ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ໂອບາມາ ຈັດກອງປະຊຸມ ບໍ່ເປັນທາງ ການກັບບັນດາ ຜູ້ນຳຊາວໜຸ່ມ


ປະທານາທິບໍດີິ ສະຫະລັດ ທ່ານ ບາຣັກ ໂອບາມາ ກ່າວໃນກອງປະຊຸມບໍ່ເປັນທາງການ ກັບບັນດາຜູ້ນຳ
ຊາວໜຸ່ມໃນນະຄອນຫຼວງ ລີມາ, ເປຣູ. 19 ພະຈິກ, 2016.
ປະທານາທິບໍດີິ ສະຫະລັດ ທ່ານ ບາຣັກ ໂອບາມາ ກ່າວໃນກອງປະຊຸມບໍ່ເປັນທາງການ ກັບບັນດາຜູ້ນຳ ຊາວໜຸ່ມໃນນະຄອນຫຼວງ ລີມາ, ເປຣູ. 19 ພະຈິກ, 2016.

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ມີຂໍ້ຄວາມສຳລັບພວກຜູ້ນຳໄວໜຸ່ມ 1,000 ຄົນຈາກທົ່ວພາກພື້ນອາເມຣິກາໃຕ້ ແລະ ຄາຣິບຽນ ກ່ຽວກັບ ປະທານາທິບໍດີທີ່ຖືກ ເລືອກໃໝ່ທ່ານ Donald Trump ໃນວັນເສົາວານນີວ່າ “ຢ່າສັນນິຖານໄປໃນສິ່ງທີ່ຮ້າຍ ທີ່ສຸດ.”

ໃນການກ່າວທີ່ກອງປະຊຸມແບບບໍ່ເປັນທາງການໃນນະຄອນຫຼວງຂອງປະເທດ ເປຣູ, ທ່ານ ໂອບາມາ ໄດ້ຕອບຄຳຖາມຫຼາຍຂໍ້ຈາກພວກຊາວໜຸ່ມທີ່ເຂົ້າຟັງ ຜູ້ທີ່ມີຄວາມເປັນ ຫ່ວງ ກ່ຽວກັບ ອະນາຄົດ ໃນຂະນະທີ່ມີການສັບປ່ຽນປະທານາທິບໍດີ ສະຫະລັດ.

ທ່ານ ໂອບາມາ ໄດ້ບອກໃຫ້ພວກເຂົາເຈົ້າໃຫ້ຄິດໃນແງ່ບວກ, ໄດ້ແນະນຳວ່າ ບໍ່ມີໃຜສາ ມາດຈະເຮັດໃຫ້ສິ່ງຕ່າງໆດີຂຶ້ນໄດ້ ນອກຈາກວ່າພວກເຂົາເຈົ້າມີຄວາມຫວັງເທົ່ານັ້ນ.

ທ່ານ ໂອບາມາ ໄດ້ກ່າວວ່າ “ຂ້າພະເຈົ້າຄິດວ່າມັນຈະມີຄວາມສຳຄັນຫຼາຍສຳລັບທຸກໆ ຄົນທົ່ວໂລກ ທີ່ຈະບໍ່ທຳການຕັດສິນໃນທັນທີທັນໃດ ແຕ່ໃຫ້ໂອກາດສຳລັບປະທານາທິ ບໍດີີທີ່ຖືກເລືອກໃໝ່ ເຕົ້າໂຮມຄະນະຂອງເພິ່ນເຂົ້າກັນ, ເພື່ອພິຈາລະນາບັນຫາຕ່າງໆ, ເພື່ອພິຈາລະນາວ່ານະໂຍບາຍຂອງພວກເພິ່ນຈະແມ່ນຫຍັງ.”

ທ່ານໄດ້ກ່າວເພີ່ມຕື່ມວ່າ “ວິທີທີ່ເຈົ້າໂຄສະນາຫາສຽງ ຈະບໍ່ແມ່ນວິທີທີ່ເຈົ້າຈະປົກຄອງ ປະເທດສະເໝີໄປ.”

ປະທານາທິບໍດີ ສະຫະລັດ ແລະ ຜູ້ນຳໂລກຄົນອື່ນໆ ແມ່ນຢູ່ໃນນະຄອນຫຼວງ ລີມາ ເພື່ອ ເຂົ້າຮ່ວມກອງປະຊຸມການຮ່ວມມືດ້ານເສດຖະກິດ ເອເຊຍ ປາຊີຟິກ ປະຈຳປີ, ກອງປະ ຊຸມສຸດຍອດ APEC.

ຍົກເວັ້ນສະພາບການທີ່ຄາດບໍ່ເຖິ່ງ, ນີ້ແມ່ນການເດີນທາງໄປຕ່າງປະເທດຄັ້ງທີ 52 ແລະ ຄັ້ງສຸດທ້າຍຂອງທ່ານ ໂອບາມາ ໃນການດຳລົງຕຳແໜ່ງ ໃນທຳນຽບຂາວ 8 ປີ.

ທ່ານປະທານາທິບໍດີ ປາກົດວ່າຈະປະກອບສ່ວນໃນການພົວພັນກັບພວກຊາວໜຸ່ມປະ ເທດ ເປຣູ ໃນວັນເສົາວານນີ້, ໃນກອງປະຊຸມບໍ່ເປັນທາງການທີ່ຄ້າຍຄືກັບຄັ້ງອື່ນໆ ທີ່ຖືກ ຈັດຂຶ້ນໃນລະຫວ່າງການເດີນທາງໄປທົ່ວທະວີບ ເອເຊຍ, ຢູໂຣບ ແລະ ອາຟຣິກາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Obama in Peru: 'Democracy Can Be Frustrating'
please wait

No media source currently available

0:00 0:00:55 0:00

US President Obama: Don't Expect Major Policy Changes on Latin America
please wait

No media source currently available

0:00 0:00:43 0:00

XS
SM
MD
LG