ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. ໂອບາມາ ພົບປະກັບ ສັນຕະປາປາ Francis ແລະ​ພວກ​ຜູ້​ນຳ ອີ​ຕາ​ລີ (ວີດີໂອ)


ukraine27mar14
please wait
Embed

No media source currently available

0:00 0:00:44 0:00

ເບິ່ງວີດີໂອ ເລື້ອງນີ້.

ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ​ແຫ່ງ​ສະຫະລັດ ​ເວລາ​
ນີ້​ກຳລັງ​ຢູ່​ທີ່​ນະຄອນ Vatican ​ເພື່ອ​ທຳ​ການ​ໂອ້​ລົມ​ສົນ
ທະນາ​ກັນ​ກັບ​ສັນ​ຕະປາປາ Francis ທີ່​ມີ​ຂຶ້ນ ໃນ​ລະຫວ່າງ
​ການ​ຢ້ຽມຢາມ​ຢູ​ໂຣບຂອງ​ທ່ານ ທີ່​ເຫັນ​ວ່າ ​ຜູ້ນຳ​ຂອງ​ສະ
ຫະລັດສ່ວນໃຫຍ່ແລ້ວແມ່ນພວມເພ່ງ​ເລັງ​ ໃສ່ບັນຫາ​ຂັດ
​ແຍ້​ງລະຫວ່າງ​ຢູ​ເຄຣນ​ແລະ ຣັດ​ເຊຍ.

ນີ້​ເປັນການ​ພົບ​ປະ​ເທື່ອ​ທຳ​ອິດຂອງ​ປະທານາທິບໍດີ ​ໂອ​ບາ
​ມາ ກັບ​ສັນຕະປາປາ Francis. ທ່ານ​ໂອ​ບາ​ມາ​ແລະ​ສະຕີ​
ໝາຍ​ເລກ​ນຶ່ງ Michelle Obama ​ເຄີຍ​ພົບ​ປະ​ກັບ​ສັນຕະ
ປາປາ Benedict ມາ​ກ່ອນ ທີ່​ນະຄອນ Vatican ​ໃນ​ເດືອນ
​ກໍລະກົດ ປີ 2009.

ທຳນຽບຂາວ​ກ່າວ​ວ່າ ທ່ານ​ໂອ​ບາ​ມາ ກຳລັງ​ຕື່ນ​ເຕັ້ນ​ແລະ​ດີ​ໃຈ ໃນ​ການ​ພົບ​ປະ​ສົນ
ທະນາ​ກັນ​ກັບ​ສັນ​ຕະປະ​ປາ Francisຊຶ່ງ​ບັນດາ​ຜູ້ນຳ​ທັງ​ສອງ “ມີ​ຄວາມ​ໝັ້ນ​
ໝາຍ​ແບບ​ດຽວ​ກັນ”
ໃນ​ການ​ຕໍ່ສູ້​ເພື່ອ “ຄວາມ​ບໍ່​ສະ​ເໝີ​ພາບ​ກັນ​ທີ່​ກຳລັງ​
ເພີ້​ມຂຶ້ນນັ້ນ.”


ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ແລະບັນດາເຈົ້າໜ້າທີ່ຂັ້ນ
ສູງຄົນອື່ນໆ ກຳລັງຕິດຕາມທ່ານໂອບາມາ ທີ່ນະຄອນ Vatican.

ໃນຂະນະທີ່ພັກຢູ່ອີຕາລີນັ້ນ ປະທານາທິບໍດີສະຫະລັດ ຈະທຳການພົບປະເຊັ່ນກັນ
ກັບບັນດາຜູ້ນຳອີຕາລີ ແລະການຍຶດເອົາເຂດໄຄຣເມຍຂອງຣັດເຊຍຈາກຢູເຄຣນ
ນັ້ນ ເບິ່ງຄືວ່າຈະເປັນຫົວຂໍ້ສຳຄັນໃນການພົບປະຫາລືກັນ.

ວີດີໂອ: ທ່ານໂອບາມາ ເຕືອນຣັດເຊຍ: ຢ່າຢຽບຢ່ຳ ຢູເຄຣນ:
CN- Obama to Russia: Do Not Trample on Ukraine
please wait

No media source currently available

0:00 0:02:05 0:00


ທ່ານໂອບາມາ ໄດ້ພົບປະກັບບັນດາເຈົ້າໜ້າທີ່ກຸ່ມເນໂຕ້ ແລະສະຫະພາບຢູໂຣບ
ທີ່ກຸງ Brussels ໃນວັນພຸດວານນີ້ ແລະກ່າວວ່າ ຝ່າຍຕາເວັນຕົກບໍ່ມີ ແຜນການທີ່
ຈະໃຊ້ ກຳລັງຕໍ່ຕ້ານຣັດເຊຍໃນເຂດໄຄຣເມຍນັ້ນ.

ແຕ່ປະທານາທິບໍດີໂອບາມາກ່າວວ່າ ພຽງແຕ່ເປັນຍ້ອນຣັດເຊຍມີປະຫວັດສາດ ອັນເລິກເຊິ່ງກັບຢູເຄຣນມານັ້ນ ບໍ່ໄດ້ໝາຍຄວາມວ່າ ຣັດເຊຍຄວນຈະບົງການ ອະນາຄົດຂອງຢູເຄຣນ ແລະປະຕິບັດການຢ່າງໂຫດຫ້ຽມຕໍ່ປະເທດເພື່ອນ
ບ້ານ ຂອງຕົນ.

ທ່ານໂອມາບາຍັງກ່າວເຊັ່ນກັນວ່າ ພາກສ່ວນພະລັງງານຂອງຣັດເຊຍສາມາດ ເປັນເປົ້າໝາຍຕໍ່ໄປຂອງສະຫະລັດ ແລະການລົງໂທດຂອງຢູໂຣບ. ທ່ານກ່າວ
ວ່າ ສິ່ງທີ່ເກີດຂຶ້ນໃນໄຄຣເມຍ ເນັ້ນໜັກເຖິງຄວາມຕ້ອງການຂອງຢູໂຣບ ເພື່ອ ຫາແຫລ່ງພະລັງງານອື່ນໆ ນອກຈາກແກັສທຳມະຊາດຂອງຣັດເຊຍນັ້ນ.

ວີດີໂອ: ບັນຫາລະຫວ່າງຣັດເຊຍກັບຢູເຄຣນ ພາໃຫ້ມີຄວາມເປັນຫ່ວງເລື້ອງ
ການຂາດເຂີນພະລັງງານ ຢູ່ຢູໂຣບ:

Russia-Ukraine Standoff Prompts Energy Fears in Europe
please wait

No media source currently available

0:00 0:02:47 0:00
ລິງໂດຍກົງ
XS
SM
MD
LG