ທີ່ສວນດອກກຸຫຼາບຂອງທຳນຽບຂາວ ປະທານາທິບໍດີບາຣັກ ໂອບາມາ ໄດ້ປະກາດໃນມື້
ວັນສຸກແລ້ວນີ້ວ່າ ລັດຖະບານສະຫະລັດຈະຍຸຕິການເນລະເທດພວກຊາວໜຸ່ມ ທີ່ເດີນທາງ
ເຂົ້າມາໃນສະຫະລັດຂະນະທີ່ຍັງເປັນເດັກນ້ອຍຢູ່ແລະບໍ່ເຄີຍກະທຳຜິດກົດໝາຍນັບແຕ່ນັ້ນ
ມາ.
ປະທານາທິບໍດີໂອບາມາເວົ້າວ່າ “ຂ້າພະເຈົ້າພົບເຫັນ ມີພວກໜຸ່ມນ້ອຍທີ່ຮັບໃຊ້ຢູ່ໃນກອງ
ທັບຂອງພວກເຮົາ ປົກປ້ອງພວກເຮົາແລະອິດສະຫຼະພາບຂອງພວກເຮົາ. ຄວາມຄິດທີ່ວ່າ
ພວກເຮົາຈະປະຕິບັດຕໍ່ພວກເຂົາໃນທາງໃດທາງນຶ່ງແບບບໍ່ມີຄ່າທີ່ສົມຄວນຈະເກັບຮັກສາ
ໄວ້ນັ້ນ ແມ່ນບໍ່ສົມມາສົມຄວນເລີຍ.”
ປະທານາທິບໍດີໂອບາມາ ກ່າວວ່າ ນະໂຍບາຍໃໝ່ນີ້ ຈະບໍ່ອຳນວຍໃຫ້ພວກທີ່ໄດ້ຮັບການ
ຍົກເວັ້ນນັ້ນ ໄດ້ຮັບສັນຊາດສະຫະລັດ ແຕ່ຈະກຳຈັດໄພຂົ່ມຂູ່ກ່ຽວກັບການຖືກເນລະເທດ
ແລະອຳນວຍໃຫ້ພວກເຂົາເຈົ້າສາມາດເຮັດວຽກໄດ້ຢ່າງຖືກ ຕ້ອງຕາມກົດໝາຍ.
ທ່ານໂອບາມາເວົ້າວ່າ “ໃນໄລຍະຫຼາຍໆເດືອນຂ້າງໜ້ານີ້ ຜູ້ທີ່ມີຄຸນສົມບັດທີ່ບໍ່ເປັນໄພ
ຂົ່ມຂູ່ຕໍ່ຄວາມໝັ້ນຄົງແຫ່ງຊາດ ຫຼືຄວາມປອດໄພຂອງສັງຄົມ ກໍຈະສາມາດໄດ້ຮັບການ
ຜ່ອນຜັນແບບຊົ່ວຄາວ ຈາກການຖືກເນລະເທດ ແລະຍື່ນຄຳຮ້ອງຂໍເຮັດວຽກເຮັດການ
ໄດ້.”
ພາຍໃຕ້ແຜນການນີ້ ພວກຄົນເຂົ້າເມືອງຜິດກົດໝາຍຈະບໍ່ຖືກເນລະເທດຖ້າເຂົາເຈົ້າຫາກ
ມີອາຍຸຕໍ່າກວ່າ 30 ປີ ແລະໄດ້ເດີນທາງເຂົ້າມາໃນສະຫະລັດ ກ່ອນມີອາຍຸ 16 ປີ. ນອກ
ນັ້ນແລ້ວ ພວກເຂົາເຈົ້າຕ້ອງໄດ້ຢູ່ໃນສະຫະລັດຕິດຕໍ່ກັນມາ ເປັນເວລາຢ່າງນ້ອຍຫ້າປີ ບໍ່
ເຄີຍມີປະຫວັດໃນການເຮັດຜິດທາງອາຍາ ຮຽນຈົບຂັ້ນມັດທະຍົມປາຍຫຼືໄດ້ຮັບປະກາສະ
ນີຍະບັດທຽບເທົ່າ ຫຼືບໍ່ກໍເຄີຍຮັບໃຊ້ຢູ່ໃນກອງທັບຂອງສະຫະລັດ.
ນອກນັ້ນແລ້ວ ແຜນການນີ້ຍັງອຳນວຍໃຫ້ພວກທີ່ມີຄຸນສົມບັດພຽງພໍຍື່ນຄຳຮ້ອງຂໍອະນຸ
ຍາດເຮັດວຽກໄດ້ເປັນເວລາສອງປີ ແລະສາມາດຕໍ່ອາຍຸໄດ້ໂດຍບໍ່ມີການຈຳກັດ.
