຄອນ Addis Ababa ​ເພື່ອ​ປຶກສາ​ຫາລືກັນຫາ​ຫາທາງ​ຕອບ​ໂຕ້ ຮວມທັງ​ຜົນ​ກະ
ທົບ​ຕ່າງໆ​ຂອງ​ການ​ອັດ​ຊາຍ​ແດນ ​ແລະ​ງົດ​ຖ້ຽວ​ບິນ​ໄປ​ຍັງ​ພວກ​ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ກະ
ທົບ​ຈາກ​ການລະບາດ​ຂອງເຊື້ອ​ໂຣກດັ່ງກ່າວ.

ທ່ານ Nkosazana Dlamini-Zuma ປະທານ​ສະຫະພາບ​ອາ​ຟຣິກາ ​ໄດ້​ກ່າວ​ເນັ້ນ​ເຖິງ​ຄວາມ​ຈຳ​ເປັນ​ສຳລັບ​ການ​ສຶກສາ​ດ້ານ​ສາທາລະນະ​ສຸກ ​ແລະ​ຄວາມ​ພະຍາຍາມ​ຕ່າງໆ​ທີ່
​ບໍ່​ເຮັດ​ໃຫ້ “ມີ​ການ​ປະນາມ ​ແລະ​ການ​ໂດດດ່ຽວ​ເພີ້​ມຂຶ້ນ​ອີກ”.

ebola8september14
please wait
Embed

No media source currently available

0:00 0:02:23 0:00

XS
SM
MD
LG