ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ.ໂອບາມາ ຂໍການຮ່ວມມື ຈາກ ບັນດາຜູ້ນຳ ອາເມຣິກາ ກາງ (ວີດີໂອ)


President Asks Central American Leaders to Help Stop Migrants
please wait

No media source currently available

0:00 0:02:08 0:00

ປະທານາທິບໍດີສະຫະລັດ ທ່ານ Barack Obama ​ໄດ້​ບອກ​ບັນ
ດາ​ຜູ້ນຳ ອາ​ເມຣິກາ​ກາງວ່າ ​ເຂົາ​ເຈົ້າ​ມີ​ຄວາມ​ຮັບຜິດຊອບຮ່ວມ
ກັນກັບສະຫະລັດ ເພື່ອແກ້ໄຂບັນ​ຫາ ການຫລັ່ງ​ໄຫລ​ຂອງ​ພວກ​
ເດັກ​ນ້ອຍຕ່າງ​ດ້າວ ທີ່​ຂ້າມ​ຊາຍ​ແດນ​ເຂົ້າ​ມາໃນສະຫະລັດແບບ
​ຜິດ​ກົດໝາຍນັ້ນ.

​ໃນ​ກອງ​ປະຊຸມທີ່​ທຳນຽບຂາວ ​ໃນ​ວັນ​ສຸກວານ​ນີ້ ປະທານ​າທິ
ບໍດີ Obama ​ໄດ້ ​ກ່າວ​ຕໍ່​ປະທານາທິບໍດີຂອງ El Salvador,
Guatemala ​ແລະ Honduras ວ່າພວກ​ເດັກນ້ອຍ​ຕ່າງ​ດ້າວ
ທີ່ປາດ​ສະ​ຈາກ​ເຫດຜົນພຽງພໍມາອ້າງເພື່ອຈະຢູ່​ໃນສະຫະລັດ
ໄດ້ນັ້ນ ຈະ​ຖືກ​ສົ່ງ​ກັບ​ຄືນ​ບ້ານ.

ທ່ານ Obama ກ່າວ​ວ່າ ອາດ​ຈະ​ມີ​ບາງ​ກໍລະນີ ທີ່​ພວກເດັກນ້ອຍ​ຕ່າງ​ດ້າວ​ເຫຼົ່ານີ້ ສາມາດ
ຮ້ອງ​ຂໍເອົາ​ຖານະເປັນ​ອົບ​ພະ​ຍົບໄດ້ ​ແຕ່​ກໍລະນີແບບ​ນັ້ນ​ຈະ​ມີ​ໜ້ອຍ.

ນັບ​ຕັ້ງ​ແຕ່​ເດືອນ​ຕຸລາ​ເປັນ​ຕົ້ນ​ມາ ​ເດັກນ້ອຍ​ທີ່​ບໍ່​ມີ​ຜູ້​ປົກຄອງຫຼາຍກວ່າ 57,000 ຄົນ ​ໄດ້​ຖື​ກກັກ​ຂັງ​ໄວ້ ​ຢູ່ຕາມເຂດຊາຍ​ແດນ​ພາກໃຕ້ຂອງສະຫະລັດ ຊຶ່ງ​ສ່ວນ​ໃຫຍ່​ແລ້ວມາ​ຈາກ El Salvador, Guatermala ຫລື Honduras. ບັນດ​າ​ເຈົ້າ​ໜ້າ​ທີ່ສະຫະລັດໄດ້​ຮຽກຮ້ອງ​ໃຫ້
ພວກ​ຜູ້ນຳ​ອາ​ເມຣິກາ​ກາງດຳເນີນການຫຼາຍ​ຂື້ນ ​ເພື່ອ​ຢຸດ​ຢັ້ງ​ການ​ຫລັ່ງ​ໄຫລ​ເຂົ້າ​ມາຂອງ
ພວກເດັກນ້ອຍເຫຼົ່ານີ້.

XS
SM
MD
LG