ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. Obama ​ຕ້ອນຮັບ ການຢ້ຽມຢາມ ປະ​ທາ​ນາ​ທິບໍດີ ຝຣັ່ງ


ທຸງຊາດ ອາເມຣິກາ ແລະຝຣັ່ງ ຫ້ອຍຢູ່ຕຶກ ບໍລິຫານ Eisenhower ທີ່ທໍານຽບຂາວ ໃນນະຄອນຫລວງວໍຊິງຕັນ
ທຸງຊາດ ອາເມຣິກາ ແລະຝຣັ່ງ ຫ້ອຍຢູ່ຕຶກ ບໍລິຫານ Eisenhower ທີ່ທໍານຽບຂາວ ໃນນະຄອນຫລວງວໍຊິງຕັນ
ປະທານາທິບໍດີ ສະຫະລັດ ທ່ານ Barack Obama ​ແລະ​ແຂກ​
ເມືອງ ປະ​ທາ​ນາ​ທິບໍດີ ຝຣັ່ງ ທ່ານ Francois Hollande ມີ​ກໍາ
ນົດເດີນທາງ​ໄປຍັງ​ເມືອງ Charlottesville ​ໃນ​ວັນ​ຈັນ​ມື້​ນີ້ ຊຶ່ງ​
ຢູ່​ທີ່​ນັ້ນ ທ່ານ​ທັງ​ສອງຈະ​ກ່າວ​ຄໍາ​ປາ​ໄສ ​ແລະທ່ຽວຊົມ​ເຮືອນ​
ປະຫວັດສາດ ຂອງປະທານາທິບໍ​ດີ​ຄົນ​ທີ​ສາມ ຂອງສະຫະລັດ
ທ່ານ Thomas Jefferson.

ກ່ອນໜ້າການ​ເດີນທາງ​ ໄປ​ເມືອງປະຫວັດສາດ ທີ່​ຕັ້ງ​ຢູ່ທາງ
ຕາເວັນ​ຕົກສຽງໃຕ້ຂອງ​ນະຄອນຫລວງ​ວໍ​ຊິງ​ຕັນ ​ໄກ​ອອກ​ໄປ
180ກິ​ໂລ​ແມດນັ້ນ ໜັງສື​ພິມ The Washington Post ໄດ້​
ພິມ​ເຜີ​ຍ​ແຜ່​ ບົດ​ຂຽນຮ່ວມຂອງ​ທັງ​ສອງ​ທ່ານ ທີ່ເນ້ນ​ຢໍ້າ​ການ
​ຮ່ວມ​ມືກັນກ່ຽວ​ກັບ​ຫລາຍ​ໆບັນ​ຫາ ​ທີ່​ຮວມ​ທັງການ​ເຈ​ລະ​ຈາ​ເລື້ອງ​ນິວເຄລຍຂອງ​ອີຣ່ານ ການ​ຕ້ານຢັນກໍ່​ການ​ຮ້າຍ ​ແລະ​ຄວາມ​ພະ​ຍາ​ຍາມ​ຕໍ່ສູ້​ ກັບຄວາມ​ທຸກ​ຍາກ ໃນອາ​ຟຣິກາ.

ປະທານາທິບໍດີຝຣັ່ງ ທ່ານ Francois Hollande
ປະທານາທິບໍດີຝຣັ່ງ ທ່ານ Francois Hollande

ທ່ານ Obama ​ແລະ ທ່ານ Hollande ກ່າວ​ວ່າ ສາຍ​ພົວພັນ
ລະ​ຫ​ວ່າງ ສະຫະລັດກັບຝຣັ່ງໄດ້ “ປ່ຽນຮູບ​ແບບ​ໄປ” ​ໃນ​ສອງ​
ສາມ​ປີ​ທີ່​ຜ່ານ​ມາ ​ແລ​ະ​ເປັນ “​ແບ​ບຢ່າງ​ຂອງການ​ຮ່ວມ​ມືລະ
ຫວ່າງ​ປະ​ເທດ.” ພວກ​ທ່ານຍັງ​ໄດ້ອ້າງ​ເຖິງ ການ​ຮ່ວມ​ມື​ທາງ
​ທະຫານ ໃນ​ປະ​ເທດມາລີ ໃນສາທາລະນະ​ລັດອາ​ຟຣິກາກາງ ​
ແລະ ​ໂຊ​ມາ​ເລຍ ຕະຫລອດ​ທັງການ​ລິ​ເລີ້ມ​ຕ່າງໆເພື່ອຫລຸດ
ຜ່ອນ​ການ​ປ່ອຍ​ທາດ carbon ລ່ວງ​ໜ້າ​ກອງ​ປະຊຸມສາກົນ ​
ກ່ຽວ​ກັບ​ການປ່ຽນແປງຂອງ​ດິນ​ຟ້າ​ອາກາດ ​ໃນ​ປີໜ້າ​ ທີ່ປະ​
ເທດ​ຝຣັ່ງ.

​ໃນ​ການ​ເດີນທາງ​ໄປ​ຍັງ Charlottesville ນັ້ນ ທໍານຽບຂາວ​ແມ່ນ​ເນ້ນ​ໜັກ​ການ​ກ່ຽວຂ້ອງ
​ພົວພັນ ຂອງ​ທ່ານ Jefferson ກັບຝຣັ່ງ ​ໂດຍ​ກ່າວ​ເຖິງ Monticello ​ເຮືອນຂອງ​ທ່ານ​ວ່າ ​
ສະທ້ອນ​ເຖິງຄວາມ​ຮັກ​ຫອມປະຊາຊົນ​ຝຣັ່ງ ຂອງ​ທ່ານ ​ແລະຄ່າ​ນິຍົມ​ທີ່​ທັງ​ສອງ​ປະເທດມີ
​ຮ່ວມ​ກັນກ່ຽວ​ກັບ​ “ຊີວິດ ​ເສລີພາບ ​ແລະ​ການ​ສະ​ແຫວ​ງຫາຄວາມສຸກ” ນັ້ນ​.

ທ່ານ Jefferson ​ໄດ້​ເປັນ​ທູດສະຫະລັດ ປະຈໍາ ​ປະ​ເທດຝຣັ່ງ ກ່ອນໄດ້​ດໍາລົງ​ຕໍາ​ແໜ່​ງ​ເປັນ
ລັດຖະມົນຕີຕ່າງປະ​ເທດ ແລະ​ຮອງປະທານາທິບໍດີ ສະຫະລັດ ​.
XS
SM
MD
LG