ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໘ ມີນາ ໒໐໒໕

ປ. ໂອບາມາ ແລະນາຍົກ ອິນເດຍ ໃຫ້ຄຳໝັ້ນສັນຍາ ຈະຂະຫຍາຍ ການຮ່ວມມື


ປະທານາທິບໍດີ ສະຫະລັດ ທ່ານ Barack Obama ​ແລະ ນາຍົກລັດຖະມົນຕີ ອິນ​ເດຍ ທ່ານ Narendra Modi ກ່າວ​ວ່າ ພວກທ່ານ​ ໄດ້ເຫັນ​ດີ​ເຫັນພ້ອມນຳ ກັນທີ່ຈະ “ລົງ​ເລິກ” ​ແລະ​ “ເສີມຂະຫຍາຍ” ການເປັນພາຄີຂອງປະເທດທັງ 2 ຂອງ
ພວກທ່ານໃນຂົງເຂດວຽກງານດ້ານ​ການ​ຄ້າ ຄວາມປອດ​ໄພ
ວິທະຍາສາດ ​ແລະ​ເທັກ​ໂນ​ໂລ​ຈີ.

ໃນການຖະແຫຼງ ຫລັງ​ຈາກ​ການສົນທະນາຫາລືທີ່ ​ທຳນຽບຂາວ
​ໃນ​ວັນ​ອັງຄານ​ວານ​ນີ້ ປະທານາທິບໍດີ Obama ກ່າວ​ວ່າ ທ່ານ ​
ແລະ​ທ່ານ Modi ​ເຫັນ​ດີ​ນຳ ກັນວ່າ ​ເປົ້າ​ໝາຍ​ທຳ​ອິດກໍຄື​ການ​ປັບ
ປຸງ​ການ​ສຶກສາ ​ແລະ​ເຝິກ​ອົບຮົມດ້ານ​ວຽກ​ງານ​ຢູ່​ໃນ​ທັງ​ສອງ​ປະ
ເທດ. ທ່ານກ່າວ​ວ່າ ທ່ານ Modi ​ໄດ້ໂອ້ລົມກັບ​ທ່ານ​ເຖິງ ວິໄສທັດຂອງ​ທ່ານ ​ທີ່ຢາກໃຫ້
ຊາວອິນເດຍມີ​ຊີ​ວິດ​ດີ​ຂື້ນ ຈາກອັນ​ທີ່ປະທານາທິ ບໍດີ Obama ບັນ​ລະ​ຍາຍ​ວ່າ ມີຊາວ​
ອິນ​ເດຍເປັນຈຳນວນຫຼວງຫຼາຍຍັງ “ຕິດ​ຢູ່​ໃນ​ຄວາມທຸກ​ຈົນ” ນັ້ນ.

ນາຍົກລັດຖະມົນຕີ Modi ກ່າວ​ວ່າ ທ່ານ​ມີຄວາມ​ “ໝັ້ນ​ໃຈ” ທີ່ອິນ​ເດ​ຍຈະ​ເຫັນ​ເສດຖະ
ກິດ​ເຕີບ​ໂຕ​ຢ່າງ​ວອງ​ໄວ ​ແລະ​ປ່ຽນແປງ ​ແລະການເປັນພາຄີທາງດ້ານ ເສດຖະກິດ ລະ
ຫວ່າງສະຫະລັດກັບອິນ​ເດຍ ຍັງ​ຈະ​ເຕີບ​ໂຕ​ຢ່າງ​ວອງ​ໄວ​ໃນຊຸມ​ປີ​ຕໍ່​ໜ້ານີ້.

India's PM Continues First US Visit
please wait

No media source currently available

0:00 0:03:18 0:00

XS
SM
MD
LG