ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄອບຄົວໂອບາມາ ເປັນເຈົ້າພາບ ຈັດງານຊອກໄຂ່ອີສເຕີ້ ທີ່ທໍານຽບຂາວ (ເບິ່ງສະໄລດ໌ກັບວີດີໂອ)


ບັນດາເດັກນ້ອຍພ້ອມດ້ວຍພໍ່ແມ່ຫຼາຍພັນຄົນພາກັນມ່ວນຊື່ນຊອກເກັບໄຂ່ ແລະແຂ່ງຂັນກິ້ງໄຂ່ເສັງກັນທີ່ເດີ່ນຫຍ້າ ຂອງທໍານຽບຂາວ, ວັນຈັນ ທີ່ 9, 2012
ບັນດາເດັກນ້ອຍພ້ອມດ້ວຍພໍ່ແມ່ຫຼາຍພັນຄົນພາກັນມ່ວນຊື່ນຊອກເກັບໄຂ່ ແລະແຂ່ງຂັນກິ້ງໄຂ່ເສັງກັນທີ່ເດີ່ນຫຍ້າ ຂອງທໍານຽບຂາວ, ວັນຈັນ ທີ່ 9, 2012

ປະທານາທິບໍດີບາຣັກ ​ໂອ​ບາ​ມາ ຮ່ວມ​ກັບ​ພວກເດັກນ້ອຍ​ຫລາຍ​ພັນ​ຄົນແລະບັນດາ​
ພໍ່​ແມ່ຂອງ​ເຂົາ​ເຈົ້າ ​ໃນ​ວັນ​ຈັນ​ວານ​ນີ້ ອັນ​ເປັນ​ຮີດຄອງ​ປະ​ເພນີໃນລະດູ​ໃບ​ໄມ້​ປົ່ງຫຼືບານ​
ໃໝ່ຂອງ​ຊາວ​ອາ​ເມຣິກັນ​ໃນ​ການ​ຊອກຫາ​ໄຂ່ ​ເນື່ອງ​ໃນ​ໂອກາດ​ບຸນ​ອິສ​ເຕີ້ຫຼື​ Easter
Egg Roll ທີ່​ທໍານຽບຂາວ.

ແຂກ​ພິ​ເສດໃນ​ປີ​ນີ້ທີ່​ເຂົ້າຮ່ວມ​ຢູ່​ເດີ່ນທຳນຽບຂາວ​ປີນີ້ກໍມີ​ທັງ​ໂຕ​ຕຸກກະຕາ​ກະ​ຕ່າ​ຍຫຼື
ອິສ​ເຕີ້ບັນ​ນີ່ ​ແລະ​ບັນດາ​ນັກ​ກິລາ​ແຊມ​ປ້ຽນ​ໂອ​ລິມປິກ.

ດັ່ງ​ທີ່​ໄດ້​ປະຕິບັດ​ມາ ຈຸດ​ເດັ່ນ​ທີ່​ເປັນ​ກິລາ​ອັນ​ເກົ່າ​ແກ່ກໍ​ຄື ການ​ກິ້ງ​ໄຂ່ ຊຶ່ງ​ບັນດາ​ເດັກ
ນ້ອຍ​ ​ໄດ້​ຖືກ​ຊັກ​ຊວນຈາກປະທານາທິບໍດີ ​ໃຫ້ພາກັນ​ກິ້ງ​ໄຂ່ຂອງ​ເຂົາ​ເຈົ້າ ​ໃຫ້​ໄປ​ເຖິງ
​ເສັ້ນ​ໄຊກ່ອນໝູ່.

ທ່ານ​ Obama ໄດ້ອ່ານ​ປື້​ມນິທານ​ໂບຮານເດັກນ້ອຍ “Where the Wild Things Are”
ສູ່ເດັກນ້ອຍຟັງ ໂດຍມີ​ສັດ​ຕີໝາ​ຍ​ເລກ​ນຶ່ງ ທ່ານ​ນາງ Michelle ​ແລະ​ລູກ​ສາວ​ສອງ​ຄົນ ຄື
ນາງ Sasha ​ແລະ Malia ປະກອບສ່ວນນໍາ.

ທ່ານ​ຍັງ​ໄດ້​ເຂົ້າ​ຮ່ວມແຂ່ງຂັນ ໂຍນ​ບານບ້ວງ ກັບ​ຄະນະ Harlem Globetrotters.

ເນື້ອ​ໃນ​ນໍ້າໃຈຂອງ​ການ​ສະຫລອງ​ກິ້ງ​ໄຂ່ Easter Egg Roll ​ກໍໄດ້​ແກ່ “Let’s Go, Let’s
Play, Let’s Move.” ຊຶ່ງ​ເປັນ​ພາກສ່ວນນຶ່ງ ​ໃນ​ການ​ດຳ​ເນີນ​ຄວາມ​ພະຍາຍາມ​ຂອງທ່າ​ນ
ນາງ Obama ​ໃນ​ການ​ຕໍ່ຕ້ານ ​ບໍ່​ໃຫ້ເກີດ​ຄວາມຕຸ້ຍ​ພີ​ເກີນ​ໄປ​ ໃນ​ໝູ່​ພວກ​ເດັກນ້ອຍ.

ປະທານາທິບໍດີ Rutherford B. Hayes ເປັນ​ເຈົ້າພາບ​ຄົນ​ທໍາ​ອິດ ທີ່ຈັດ​ການ​ສະຫຼອງ
ການ​ກິ້ງ​ໄຂ່​ໃນ​ໂອກາດ​ວັນ​ບຸນ​ອີສ​ເຕີ້ ຫຼື Easter Egg Roll ​ທີ່​ທໍານຽບຂາວໃນ​ປີ 1878.

XS
SM
MD
LG