ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ກັບ ຟີລິບປິນ ລົງນາມ ໃນ​ສົນ​ທິສັນຍາ ​ຄວາມ​ໝັ້ນຄົງ​ ລະຍະ 10 ປີ ຄັ້ງໃໝ່ (​ສະ​ໄລ​ດ໌/ວີດີໂອ)


ປະທານາທິບໍ​ດີ Barack Obama ແລະ ປະທານາທິບໍ​ດີ​ Benigno Aquino.
ປະທານາທິບໍ​ດີ Barack Obama ແລະ ປະທານາທິບໍ​ດີ​ Benigno Aquino.
ປະທານາທິບໍ​ດີ Barack Obama ​ເດີນ​ທາງ​ເຖິງ​ປະ​ເທດ ຟີ​ລິບປິ​ນ
​ຊຶ່ງ​ເປັນບ່ອນ​ຢຸດ​ແວ່​ສຸດ​ທ້າຍ​ຂອງ​ການ​ເດີນ​ທາງ​ຢ້ຽມຢາມ 4
ປະ​ເທດ​ໃນ​ຂົງ​ເຂດ​ເອ​ເຊຍ.

ເມື່ອ​ບໍ່ພໍ​ເທົ່າ​ໃດ​ຊົ່ວ​ໂມງ​ກ່ອນ​ທີ່​ທ່ານ Obama ​ຈະເດີນທາງ​
ມາ​ຮອດ ​ໃນ​ຕອນ​ບ່າຍມື້ນີ້ ເອກ​ອັກຄະລັ​ດຖະທູດ​ສະຫະລັດ
ປະຈຳ​ຟີ​ລິບປິ​ນ ທ່ານ Philip Goldberg ພ້ອມ​ກັບ ລັດຖະມົນຕີ​
ປ້ອງ​ກັນ​ປະເທດຟີ​ລິປິ​ນ ທ່ານ Voltaire Gazman ​ໄດ້​ລົງນາມ​
ໃນສົນ​ທິສັນຍາ​ຄວາມ​ໝັ້ນຄົງ​ລະຍະ 10 ປີ ຄັ້ງໃໝ່ ທີ່​ຈະ​ອະນຸຍາດ
ໃຫ້​ສະຫະລັດເພີ້​ມກຳລັງ​ປ້ອງ​ກັນຄວາມ​ໝັ້ນຄົງຂຶ້ນຕື່ມ​ໃນໝູ່​ເກາະ
​ເຫຼົ່ານັ້ນ. ສັນຍາ​ດັ່ງກ່າວ​ຈັດຕັ້ງ​ແຜນ​ແບບ​ສຳ​ລັບ​ການ​ໝູນວຽນ
ກຳລັງ​ທະຫານ​ແລະ​ອຸປະ​ກອນ​ຕ່າງໆ​ ​ເຊັ່ນ​ເຮືອ​ລົບ​ແລະ ​ເຮືອ​ບິນ​ອາຍ​ພົ່ນ ​
ເຂົ້າ​ໃນ​ຄ້າຍ​ທະຫານ​ຂອງ​ຟີ​ລິບປິ​ນທົ່ວ​ໄປ.
Philippines Obama
please wait
Embed

No media source currently available

0:00 0:01:00 0:00

ຢູ່​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງຂ່າວ​ທີ່​ມີ ປະທານາທິບໍ​ດີ​ຟີ​ລິບປິ​ນ ທ່ານ Benigno Aquino​ ເຂົ້າຮ່ວມ ທ່ານ Obama ​ໄດ້ກ່າວ​ວ່າ ທ່ານ​ຢາກ​ໃຫ້​ຮັບ​ຮູ້​ຢ່າງ​ຈະ​ແຈ້ງວ່າ​ສະຫະລັດ​
ບໍ່​ມີ​ຈຸດປະສົງ​ທີ່​ຢາກເອົາ​ຄ້າຍ​ເກົ່າ​ຄືນ ຫຼືສ້າງຄ້າຍໃໝ່​ພາຍ​ໃຕ້​ຂໍ້​ຕົກລົງເສີມຂະ
ຫຍາຍ​ການ​ຮ່ວມ​ມື​ດ້ານປ້ອງ​ກັນ​ຊາດນີ້. ທ່ານ​ກ່າວຕື່ມ​ວ່າ​ຈຸດປະສົງ​ຂອງຂໍ້​ຕົກລົງ​ແມ່ນເພື່ອ​ຊ່ວຍ​ໃນ​ການ​ຝຶກ​ຊ້ອມ​ ແລະ​ເສີມ​ສ້າງການ​ຮ່​ວມມື ຊຶ່ງບໍ່​ພຽງ​ແຕ່​ເປັນ​ການ​ປ້ອງ​ກັນ​ປະ​ເທດ​ເທົ່າ​ນັ້ນ ​ແຕ່​ເປັນ​ການ​ຕຽມ​ພ້ອມ​ເວລາເກີດໄພ​ຫາຍະນະທາງ​ທຳ​ມະ​ຊາດອີກ​ດ້ວຍ.

ປະທານາທິບໍ​ດີ​ Aquino ກ່າວ​ວ່າ ຂ້າພະ​ເຈົ້າຄິດ​ວ່າ​ຈີນ​ບໍ່​ຄວນ​ກັງວົນ​ ໃນ​ການ​ເພີ້​ມກຳ​ລັງ​ທະຫານ​ຂອງ​ສະຫະ​ລັດ​ໃນ​ຂົງ​ເຂດ​ນີ້. ທ່ານ​ກ່າວ​ຕື່ມ​ວ່າ​ປະ​ເທດ​ຟີ​ລິບປິ​ນບໍ່ເປັນ​ໄພຂົ່ມ​ຂູ່​ປະ​ເທດ​ອື່ນໆ​ ໃນ​ຂົງ​ເຂດ​ນີ້.
OBAMA ASIA CNPK
please wait
Embed

No media source currently available

0:00 0:03:44 0:00
XS
SM
MD
LG