ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານໂອບາມາ ເປັນເຈົ້າພາບ ກອງປະຊຸມສຸດຍອດ ຈີ-8 (ວີດີໂອ)


ປະທານາທິບໍດີ ບາຣັກ ໂອບາມາ ເປັນປະທານກອງປະຊຸມສຸດຍອດ G-8 ທີ່ Camp David ວັນສຸກ ທີ່ 18, 2012.
ປະທານາທິບໍດີ ບາຣັກ ໂອບາມາ ເປັນປະທານກອງປະຊຸມສຸດຍອດ G-8 ທີ່ Camp David ວັນສຸກ ທີ່ 18, 2012.

ປະທານາທິບໍດີສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ເລີ່​ມການ​ເຄື່ອນ​ໄຫວ​ທາງດ້ານການ
​ທູດ​ລະດັບ​ສູງ​ເປັນ​ເວລາ 4 ມື້ ​ໃນ​ວັນ​ສຸກມື້ນີ້ ດ້ວຍ​ກອງ​ປະ​ຊຸມສຸດຍອດດ້ານ​ເສດຖະກິດ
ຂອງ​ກຸ່ມ G-8 ທີ່ Camp David ບ່ອນ​ພັກ​ຜ່​ອນຂອງປະທານາທິບໍດີ ຢູ່​ນອກ​ນະ​ຄອນ
​ຫລວງວໍ​ຊິງ​ຕັນ.

ທີ່​ປຶກສາ​ດ້ານ​ຮັກສາ​ຄວາມ​ປອດ​ໄພແຫ່ງ​ຊາດຂອງ​ສະຫະລັດ ທ່ານ Tom Donilon
ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ ໃນ​ວັນ​ພະຫັດນີ້​ວ່າ ບັນດາ​ຜູ້​ນໍາຂອງ​ກຸ່ມ 8 ປະ​ເທດ ຄາດ​ວ່າ​
ຈະ​ສົນທະນາຫາລືກັນກ່ຽວ​ກັບ​ເລື້ອງ​ຕະຫລາດ​ນໍ້າມັນ​ຂອງໂລກ ພະລັງງານ ​ແລະ
​ດິນຟ້າ​ອາກາດ ການ​ປ່ຽນ​ແປງ​ໃນ​ຕາ​ເວັນ​ອອກ​ກາງ ​ແລະ​ອາຟຣິກາ​ເໜືອ ​ແລະ​ວິ​ກິດ
​ການໃນ​ເຂດ​ໃຊ້ເງິນຢູ​ໂຣ ​ໃນ​ລະຍະ​ສອງ​ວັນ​ຂອງ​ການ​ປະ​ຊຸມສຸດ​ຍອດ. ນອກ​ນັ້ນ
ທ່ານ​ໂອບາ​ມາ ຍັງ​ໄດ້​ເຊີນ​ບັນດາ​ຜູ້​ນໍາ​ຈາກປະ​ເທດ​ອາ​ຟຣິກາປະກອບ​ມີ Ethiopia,
Benin, Ghana ​ແລະ Tanznia ເຂົ້າ​ຮ່ວ​ມ​ໃນ​ກອງ​ປະ​ຊຸມສຸດ​ຍອດ​ ເພື່ອ​ສົນທະນາ​
ຫາລື​ກ່ຽວ​ກັບ​ຄວາມ​ປອດໄພດ້ານອາຫານ​ ຢູ່ໃນທະວີບດັ່ງກ່າວ.

ກ່ອນມຸ້​ງໜ້າ​ໄປສູ່ Camp David ທ່ານ​ໂອ​ບາ​ມາ ຈະ​ໄດ້​ຕ້ອນຮັບປະທານາທິບໍດີ​
ຄົນ​ໃໝ່ຂອງຝຣັ່ງ​ ທ່ານ Francois Hollande ທີ່​ທໍານຽບຂາວ ໃນ​ການພົບ​ປະ​ນຶ່ງ​
ຕໍ່​ນຶ່ງເທື່ອ​ທຳ​ອິດຂອງ​ພວກ​ທ່ານ. ທ່ານ Hollande ຜູ້​ທີ່​ຫາ​ກໍ່​ສະບາ​ນ​ໂຕເຂົ້າຮັບ​ຕໍາ
​ແໜ່​ງ​ໃນ​ອາທິດ​ນີ້ ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ປ່ຽນ​ແປງ ກ່ຽວ​ກັບ​ການ​ເພັ່ງ ​ເລັງ​ຂອງ​
ຢູ​ໂຣບ​ໃນ​ປັດຈຸບັນ ​ໃສ່​ການປະຢັດ​ມັດ​ທະ​ຍັດ ເພື່ອ​ແກ້​ໄຂວິ​ກິ​ດການໜີ້ ສິນໃນ​ເຂດ​
ໃຊ້​ເງິນຢູ​ໂຣ. ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ປະຢັດ​ມັດ​ທະ​ຍັດ ​ໄດ້​ນໍາພາ​ໃຫ້ມີ​ການ​ປະ​ເຊີນ​
ໜ້າທາງ​ດ້ານ​ການ​ເມືອງ ຢູ່ກຣີສ ບ່ອນ​ທີ່​ບັນດາ​ຜູ້​ປ່ອນ​ບັດ​ພາກັນ ປະຕິ​ເສດຕໍ່ບັນ
ດາພັກ​ການ​ເມືອງ ທີ່​ເຫັນ​ດີ​ໃນ​ການ​ຕັດ​ງົບປະມານຢ່າງ​ໜັກເພື່ອ​ເປັນ​ການ​ແລກປ່ຽນ
​ການ​ຊ່ວຍ​ເຫລືອ​ທາງ​ດ້ານ​ການ​ເງິນ.

ທ່ານ​ Obama ​ແລະ ທ່ານ Hollande ຈະ​ພົບ​ກັນທີ່ Camp David ພ້ອມ​ດ້ວຍ
ນາຍົກລັດຖະມົນ​ຕີ​ເຢຍຣະມັນ​ທ່ານ​ນາງ Angela Merkel ຜູ້​ທີ່ຢູ່​ເບື້ອງ​ຫລັງ​ຄົນ​ສຳ
ຄັນ​ກ່ຽວ​ກັບ​ຂໍ້​ຕົກລົງ​ປະຢັດ​ມັດ​ທະ​ຍັດ​ຂອງເຂດ​ໃຊ້​ເງິນ​ຢູ​ໂຣ ຕະ ຫຼອດທັງ​ພວກ​ຜູ້
ນຳ​ຂອງກາ​ນາ​ດາ ອັງກິດ ອີ​ຕາ​ລີ ຍີ່​ປຸ່​ນ​ແລະຣັດ​ເຊຍ​. ນາຍົກ ລັດຖະມົນຕີ​ຣັດ​ເຊຍ
ທ່ານ Dmitri Medvedev ໄດ້​ເຂົ້າ​ຮ່ວມກອງ​ປະຊຸມ​ແທນ​ ປະທານາທິບໍດີ
Vladimir Putin.

ທ່ານ Hollande ຍັງຈະ​ເປັນ​ຜູ້​ຫລີ້ນ​ບົດບາດສຳຄັນ ​ໃນ​ກອງ​ປະ​ຊຸມສຸດ​ຍອດ ສອງ​
ວັນຂອງ​ອົງການ NATO ທີ່​ຈະ​ເລີ້ມ​ໃນ​ວັນ​ອາທິດ ທີ່​ນະຄອນ Chicago ຫົວ​ເມຶອງ​
ທີ່​ມາຂອງ​ທ່ານ Obama. ປະທານາທິບໍດີຄົນ​ໃໝ່​ຂອງ​ຝຣັ່ງ ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ​
ຈະ​ຖອນ​ກໍາລັງ​ທະຫານທັງ​ໝົດ ​ອອກ​ຈາກອັ​ຟກາ​ນິສຖານ​ໃນ​ທ້າຍ​ປີ​ນີ້ ສອງ​ປີ​ກ່ອນ
​ໝາຍ​ກຳນົດ​ການ​ຖອນທະຫານຂອງກໍາລັງ NATO​.

XS
SM
MD
LG