ປະທານາທິບໍດີໂອບາມາໄດ້ທຳການເຄື່ອນໄຫວດັ່ງກ່າວ ໃນປີການເລືອກຕັ້ງຊຶ່ງບັນດາຜູ້
ມີີສິດປ່ອນບັດທີ່ປາກພາສາສະເປນ ອາດມີອິດທິພົນຕໍ່ຜົນການເລືອກຕັ້ງຢູ່ໃນຫຼາຍໆລັດ
ບ່ອນທີ່ຜົນການນັບບັດຄາດວ່າຈະມີຄະແນນສຽງໃກ້ຄຽງກັນນັ້ນ
ນອກນີ້ແລ້ວ ປະທານາທິບໍດີໂອບາມາຍັງມີໝາຍກຳນົດທີ່ຈະກ່າວຄຳປາໄສຕໍ່ກອງປະຊຸມ
ປະຈຳປີ ຂອງອົງການຈັດຕັ້ງ LEAO ຂອງພວກເຈົ້າໜ້າທີ່ເຊື້ອສາຍຮິສແປນິກ ທີ່ໄດ້ຖືກ
ເລືອກຕັ້ງແລະແຕ່ງຕັ້ງໃຫ້ເຂົ້າຮັບໜ້າທີ່ໃນລັດຖະບານ ທີ່ລັດຟລໍຣິດາ ໃນມື້ວັນສຸກຈະມາ
ນີ້.
ການຢັ່ງຫາງສຽງປະຊາຊົນຂອງໂທລະພາບ NBC ແລະໜັງສືພິມ Wall Street Jour-
nal ໃນເດືອນແລ້ວນີ້ ສະແດງໃຫ້ເຫັນວ່າ ປະທານາທິບໍດີໂອບາມາ ມີຄະແນນນຳໜ້າຜູ້
ສະມັກຂອງພັກຣີພັບບລີກັນ ທ່ານ Mitt Romney 61% ຕໍ່ 21% ໃນໝູ່ພວກທີ່ປາກ
ພາສາສະເປນ.
ນັກສຶກສາທີ່ບໍ່ມີເອກະສານເຂົ້າເມືອງໃນັລດນິວຢອກ ຮຽກຮ້ອງຂໍຄວາມເປັນທໍາ
ຈາກສະພາລັດ:
ແຕ່ບັນດາຜູ້ນຳ ຂອງພວກທີ່ປາກພາສາສະເປນ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບ
ການເນລະເທດພວກຄົນເຂົ້າເມືອງຜິດກົດໝາຍທີ່ສູງເປັນປະຫວັດການຂອງທ່ານໂອບາ
ມາ. ໃນປີ 2011 ຜ່ານມານີ້ ສະຫະລັດ ໄດ້ເນລະເທດ ພວກຄົນເຂົ້າເມືອງຜິດກົດໝາຍ
ເກືອບ 400,000 ຄົນ ແລະມີທ່າທາງວ່າໃນປີນີ້ ການເນລະເທດກໍຈະສູງກວ່າຈຳນວນປີ
ກາຍນີ້ໜ້ອຍນຶ່ງ.
ແຜນລິເລີ່ມສະບັບນີ້ ໄດ້ບັນລຸເປົ້າໝາຍບາງຢ່າງ ຂອງອັນທີ່ເອີ້ນວ່າຮ່າງກົດໝາຍແຫ່ງ
ຄວາມຝັນຫຼື DREAM Act ທີ່ລັດຖະສະພາສະຫະລັດ ໄດ້ລົງຄະແນນ ຽງຄັດຄ້ານໃນ
ປີ 2010. ຮ່າງກົດໝາຍດັ່ງກ່າວແມ່ນຈະສ້າງຕັ້ງເສັ້ນທາງໄປສູ່ການໄດ້ຮັບສັນຊາດຂອງ
ພວກໜຸ່ມນ້ອຍທີ່ໄດ້ເດີນທາງເຂົ້າມາໃນສະຫະລັດແບບຜິດກົດໝາຍແຕ່ໄດ້ເຂົ້າຮຽນຂັ້ນ
ມະຫາວິທະຍາໄລແລະຮັບໃຊ້ຢູ່ໃນກອງທັບຂອງສະຫະລັດ.
ປະທານາທິບໍດີໂອບາມາ ເວົ້າວ່າ ທ່ານໄດ້ອອກຄຳສັ່ງຊົ່ວຄາວສະບັບນີ້ ກໍຍ້ອນວ່າລັດ
ຖະສະພາບໍ່ໄດ້ແກ້ໄຂເພື່ອທຳການປະຕິຮູບໃນຂອບເຂດທີ່ກວ້າງຂວາງຕໍ່ລະບົບຄົນເຂົ້າ
ເມືອງຂອງສະຫະລັດ.
ທ່ານໂອບາມາເວົ້າວ່າ “ຍັງມີເວລາຢູ່ສຳຫຼັບລັດຖະສະພາສະຫະລັດ ທີ່ຈະຮັບຜ່ານຮ່າງ
ກົດໝາຍ DREAM Act ໃນປີນີ້ ຍ້ອນວ່າ ພວກເດັກນ້ອຍເຫຼົ່ານີ້ ສົມຄວນທີ່ຈະມີໂອ
ກາດໄດ້ວາງແຜນກ່ຽວກັບຊີວິດຂອງພວກເຂົາເຈົ້າສໍາລັບໄລຍະອັນຍາວນານ ແທນທີ່
ຈະແມ່ນເປັນຂັ້ນໆໄປ ເທື່ອລະສອງປີ ຄືໃນປັດຈຸບັນນີ້ ແລະພວກເຮົາ ຍັງຈຳເປັນທີ່ຈະ
ຕ້ອງໄດ້ຮັບຜ່ານການປະຕິຮູບຢ່າງກວ້າງຂວາງ ກ່ຽວກັບເລື່ອງຄົນເຂົ້າເມືອງເພື່ອແກ້
ໄຂບັນຫາ ຄວາມຈຳເປັນທາງດ້ານເສດຖະກິດ ແລະຄວາມໝັ້ນຄົງຂອງພວກເຮົາ ໃນ
ສັດຕະວັດທີ 21 ນີ້.”
Maaschusetts ທ່ານ Mitt
Romney ຄູ່ແຂ່ງຂອງທ່ານ
ໂອບາມາ ກ່າວວ່າ ທ່ານເຫັນ
ພ້ອມກັບສະມາຊິກສະພາສູງ
ອາເມຣິກັນເຊື້ອສາຍຄິວບາ ທີ່
ສັງກັດພັກຣີພັບບລີກັນ ທ່ານ
Marco Rubio ຜູ້ຊຶ່ງເມື່ອໄວໆ
ມານີ້ໄດ້ສະເໜີນະໂຍບາຍຄົນ
ເຂົ້າເມືອງທີ່ຄ້າຍຄືກັນນີ້ ທີ່ວ່າ
ນະໂຍບາຍຂອງທ່ານໂອບາມາ
ບໍ່ໄດ້ຊ່ອຍເຫຼືອຫຍັງ ໃນໄລຍະ
ຍາວນັ້ນ.
ທ່ານ Romney ເວົ້າວ່າ “ນີ້ແມ່ນ
ເລື່ອງ ທີ່ສຳຄັນຫຼາຍ ພວກເຮົາ
ຕ້ອງໄດ້ຊອກຫາການແກ້ໄຂ
ໄລຍະຍາວ ແຕ່ການເຄື່ອນໄຫວ
ດັ່ງກ່າວຂອງປະທານາທິບໍດີນັ້ນ ເຮັດໃຫ້ການບັນລຸການແກ້ໄຂໄລຍະຍາວ ມີຄວາມຍຸ່ງ
ຍາກຕື່ມຂຶ້ນ.”
ສະມາຊິກຄົນອື່ນໆຂອງພັກຣີພັບບລີກັນ ກໍໄດ້ກ່າວໂຈມຕີຢ່າງໜັກຕໍ່ການເຄື່ອນໄຫວ
ດັ່ງກ່າວຂອງປະທານາທິບໍດີວ່າເປັນການສະແດງຄວາມໂລດໂຜນທາງການເມືອງ.
ສະມາຊິກສະພາຕໍ່າຂອງພັກຣີພັບບລີກັນຈາກລັດໄອໂອວາ ທ່ານ Steve King ກ່າວ
ໃນຖະແຫຼງການສະບັບນຶ່ງວ່າ ຊາວອາເມຣິກັນຄວນຈະມີຄວາມໂກດແຄ້ນທີ່ປະທານາ
ທິບໍດີໂອບາມາພວມວາງແຜນຈະແຍ່ງຊິງອຳນາດທີ່ກຳນົດໄວ້ໃນລັດຖະທຳມະນູນຂອງ
ລັດຖະສະພາສະຫະລັດ ແລະໃຫ້ອະໄພໂທດດ້ວຍການອອກຄຳສັ່ງ ແກ່ພວກຄົນເຂົ້າ
ເມືອງຜິດກົດໝາຍ ນຶ່ງລ້ານຄົນ.
ວີດີໂອ: ຊາວອາເມຣິກັນເຊື້ອສາຍສະເປນອາດມີບົດບາດສໍາຄັນໃນການເລືອກຕັ້ງປີນີ້: