ປະທານາທິບໍດີ ສະຫະລັດ ທ່ານ Barack Obama ກ່າວຕໍ່ບັນ
ດານັກຮຽນຫລາຍສິບຄົນ ທີ່ໄປເຕົ້າໂຮມກັນຢູ່ເດີ່ນຫຍ້າທາງທິດ
ໃຕ້ຂອງທຳນຽບຂາວໃນຕອນຄຳ່ວັນຈັນວານນີ້ ຊຶ່ງເຂົາເຈົ້າອາດ
ເປັນຜູ້ນຶ່ງທີ່ຈະເຂົ້າຮ່ວມ ໃນການເດີນ ທາງປະຕິບັດງານເປັນ
ເທື່ອທຳອິດຢູ່ດາວພະອັງຄານ ພາຍໃນສອງທົດສະວັດຕໍ່ໜ້າ.
ປະທານາທິບໍດີ ໄດ້ເປັນເຈົ້າພາບຕ້ອນຮັບບັນດານັກຮຽນ ນາຍ
ຄູ ນັກດາຣາ ສາດ ວິສະວະກອນແລະບັນດາຜູ້ຕຶ່ນເຕັ້ນສົນໃຈ
ໃນດ້ານອາວະກາດ ຈາກທົ່ວປະເທດເປັນເທຶຶ່ອທີສອງ ຂອງຄຳ່
ຄືນດາຣາສາດຢູ່ທຳນຽນຂາວ ທີ່ບໍ່ເຄີຍມີມາກ່ອນ. ທ່ານ
Obama ໄດ້ຮວມບັນດາຜູ້ເຂົ້າຮ່ວມ ໃນການສ່ອງເບິ່ງດວງດາວ
ຜ່ານກ້ອງສ່ອງທີ່ມີຄວາມແຮງສູງ ເບິ່ງວັດຖຸໃນອາວະກາດ ແລະພົບປະກັບບັນດານັກວິ
ທະຍາສາດທີ່ເກັ່ງສຸດຂອງປະເທດ ແລະບັນດານັກອາວະກາດ.
ໂດຍຢືນຢູ່ເທິງເວທີ ໃກ້ກັບຊຸດອາວະກາດ ທ່ານ Obama ໄດ້ເນັ້ນໜັກເຖິງຄວາມພະຍາ
ຍາມຂອງລັດຖະບານທ່ານ ໃນການກະກຽມບັນດາຊາວໜຸ່ມຫຼາຍຂື້ນ ໃຫ້ພາກັນສະ
ແຫວງຫາການສຶກສາດ້ານວິທະຍາສາດ ເທັກໂນໂລຈີ ວິສະ ວະກອນ ແລະຄະນິດສາດ
ທີ່ມັກເອີ້ນກັນວ່າ STEM ນັ້ນ. ທ່ານໄດ້ປະກາດກ່ຽວກັບຄວາມໝັ້ນໝາຍໃໝ່ ໃນການ
ນຳໃຊ້ພາກສ່ວນເອກກະຊົນ ເພື່ອໃຫ້ບັນລຸເປົ້າໝາຍດັ່ງກ່າວ ເຊັນວ່າ ການກໍ່ຕັ້ງລະບົບ STEM 100 ແຫ່ງຢູ່ໃນທົ່ວປະເທດ ພາຍໃນຫ້າປີ ແລະໃຫ້ການສະໜັບສະໜູນໂຄງການ STEM ຫລັງຈາກໂຮງຮຽນ ແລະ ໃນລະດູຮ້ອນ ໃຫ້ແກ່ພວກນັກຮຽນຫລາຍກວ່າ 500,000 ຄົນ ຢູ່ໃນສິບກວ່າລັດ.
ປະທານາທິບໍດີກ່າວວ່າ “ອາເມຣິກາສາມາດເຮັດໄດ້ທຸກຢ່າງ. ພວກເຮົາຕ້ອງສືບຕໍ່ຊັກ
ຊວນໃຫ້ຄົນຮຸ້ນໃໝ່ພາກັນຄົ້ນຄວ້າ ແລະປະດິດ ແລະສ້າງສາ ແລະກໍຄົ້ນພົບ.”
ດ້ວຍການຊ່ວຍເຫລືອຈາກນັກຮຽນມັດທະຍົມປາຍຄົນນຶ່ງ ທ່ານ Obama ໄດ້ສ່ອງເບິ່ງເດືອນ ຜ່ານກ້ອງສ່ອງໃຫຍ່ ໂດຍປະກາດກ່ຽວກັບການພົບເຫັນວ່າ
“ເປັນທີ່ໜ້າຕື່ນເຕັ້ນ.”
ຮວມຢູ່ໃນບັນດາແຂກທີ່ໄປຮ່ວມໃນວັນຈັນວານນີ້ ກໍມີທ້າວ Ahmad Moha-med ໜຸ່ມ
ນ້ອຍຈາກລັດ Texas ທີ່ຖືກຈັບໃນຖານນຳເອົາໂມງ ທີ່ເຮັດດ້ວຍຕົນເອງໄປໂຮງຮຽນ ທີ່
ລາວໄດ້ຖືກກ່າວຫາວ່າເປັນລະເບີດນັ້ນ.