ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ໃຫ້ການຄ້ຳປະກັນ ແກ່ຢູໂຣບ ໃນການຢ້ຽມຢາມຕ່າງປະເທດ ເທື່ອສຸດທ້າຍ


ປະທານາທິບໍດີ ບາຣັກ ໂອບາມາ​ ກ່າວຄຳປາໄສ ທີ່ສູນກາງ ມູນນິທິວັດທະນະທຳ Stavros Niarchos ໃນນະຄອນເອເທັນ ປະເທດກຣີສ. (16 ພະຈິກ 2016)
ປະທານາທິບໍດີ ບາຣັກ ໂອບາມາ​ ກ່າວຄຳປາໄສ ທີ່ສູນກາງ ມູນນິທິວັດທະນະທຳ Stavros Niarchos ໃນນະຄອນເອເທັນ ປະເທດກຣີສ. (16 ພະຈິກ 2016)

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ກ່າວ​ວ່າ ອົງການ​ເນ​ໂຕ້​ແມ່ນແນ່ນອນ​ມີ​ຄວາມ​ສຳຄັນ​ເປັນ​ຢ່າງ​ຍິ່ງ​ ໃນ​ຂະນະ​ທີ່​ທ່ານຊອກ​ຫາ​ຊ່ອງ​ທາງ​ເພື່ອ​ໃຫ້ການ​ຄ້ຳປະກັນ​ຕໍ່​ຢູ​ໂຣບ ກ່ຽວ​ກັບ​ຄວາມ​ໝັ້ນໝາຍ ຂອງ​ສະຫະລັດ ຕໍ່​ກຸ່ມ​ພັນທະ​ມິດດັ່ງກ່າວ ​ພາຍ​ໃຕ້​ ລັດຖະ ບານ​ຂອງ​ປະທານາທິບໍດີ Donald Trump.

ທີ່​ນະຄອນຫຼວງ​ເອ​ເທັນ ປະ​ເທດ​ກຣີສ ​ໃນ​ວັນ​ອັງຄານ​ວາ​ນນີ້ ​ໃນ​ລະຫວ່າງ​ການເດີນທາງ​ຢ້ຽມຢາມ​ຕ່າງປະ​ເທດ​ເທື່ອ​ສຸດ​ທ້າຍໃນ​ນາມ​ປະທານາທິບໍດີ​ສະຫະລັດ​ນັ້ນທ່ານ​ໂອ​ບາ​ມາ​ກ່າວ​ວ່າ ອົງການ​ເນ​ໂຕ້ແມ່ນ​ສະໜອງ​ຄວາມ​ຕໍ່​ເນື່ອງ​ເຖິງ​ແມ່ນ​ໃນ​ຂະນະທີ່​ມີ​ການ​ໂອນ​ອຳ ນາດ​ຂອງ​ລັດຖະບານ​ຢູ່​ໃນ​ສະຫະລັດ.

ກ່ຽວ​ກັບ​ບັນຫາ​ຕ່າງໆ​ ທີ່​ໄດ້ມີ​ການ​ຍົກ​ຂຶ້ນມາ​ໂດຍ​ປະທານາທິບໍດີ​ທີ່​ຖືກ​ເລືອກ​ໃໝ່ ທ່ານ Donald Trump ​ແລະ​ລັດຖະບານ​ຊຸດ​ກ່ອນໆ​ຂອງ​ສະຫະລັດຮວມທັງລັດຖະບານ​ທ່ານ​ໂອ​ບາ​ມາ​ ຜູ້ນຳ​ຂອງ​ສະຫະລັດ​ແມ່ນ​ຮຽກຮ້ອງ​ໃຫ້​ບັນດາ​ປະເທດ​ສະມາຊິກ​ຂອງ​ອົງການ​ເນ​ໂຕ້​ໃຊ້​ຈ່າຍ​ເພີ້ມຂຶ້ນ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ.

ປະທານາທິບໍດີໂອບາມາ ແລະນາຍົກລັດຖະມົນຕີກຣີສ ທ່ານ Alexis Tsipras ພວມຖະແຫຼງຂ່າວ ຮ່ວມກັນ ທີ່ Maximos Mansion ໃນນະຄອນຫຼວງ ເອເທັນ.
ປະທານາທິບໍດີໂອບາມາ ແລະນາຍົກລັດຖະມົນຕີກຣີສ ທ່ານ Alexis Tsipras ພວມຖະແຫຼງຂ່າວ ຮ່ວມກັນ ທີ່ Maximos Mansion ໃນນະຄອນຫຼວງ ເອເທັນ.

