ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ. ໂອບາມາ ຫວັງວ່າ ບັນດາສະມາຊິກສະພາ ຈະສາມາດ ສະແດງອອກເຖິງຄວາມກ້າຫານຂອງຕົນ


ອະດີດ ປະທານາທິບໍດີ ສະຫະລັດ ກ່າວຖະແຫລງ ຕໍ່ບັນດາຜູ້ຊົມ ຫຼັງຈາກໄດ້ຮັບລາງວັນ ປະຫວັດໃນຄວາມກ້າຫານ ປະຈຳປີ 2017 ຫຼື Profile in Courage ໃນລະຫວ່າງ ພິທີການມອບຢູ່ຫໍສະມຸດ ແລະ ພິພິດທະພັນ ປະທານາທິບໍດີ John F. Kennedy, ວັນທີ 7 ພຶດສະພາ 2017.
ອະດີດ ປະທານາທິບໍດີ ສະຫະລັດ ກ່າວຖະແຫລງ ຕໍ່ບັນດາຜູ້ຊົມ ຫຼັງຈາກໄດ້ຮັບລາງວັນ ປະຫວັດໃນຄວາມກ້າຫານ ປະຈຳປີ 2017 ຫຼື Profile in Courage ໃນລະຫວ່າງ ພິທີການມອບຢູ່ຫໍສະມຸດ ແລະ ພິພິດທະພັນ ປະທານາທິບໍດີ John F. Kennedy, ວັນທີ 7 ພຶດສະພາ 2017.

ອະດີດປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ໄດ້ກ່າວໃນວັນອາທິດວານນີ້
ວ່າ ມັນເປັນ “ຄວາມຫວັງອັນແຮງກ້າ” ຂອງທ່ານ ທີ່ຢາກໃຫ້ບັນດາສະມາຊິກສະພາ
ຈະຍິນຍອມ “ເບິ່ງຄວາມເປັນຈິງທັງຫຼາຍ ແລະ ຈະເວົ້າເລື່ອງແທ້ຈິງ ເຖິງແມ່ນວ່າ
ເມື່ອມັນຈະຂັດແຍ້ງກັບທ່າທີຂອງພັກກໍຕາມ.”

ຄຳເຫັນຂອງທ່ານໂອບາມາ ໄດ້ມີຂຶ້ນ ໃນຂະນະທີ່ ທ່ານຮັບເອົາລາງວັນ “ປະຫວັດ
ໃນຄວາມກ້າຫານ ຫຼື Profile in Courage”
ຂອງມູນນິທິ John F. Kennedy
ຢູ່ນະຄອນ Boston ແລະ ສອງສາມມື້ ຫຼັງຈາກທີ່ສະພາຕ່ຳສະຫະລັດ ໄດ້ຮັບຮອງ
ເອົາຮ່າງກົດໝາຍ ທີ່ຈະສັບປ່ຽນ ໂຄງການຮັກສາສຸຂະພາບ ທີ່ເປັນສັນຍາລັກຂອງ
ທ່ານນັ້ນ.

ທ່ານໂອບາມາ ບໍ່ໄດ້ເອີ່ຍເຖິງ ປະທານາທິບໍດີ ດໍໂນລ ທຣຳ ຜູ້ເຂົ້າຮັບຕຳແໜ່ງຕໍ່ຈາກ
ທ່ານນັ້ນ ເລີຍ ຫຼື ທຳການອ້າງອີງໂດຍກົງ ໃດໆ ຕໍ່ການຊຸກຍູ້ໃຫ້ຍົກເລີກ ຂອງທ່ານ
ທຣຳ ແລະ ການສັບປ່ຽນ ກົດໝາຍປະກັນສຸຂະພາບລາຄາຖືກ ຫຼື Affordable Care
Act (ACA) ນອກເໜືອໄປຈາກການຊີ້ໃຫ້ເຫັນເຖິງ “ການອະພິປາຍ ຄັ້ງໃຫຍ່ ແມ່ນ
ຍັງບໍ່ທັນຕົກລົງກັນໄດ້”
ກໍຕາມ.

ແຕ່ທ່ານໂອບາມາ ໄດ້ອ້າງອີງເຖິງ ບັນດາສະມາຊິກພັກເດໂມແຄຣັດ ຜູ້ທີ່ເຂົ້າຮ່ວມ
ສະພາໃໝ່ໆ ໃນເວລາທີ່ພວກເຂົາເຈົ້າ ໄດ້ລົງຄະແນນສຽງ ໃຫ້ ACA ໃນປີ 2010
ແລະ ຕໍ່ຈາກນັ້ນມາ ໄດ້ກາຍເປັນເປົ້າໝາຍຂອງພັກຣີພັບບລີກັນ ທີ່ຈະທ້າຍທາຍຕໍ່
ການເລືອກຕັ້ງ ຄືນໃໝ່ ຂອງພວກເຂົາເຈົ້າ. ທ່ານໄດ້ກ່າວວ່າ ກຸ່ມນັ້ນ “ໄດ້ເຮັດສິ່ງ ທີ່ຖືກຕ້ອງແລ້ວ” ແລະ ກະທຳໄປດ້ວຍຄວາມກ້າຫານ.

ທ່ານໂອບາມາ ໄດ້ກ່າວຕື່ມວ່າ “ຂ້າພະເຈົ້າຫວັງວ່າ ບັນດາສະມາຊິກສະພາ ໃນ
ປັດຈຸບັນ ຈະທວນຄືນວ່າ ແທ້ຈິງແລ້ວ ມັນບໍ່ຕ້ອງໃຊ້ຄວາມກ້າຫານຫຼາຍປານໃດ
ເລີຍ ເພື່ອຈະຊ່ວຍເຫຼືອຈຳພວກຜູ້ທີ່ມີອຳນາດຢູ່ແລ້ວ ຢູ່ດີກິນດີຢູ່ແລ້ວ ມີອິດທິພົນ
ຢູ່ແລ້ວ ແຕ່ມັນຕ້ອງໄດ້ມີຄວາມກ້າຫານຈຳນວນນຶ່ງ ເພື່ອເປັນນັກຕໍ່ສູ້ ໃຫ້ແກ່ພວກ
ທີ່ອ່ອນແອ ແລະ ທີ່ເຈັບປ່ວຍ ແລະ ເສຍອົງຄະ ພວກຜູ້ທີ່ສ່ວນຫຼາຍບໍ່ສາມາດເຂົ້າ
ເຖິງ ຊ່ອງທາງຂອງອຳນາດ. ຂ້າພະເຈົ້າຫວັງວ່າ ພວກເຂົາເຈົ້າ ເຂົ້າໃຈວ່າ ຄວາມ
ກ້າຫານ ໝາຍເຖິງ ບໍ່ພຽງແຕ່ຈະເຮັດອັນທີ່ເລັ່ງລັດໃນການເມືອງ ແຕ່ອັນທີ່ພວກ
ເຂົາເຈົ້າ ເຊື່ອຢ່າງເລິກເຊິ່ງໃນຈິດໃຈຂອງພວກເຂົາເຈົ້າ ວ່າ ມັນຖືກຕ້ອງແລ້ວ.”

US Obama Award
please wait
Embed

No media source currently available

0:00 0:01:58 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG