ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ໂອບາມາ ຈັດງານລ້ຽງອາຫານຄ່ຳ ifta ທີ່ທຳນຽບຂາວ


ປະທານາທິບໍດີ Barack Obama ນັ່ງຮັບປະທານອາຫານ
ຄຳ່ ກັບບັນດາແຂກ ຢູ່ໃນພິທີບຸນ Iftar ເພື່ອສະຫລອງເຖິງ
ເດືອນສັກສິດ Ramadan.
ປະທານາທິບໍດີ Barack Obama ນັ່ງຮັບປະທານອາຫານ ຄຳ່ ກັບບັນດາແຂກ ຢູ່ໃນພິທີບຸນ Iftar ເພື່ອສະຫລອງເຖິງ ເດືອນສັກສິດ Ramadan.

ປະທານ​າທິບໍດີ ສະຫະລັດ ທ່ານ Barack Obama ​ໄດ້ອອກ
ມາ​ກ່າວ​ຕໍ່​ຕ້ານ ການ​ລຳອຽງ​ດ້ານ​ສາສະໜາ ​ໃນ​ວັນ​ຈັນ​ວານ​ນີ້
ຢູ່​ທຳນຽບຂາວ ໃນພິທີ​ກິນ​ລ້ຽງ ອາຫານ​ຄໍ່າ ເພື່ອສະຫລອງວັນ​
ເລີ້ມ​ຂ​ອງ​ເດືອນ​ສັກສິດ​ Ramadan ຂອງອິສ ລາມ​.

ສະມາຊິກຈາກ​ປະຊາ​ຄົມການທູດຫຼາຍທ່ານ ບັນດາ​ສະມາຊິກ
ສະພາ ​ແລະ​ຊາວ​ມຸສລິ​ມອາ​ເມຣິກັນ ​ໄດ້​ເຂົ້າຮ່ວມ ພິທີຮັບປະ
ທານອາຫານ​ແລງ ifta ຕາມປະເພນີ ຫຼງຈາກໄດ້​ອົດ​ອາຫານ
​ແຕ່​ຕາ​ເວັນ​ຂື້ນ ຈົນຮອດ​ຕາ​ເວັນ​ຕົກ.

ທ່ານ Obama ກ່າວ​ວ່າ ອາຫານ​ຄຳ່ iftar ​ເປັນ​ການ​ສຳນຶກ​ເຖິງ
“​ເສລີພາບ​ທີ່​ເຮັດ​ໃຫ້​ພວກ​ເຮົາ​ຢູ່​ຮ່ວມກັນ ​ເປັນ​ຊາວ​ອາ​ເມຣິກັນ” ຮວມທັງ “ສິດທິ​ທີ່ລ່ວງລະ ເມີດບໍ່​ໄດ້ ​ຂອງ​ການປະຕິດບັດ​ຄວາມ​ເຊື່ອ​ຖື​ຂອງພວກ​ເຮົາ​ຢ່າງ​ເສລີ.”

ທ່ານ ​ໄດ້​ປະນາມ ເຫດຮ້າຍທີ່​ເກີດ​ຂື້ນ​ຫລາຍໆ​ຄັ້ງ​ຫວ່າງ​ມໍ່ໆ​ມາ​ນີ້ ທີ່​ພົວພັນ​ກັບ ສາສະໜາ
ຮວມທັງ​ອາທິດໃນ​ແລ້ວ​ນີ້ ກ່ຽວກັບ​ການ​ຍິງ​ສັງຫານ​ໝູ່່ ທີ່​ໂບດຊາວ ອາ​ເມຣິກັນເຊື້ອສາຍ
ອາ​ຟຣິກາທີ່ເມືອງ Charleston ລັດ South Carolina​.

ທ່ານ Obma ຍັງ​ໄດ້​ຮັບ​ຮູ້ ວິ​ກິດ​ການ​ອົບ​ພະຍົບ ທີ່ເກີດຈາກການລຸກ​ຮື​ຂື້ນ​ຢ່າງ ​ຮຸນ​ແຮງ ຢູ່
​ໃນ​ພາກຕາ​ເວັນ​ອອກ​ກາງ ພ້ອມ​ທັງສະພາບການທີ່ພວມຊຸດໂຊມລົງ ຂອງຊາວ​ໂຣຮິງ​ຢາ
ມຸສລິ​ມ​ໃນ​ມຽນມາ ທີ່​ຫລົບໜີ​ຈາກ​ການປະ​ຫັດ​ປະຫານ ຢູ່​ໃນ​ປະ​ເທດ​ຂອງ​ເຂົາ​ເຈົ້າ.

Obama Ifta Dinner
please wait
Embed

No media source currently available

0:00 0:01:17 0:00

XS
SM
MD
LG