ທ່ານ​ໂອ​ບາ​ມາ ​ໄດ້​ກ່າວ​ຊົມ​ເຊີຍ​ກຣີສ. ທີ່​ກອງ​ປະຊຸມ​ຖະ​ແຫຼງຂ່າວ ຮ່ວມ​ກັບ​ນາຍົກ​ລັດຖະ ມົນຕີ​ກຣີສ ທ່ານ Alexis Tsipras ປະທານາທິບໍດີ​ໂອ​ບາມາ​ໄດ້​ສະແດງ​ຄວາມ​ຍິນ​ດີ​ຕໍ່​ປະ​ເທດ​ດັ່ງກ່າວ ທີ່​ໄດ້​ໃຊ້​ຈ່າຍ​ຫຼາຍກວ່າຂັ້ນຕ່ຳ​ສຸດ ​ກ່ຽວ​ກັບເປົ້າໝາຍ ​ດ້ານ​ປ້ອງ​ກັນ​ປະ​ເທດ “​ເຖິງ​ແມ່ນ​ໃນ​ໄລະຍະ​ເວລາ​ທີ່​ຫຍຸ້ງຍາກ​ສັບສົນ” ທ່ານ​ກ່າວ​ວ່າ ​ໃນ​ເມື່ອກຣີສ ​ສາມາດ​ບັນ ລຸຄວາມ​ໝັ້ນໝາຍ​ຂອງ​ຕົນຕໍ່​ອົງການ​ເນ​ໂຕ້ໄດ້ ດັ່ງນັ້ນພັນທະ​ມິດ​ຂອງ​ພວກ​ເຮົາ​ທຸກ​ຄົນ​ກໍ​ຄວນສາມາດ​ເຮັດ​ໄດ້.

ກ່ອນ​ອອກ​ເດີນທາງ​ຈາກ​ທຳນຽບຂາວ ​ໃນ​ວັນ​ຈັນ​ຜ່ານ​ມານີ້ ທ່ານ​ໂອ​ບາ​ມາ​ກ່າວວ່າ ທ່ານ Trump ​ໄດ້​ກ່າວ ​ຕໍ່​ທ່ານ​ວ່າ ທ່ານ​ມີ​ຄວາມ​ສົນ​ໃຈ ​ເປັນ​ພິ​ເສດ​ ໃນ​ການທີ່​ຈະ ​ສືບ​ຕໍ່ຮັກສາ​ຄວາມ​ສຳພັນ​ແກນ​ກາງ ​ໃນ​ຍຸດ​ທະ​ສາດ ​ຂອງ​ອາ​ເມຣິກາ​ເອົາ​ໄວ້. ​ທ່ານໂອ​ບາ​ມາ ​ເວົ້າ​ວ່າ “ແລະ​ນຶ່ງ​ໃນ​ຂ່າວ​ຄາວທີ່​ຂ້າພະ​ເຈົ້ານຳ​ໄປສະ​ເໜີ​ນັ້ນ​ກໍ​ແມ່ນ​ຄວາມ​ໝັ້ນໝາຍ​ຂອງທ່ານ​ຕໍ່​ອົງການ​ເນ​ໂຕ້ ​ແລະ​ພັນທະ​ມິດ​ຂ້າມ​ມະຫາ​ສະມຸດ​ອັດ​ແລນ​ຕິກ.”

Obama Europe
please wait
Embed

No media source currently available

0:00 0:01:01 0:00

ປະທານາທິບໍດີ ​ທີ່​ກຳລັງ​ຈະ​ພົ້ນຈາກ​ຕຳ​ແໜ່​ງ ຂອງ​ສະຫະລັດ​ ກ່າວ​ວ່າ ທ່ານ​ຈະແຈ້ງ​ໃຫ້​ພັນທະ​ມິດ​ໃນ​ຢູ​ໂຣບຊາບ​ວ່າ “ຈະ​ບໍ່​ມີ​ການ​ອ່ອນ​ແອ​ລົງ​ໃດໆ​ໃນ​ການ​ຕັດສິນ​ໃຈ​ຂອງ​ພວກ​ເຮົາ​ເມື່ອ​ເວົ້າ​ເຖິງ​ຄວາມ​ໝັ້ນໝາຍ​ຂອງ​ອາ​ເມຣິກາທີ່​ຈະ​ສືບ​ຕໍ່ຮັກສາ​ຄວາມ​ສຳພັນ​ອັນ​ເຂັ້ມ​ ແຂງ​ແລະ​ໝັ້ນຄົງ​ກັບ​ອົງການ​ເນ​ໂຕ້.”

ພວກ​ຜູ້ນຳ​ຢູ​ໂຣບ ​ທີ່ໄດ້​ພາກັນ​ຕື່ນ​ຕົກ​ໃຈ ຍ້ອນ​ຄຳ​ເວົ້າ ຂອງ​ທ່ານ Trump ​ໃນ​ລະຫວ່າງ​ການ​ໂຄສະນາ​ຫາ​ສຽງກ່ຽວ​ກັບ​ຄວາມ​ໝັ້ນໝາຍ​ຂອງ​ສະຫະລັດ​ແມ່ນມີ​ຄວາມ​ກະຕືລືລົ້ນ ທີ່​ຢາກ​ຈະ​ໄດ້​ຮັບ​ຄວາມ​ກະ​ຈ່າງ​ແຈ້ງກ່ຽວກັບເລື້ອງນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG