ບັນດາຜູ້ນຳ ຍີ່ປຸ່ນ ແລະເກົາຫລີໃຕ້ ໄດ້ພົບປະສົນທະນາ
ກັນແບບສາມຝ່າຍກັບ ປະທານາທິບໍດີສະຫະລັດ ທ່ານ
Barack Obama ຢູ່ນອກກອງປະຊຸມ ນິວເຄລຍນາໆ
ຊາດ ທີ່ກຸງ Hague ປະເທດເນເທີແລນ.
ກ່ອນການພົບປະເລີ້ມຂື້ນໃນວັນອັງຄານວານນີ້ ທ່ານ
Obama ກ່າວວ່າ ການ ປະສານງານຢ່າງເລິກເຊິ່ງ ລະ
ຫວ່າງກຸງວໍຊິງຕັນ ກຸງໂຕກຽວ ແລະກຸງໂຊລ ທີ່ ຮວມທັງ
“ການຮ່ວມມືທາງທະຫານ ທີ່ຮວມທັງການຊ້ອມລົບຮ່ວມ”
ແມ່ນມີຄວາມສຳຄັນທີ່ສຸດ ໃນການຮັບມືກັບເກົາຫລີເໜືອ.
ທ່ານ Obama ກ່າວວ່າ “ໃນລະຍະຫ້າປີທີ່ຜ່ານມານີ້ ການປະສານງານຢ່າງໃກ້ຊິດ ລະຫວ່າງປະເທດທັງສາມຂອງພວກເຮົາ ໄດ້ປະສົບຄວາມສຳເລັດໃນ ການປ່ຽນແປງ ວິທີການຮັບມືກັບເກົາຫຼີເໜືອ ແລະການຮ່ວມມືສາມຝ່າຍຂອງ ພວກເຮົາໄດ້ສົ່ງສັນຍານໄປຍັງກຸງພຽງຢາງວ່າ ການທ້າທາຍເກາະຜິດ ແລະ ການຂົ່ມຂູ່ຂອງພຽງຢາງນັ້ນ
ຈະໄດ້ຮັບການຕອບໂຕ້ແບບເປັນເອກກະພາບຮ່ວມກັນ ແລະຄວາມໝາຍໝັ້ນຂອງ
ສະຫະລັດຕໍ່ຄວາມປອດໄພຂອງທັງຍີ່ປຸ່ນ ແລະ ສາທາລະນະລັດເກົາຫລີ ແມ່ນແນ່ວ
ແນ່ບໍ່ມີການປ່ຽນແປງ.”
ປະທານາທິບໍດີ ເກົາຫລີໃຕ້ ທ່ານນາງ Park Geun-hey ແລະ ນາຍົກລັດ ຖະມົນຕີຍີ່
ປຸ່ນ ທ່ານ Shinzo Abe ຕ່າງກໍໄດ້ເຫັນພ້ອມນຳກັນວ່າ ການຕອບໂຕ້ຮ່ວມກັນ ແມ່ນມີ
ຄວາມສຳຄັນຫຼາຍໃນການຮັບມືກັບການຂົ່ມຂູ່່ຈາກໂຄງການ ນິວເຄຣຍ ແລະລູກສອນ
ໄຟ ຂອງເກົາຫລີເໜືອ.
ຄວາມສຳພັນລະຫວ່າງ ສອງປະເທດພັນທະມິດຂອງສະຫະລັດ ໄດ້ຊຸດໂຊມລົງ ໃນໄລ
ຍະສອງສາມປີທີ່ຜ່ານມາ ແລະນີ້ ແມ່ນເປັນການພົບພໍ້ກັນ ຢ່າງເປັນທາງເທື່ອທຳອິດ
ລະຫວ່າງ ປະທານາທິບໍດີ ເກົາຫລີໃຕ້ ແລະ ນາຍົກລັດຖະມົນຕີ ຍີ່ປຸ່ນ.
ສະຫະລັດ ໄດ້ຮຽກຮ້ອງໃຫ້ ກຸງໂຕກຽວ ແລະກຸງໂຊລ ຫລຸດຜ່ອນຄວາມເຄັ່ງຕືງ ກ່ຽວ
ກັບການໂຕ້ຖຽງທາງປະຫວັດສາດ ແລະເພັ່ງເລັງໃສ່ບັນຫາຕ່າງໆ ທີ່ມີຜົນປະໂຫຍດ ນຳກັນ ເຊັ່ນວ່າ ໂຄງການນິວເຄຣຍເກົາຫລີເໜືອເປັນຕົ້ນ.