ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ.ໂອບາມາ ເຂົ້າຮ່ວມ ກອງປະຊຸມສຸກ​ເສີນ ກຸ່ມ G7 ຢູ່​ເນເທີແລນ ເພື່ອຫາລື ເລື້ອງຢູເຄຣນ (ສະ​ໄລ​ດ໌/ວີດີໂອ)


ukraine24mar14
please wait
Embed

No media source currently available

0:00 0:00:59 0:00

ເຮືອບິນ ປ. ໂອບາມາ ເດີນທາງໄປຍັງ Netherlands

ປະທານາທິບໍດີສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ​ ກຳລັງ​ຢູ່
​ໃນ​ປະ​ເທດ Netherlands ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸກ​ເສີນ
​ທີ່​ກຸງ Hague ກັບ​ບັນດາ​ຜູ້ນຳ​ຂອງ​ກຸ່ມ G7 ​ເຈັດ​ປະ​ເທດຈະ​
ເລີ​ນດ້ານ​ອຸດສາຫະກຳ ​ເພື່ອສົນທະນາ​ກັນ​ເລື້ອງ​ການ​ຕອບ​
ໂຕ້ຂອງນາໆ​ຊາດ ຕໍ່​ການທີ່ຣັດ​ເຊຍ ​ຍຶດ​ເອົາແຫຼມໄຄຣ​ເມຍ ​
ເຂົ້າເປັນ​ຂອງ​ຕົນ​ນັ້ນ.

ກອງ​ປະຊຸມ​ສຸກ​ເສີນ​ດັ່ງກ່າວ ມີ​ຂຶ້ນ​ ​ນອກ​ກອງ​ປະ​ຊຸມ​ສຸດ​ຍອດ​
ດ້ານ​ຄວາມ​ປອດ​ໄພ​ນີວ​ເຄລຍ. ບັນດາ​ນັກວິ​ເຄາະ ກ່າວ​ວ່າ
ການ​ປະຊຸມ​ກັນ​ນີ້ ປາກົດ​ວ່າ ມີ​ວັດຖຸ​ປະສົງ​ເພື່ອ​ ​ປະສານ​ງານ​
ກັນ​ ​ເລື້ອງການຈັດ​ຕັ້ງ​ປະຕິບັດ​ການ​ລົງ​ໂທດຂອງ​ຝ່າຍ​ຕາ​ເວັນ​
ຕົກ​ຕໍ່ຣັດ​ເຊຍ ທີ່​ໄດ້​ປະກາດ​ອອກ​ໄປ ນັບ​ແຕ່ພວກທະຫານ​ຂອງຣັດ​ເຊຍ​ຂ້າມ​ແດນ​ເຂົ້າ​ໄປ
​ໃນ​ແຫຼມ​ໄຄຣ​ເມຍ​ໃນ​ຕົ້ນ​ເດືອນ​ນີ້. ​ເປັນ​ທີ່ຄາດ​ກັນເຊັ່ນ​ກັນວ່າ ກຸ່ມ G7 ຈະ​ຊັ່ງຊາ​ຕີ​ລາຄາ​
ເບິ່ງ​ກ່ຽວ​ກັບ​ຄ່າ​ເສຍ​ຫາຍ​ ຈາກ​ການ​ເອົາ​ມາດຕະການ​ໂຕ້​ຕອບ​ທີ່​ເປັນໄປ​ໄດ້​ ຈາກກຸງ​ມົສກູ​
ນັ້ນ.

ທ່ານ​ໂອ​ບາ​ມາ ​ແລະ​ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ JohnKerry ມີ​ກຳນົດຈະພົບ​ປະ
​ກັບ​ທ່ານ Sergei Lavrov ລັດຖະມົນຕີ​ຕ່າງປະ​ເທດຣັດ​ເຊຍ.

ຢູ​ເຄຣນກ່າວ​ວ່າ ​ໃນ​ວັນ​ຈັນ​ມື້​ນີ້ ຕົນ​ຈະ​ຖອນ​ທະຫານ​ຂອງ​ຕົນ ​ທີ່​ປະຈຳການ​ຢູ່​ໃນ​ແຫຼມ
ໄຄຣ​ເມຍ​ນັ້ນ​ອອກ ຫຼັງ​ຈາກ​ຂົງ​ເຂດ​ດັ່ງກ່າວ​ຖືກ​ຍຶດ​ເອົາ​ຈາກຣັດ​ເຊຍ.

ປະທານາທິບໍດີ​ຮັກສາ​ການ​ຊົ່ວຄາວ​ຂອງ​ຢູ​ເຄຣນ ທ່ານ Oleksandr Turchnynov ກ່າວ​ວ່າ
ກະຊວງປ້ອງ​ກັນ​ປະ​ເທດ ​ໄດ້​ຮັບ​ຄຳ​ສັ່ງ​ໃຫ້​ສົ່ງ​ພວກ​ກຳລັງ​ຂອງ​ຢູ​ເຄຣນທີ່​ປະຈຳ​ຢູ່ແຫຼມ​ແຄມ​
ທະ​ເລ​ດຳ​ນັ້ນ ໄປ​ປະຈຳ​ຢູ່​ບ່ອນໃໝ່​.


ຫຼາຍ​ຊົ່ວ​ໂມງ ກ່ອນ​ຄຳ​ປະກາດ​ຂອງ​ທ່ານ Turchnynov ພວກ​ທະຫານຣັດ​ເຊຍ​ໄດ້​ເຂົ້າ​ຄວບ​
ຄຸມ​ຖານ​ທັບ​ແຫ່ງ​ນຶ່ງ​ຂອງ​ຢູ​ເຄຣນ​ ໃນເມືອງ​ທ່າ​ເຮືອ Feodosia ຢູ່​ໃນໄຄຣ​ເມຍ​ນັ້ນ​ ໂດຍ​ໃຊ້
​ພວກ​ລະ​ເບີດ​ມືທີ່ເຮັດ​ໃຫ້​ຜູ້​ຄົນ​ໝົດ​ສະຕິໄປ ​ແລະອາວຸດ​ອັດຕະ​ໂນ​ມັດ​ອື່ນໆ.

ລັດຖະບານ​ໃໝ່ຂອງ​ຢູ​ເຄຣນ ທີ່​ນິຍົມ​ຝ່າຍ​ຕາ​ເວັນ​ຕົກ ​ໃນ​ກຸງ Kyiv ​ໄດ້​ຖືກ​ຕຳ​ໜິຕິຕຽນ​ວ່າ ບໍ່​
ຕັດສິນ​ໃຈເດັດຂາດ ກ່ຽວ​ກັບ​ພວກ​ທະຫານ​ຂອງ​ຢູ​ເຄຣນ​ໃນ​ໄຄຣ​ເມຍ ທີ່​ໄດ້​ຖືກພວກ​ທະຫານ
ຣັດ​ເຊຍ​ປິດ​ລ້ອມ​ໄວ້ ​ເປັນ​ເວລາ​ຫຼາຍ​ສັບປະດາ​ນັ້ນ.

ວີດີໂອ: ພວກນິຍົມຣັດເຊຍ ຕັ້ງດ່ານກວດກາຂຶ້ນ ໃນພາກຕາເວັນອອກຂອງຢູເຄຣນ:

Pro-Russia Activists Set Up Checkpoints in Ukraine's Far East
please wait

No media source currently available

0:00 0:02:03 0:00


ທີ່​ກຸງ Brussels ​ໃນ​ວັນ​ອາທິດ​ວານ​ນີ້ ຜູ້​ບັນຊາ​ການສູງ​ສຸດ​ຂອງ​ກອງ​ກຳລັງ​ເນ​ໂຕ້ ​ເຕືອນ​ວ່າ
ຣັດ​ເຊຍ​ໄດ້​ສົ່ງ​ທະຫານຈຳນວນ​ຫຼາຍ​ສົມຄວນ ​ໄປ​ເສີມ​ກຳລັງ​ຂອງ​ຕົນ​ຢູ່​ເຂດ​ຊາຍ​ແດນ​ຕິດ
​ກັບຢູ​ເຄຣນນັ້ນ ​ແລະວ່າ ກຸງ​ມົສກູອາດ​ຈະ​ພະຍາຍາມ​ຂະຫຍາຍແດນ​ດິນ​ຂອງ​ຕົນ​ເຂົ້າ​ໃນ
​ຂົງ​ເຂດ​ໃໝ່​.

ຜູ້​ບັນຊາ​ການ​ເນ​ໂຕ້ ພົນ​ເອກ Philip Breedlove ​ແຫ່ງ​ກອງທັບ​ອາກາດ​ສະຫະລັດ ກ່າວ​
ວ່າກຸງ​ມົສກູ ອາດກຳລັງແນ​ສາຍຕາ​ໄປ​ໃສ່ ​ເຂດ​ນ້ອຍໆຢູ່ຊາຍ​ແດນ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​
ຂອງ​ຢູ​ເຄຣນ​ ທີ່ປະຊາຊົນ​ເວົ້າ​ພາສາຣັດ​ເຊ​ຍ​ຢາກ​ແບ່ງ​ແຍກ​ດິນ​ແດນ ທີ່​ເອີ້ນວ່າ ​ ເຂດ Transdniester ນັ້ນ ກໍ​ໄດ້.
XS
SM
MD
LG