ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ຮຽກຮ້ອງໃຫ້
ຊາວອາເມຣິກັນ ດຳເນີນການໃນພາກສ່ວນຂອງພວກເຂົາເຈົ້າ ເພື່ອໃຫ້ກຽດແກ່ພວກນັກລົບເກົ່າຂອງປະເທດ.
ກ່ອນມື້ພັກວັນນັກລົບເກົ່າຂອງລັດຖະບານກາງ ໃນວັນອັງຄານ
ຈະມານີ້ ປະທານາທິບໍດີໂອບາມາໄດ້ໃຊ້ຄຳປາໄສປະຈຳສັບປະ
ດາຂອງທ່ານ ໃນວັນເສົາມື້ນີ້ ສະແດງຄວາມເຄົາລົບ ແລະຂອບ
ອົກຂອບໃຈ ຕໍ່ບັນດາພວກຜູ້ຊາຍ ແລະແມ່ຍິງ ທີ່ໄດ້ເຂົ້າຮັບໃຊ້ ເປັນທະຫານໆຂອງປະເທດ.
ທ່ານເວົ້າວ່າ ພວກທີ່ໄດ້ສ່ຽງຊີວິດເຂົາເຈົ້າເພື່ອປົກປ້ອງອິດສະຫຼະພາບຂອງຊາວອາເມຣິ
ກັນທັງມວນນັ້ນ ຕ້ອງໄດ້ຮັບການປິ່ນປົວພະຍາບານທີ່ເຂົາເຈົ້າຕ້ອງການແລະໂອກາດທີ່ ພວກເຂົາເຈົ້າສົມຄວນຈະໄດ້ຮັບ ເວລາເຂົາເຈົ້າເດີນທາງກັບຄືນປະເທດຫຼັງຈາກຮັບໜ້າ ທີ່ແລ້ວ.
ປະທານາທິບໍດີໂອບາມາເວົ້າວ່າ ການສິ້ນສຸດລົງຂອງສົງຄາມແມ່ນເປັນພຽງການເລີ້ມຕົ້ນ ໃນການປະຕິບັດພັນທະຂອງປະເທດ ສຳລັບພວກທີ່ເຄີຍເຂົ້າຮັບໃຊ້ຕະຫລອດທັງບັນດາ ຄອບຄົວຂອງພວກທີ່ໄດ້ທຳການເສຍສະຫຼະຢ່າງໃຫຍ່ຫຼວງ ໃຫ້ແກ່ອາເມຣິກາ.
ທ່ານຮຽກຮ້ອງໃຫ້ເພີ້ມການດຳເນີນຄວາມພະຍາຍາມ ໃນການຮັກສາປິ່ນປົວພະຍາບານ ການຟື້ນຟູພວກເສຍອົງຄະຫຼືພິການ ການຫາວຽກເຮັດງານທຳແລະການສຶກສາສຳຫລັບ ພວກນັກລົບເກົ່າ.
ໃນຄຳປາໄສປະຈຳສັບປະດາຂອງພັກຣີພັບບລີກັນໃນວັນເສົາມື້ນີ້ ປະທານສະພາຕ່ຳສະ ຫະລັດ ທ່ານJohn Boehner ກໍໄດ້ສະແດງຄວາມເຄົາລົບຕໍ່ພວກນັກລົບເກົ່າອາເມຣິກັນ ໂດຍເວົ້າວ່າໃນຂະນະທີ່ພວກເຮົາຄຳນຶງເຖິງການເສຍສະຫຼະຂອງພວກເຂົາເຈົ້ານັ້ນ ຂໍໃຫ້ ພວກເຮົາປະຕິຍານວ່າ ຈະປະຕິບັດຕາມຄຳໝັ້ນສັນຍາ ທີ່ພວກເຮົາໄດ້ໃຫ້ໄວ້ ຕໍ່ພວກເຂົາ ເຈົ້າແລະຕໍ່ຄອບຄົວຂອງພວກເຂົາເຈົ້ານັ້ນ.