ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ​ ກ່າວຢ້ຳ ເຖິງຄວາມໝາຍໝັ້ນ ໃນທາງສ່ວນຕົວ ຕໍ່ການສ້າງ ຄວາມກ້ຳເກິ່ງ ໄປສູ່ເອເຊຍ​


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ​ ກ່າວຕໍ່ກອງປະຊຸມຖະແຫຼງຂ່າວ ຢູ່ນະຄອນວຽງຈັນ. (8​ ກັນຍາ 2016)
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ​ ກ່າວຕໍ່ກອງປະຊຸມຖະແຫຼງຂ່າວ ຢູ່ນະຄອນວຽງຈັນ. (8​ ກັນຍາ 2016)

ໃນ​ຂະນະ​ທີ່ ​ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ​ ມ້ວນທ້າຍ​ການ​ເດີນທາງ​ໄປ​ຢ້ຽມຢາມ​ເຂດ​ເອ​ເຊຍ ​ໃນ​ຂະນະ​ທີ່​ຍັງ​ຢູ່​ໃນ​ຕຳ​ແໜ່​ງນັ້ນ ທ່ານ​ໄດ້​ສະທ້ອນ​ໃຫ້​ເຫັນຄວາມ​ສຳພັນ ​ທີ່​ມີ​ມາ​ເປັນ​ເວລາ​ດົນ​ນານ​ຕໍ່​ຂົງ​ເຂດ​ດັ່ງກ່າວ​ ທີ່​ທ່ານ​ໄດ້​ເຮັດ​ໃຫ້ ​ເປັນ​ຈຸດ​ໃຈ​ກາງ​ໃນ​ນະ​ໂຍບາຍ​ຂອງ​ສະຫະລັດ.

​ໃນ​ກອງ​ປະຊຸມ​ຖະ​ແຫລງຂ່າວ ​ຄັ້ງສຸດ​ທ້າຍ ກ່ອນ​ອອກ​ເດີນທາງ​ຈາກ​ລາວ​ນັ້ນ ທ່ານ​ກ່າວ​ວ່າ ທ່ານ​ພູມ​ໃຈ​ທີ່​ໄດ້​ເປັນ​ປະທານາທິບໍດີ​ຄົນ​ທຳ​ອິດ​ຂອງ​ສະຫະລັດທີ່ໄດ້​ພົບປະ​ກັບ​ພວກ​ຜູ້ນຳ​ທັງ 10 ຂອງ​ສະມາຄົມ​ອາ​ຊ່ຽນ ແລະ​ກ່າວ​ວ່າ ຫລັງຈາກ​ທ່ານ​ ໄດ້​ອອກ​ຈາກ​ຕຳ​ແໜ່​ງໃນ​ເດືອນ​ມັງກອນແລ້ວ ທ່ານ​ຫວັງ​ວ່າ ຜູ້​ທີ່​ສືບ​ທອດຕຳ​ແໜ່​ງຕໍ່​ຈາກ​ທ່ານຈະ​ສືບ​ຕໍ່​ຖື​ວ່າ​ຂົງ​ເຂດ​ດັ່ງກ່າວ​ຍັງເປັນ​ບູລິ​ມະ​ສິດ.

“​ແລະ​ຄວາມ​ຫວັງ​ພ້ອມ​ທັງ​ຄວາມ​ຄາດໝາຍ​ຂອງ​ຂ້າພະ​ເຈົ້າກໍ​ຄື​ວ່າ ຜູ້​ສືບ​ທອດ​ຕໍ່​ຈາກ​ຂ້າ ພະ​ເຈົ້າ ຈະ​ຮັກສາ​ການ​ພົວພັນ​ແບບ​ນີ້​ໄວ້ ຍ້ອນ​ວ່າມີ​ຫລາຍໆ​ສິ່ງ​ຫລາຍໆ ເກີດ​ຂຶ້ນຢູ່​ທີ່​ນີ້. ພວກ​ເຮົາ​ມີ​ປະ​ເທດ​ຕ່າງໆຢູ່​ທີ່​ນີ້ກຳລັງ​ກ້າວ​ໄປ​ຂ້າງ​ໜ້າ. ພວກ​ເຮົາ​ມີພົນລະ​ເມືອງທີ່​ມີ​ການ​ເຄື່ອນ​ໄຫວ​ແລະ​ໜຸ່ມ​ນ້ອຍ​ທີ່​ສຸດ​ເຂດ​ນຶ່ງ​ໃນ​ໂລກ. ນີ້​ແມ່ນ​ເຂດ​ບ່ອນ​ທີ່​ການ​ເຄື່ອນ​ໄຫວ​ຈະ​ມີ​ຂຶ້ນ ​ເມື່ອ​ເວົ້າ​ເຖິງ​ເລື້ອງພານິດ​ແລະ​ກາ​ນຄ້າ ​ແລະ​ໃນ​ທີ່​ສຸດ​ກໍ​ຈະ​ສ້າງ​ວຽກ​ເຮັດ​ງານ​ທຳ​ຢູ່​ໃນ​ສະຫະລັດຍ້ອນ​ມີ​ຄວາມ​ສາມາດ​ທີ່​ຈະ​ຂາຍ​ໃຫ້​ຕະຫຼາດ​ແຫ່ງ​ນີ້.”

ປະທານາທິບໍດີໂອບາມາ ຈັບມືກັບປະທານປະເທດຈີນ ທ່ານ ສີ ຈິ້ນຜິງ
ປະທານາທິບໍດີໂອບາມາ ຈັບມືກັບປະທານປະເທດຈີນ ທ່ານ ສີ ຈິ້ນຜິງ

ການ​ເດີນທາງ​ມາ​ຢ້ຽມຢາມ​ເຂດ​ເອ​ເຊຍ​ ຂອງ​ປະທານາທິບໍດີ​ໂອ​ບາ​ມາ ​ໄດ້​ສິ້ນສຸດ​ລົງໃນ​ທາງ​ບວກ​ ຫລັງ​ຈາກ​ໄດ້​ມີ​ການ​ເລີ້ມຕົ້ນ​ແບບ​ຂ້ອນ​ຂ້າງຫຍຸ້ງຍາກ.

​ໄດ້​ມີ​ການ​ຕ້ອນຮັບ​ທີ່​ບໍ່ຄ່ອຍ​ຮຽບຮ້ອຍ​ເວລາ​ທ່າ​ນເດີນທາງ​ໄປ​ເຖິງ​ປະ​ເທດ​ຈີນຊຶ່ງ​ປະທາ ນາທິບໍດີ​ ຕ້ອງລົງ​ຈາກ​ເຮືອບິນ​ປະຈຳ​ຕຳ​ແໜ່​ງ Air Force One ດ້ວຍຂັ້ນ​ໃດທີ່​ສັ້ນ​ເກີນ​ໄປເວລາ​ຈີນ​ບໍ່​ໄດ້​ເອົາ​ຂັ້ນ​ໃດ​ເຫລັກ​ຕາມ​ທີ່​ເຄີຍ​ໄດ້​ກະທຳ​ນັ້ນ​ໃຫ້. ​ເກົາຫລີ​ເໜືອກໍ​ໄດ້​ຍິງ​ລູກ​ສອນ​ໄຟ​ນິວ​ເຄລຍ​ໃນ ​ລະຫວ່າງ​ການ​ຢ້ຽມຢາມ ​ເພື່ອ​ຈະເນັ້ນ​ໃຫ້​ເຫັນ​ ເຖິງ​ຄວາມ​ລົ້ມ​ແຫຼວຂອງ​ສະຫະລັດ​ແລະ​ນາໆ​ຊາດກ່ຽວ​ກັບ​ຄວາມ​ພະຍາ​ຍາມ​ໃນ​ການຫ້າມ​ແຜ່ຜາຍ​ອາ ວຸດ. ປະທານາທິບໍດີ​ຟີ​ລິບ​ປິນ ທ່ານ Rodrigo Duterte ​ແມ່ນໄດ້​ສະ​ແດງ ​ການ​ໝິ່ນປະ ໝາດກ່ຽວ​ກັບ​ທ່ານ​ໂອ​ບາ​ມາ ຊຶ່ງ​ພາ​ໃຫ້ທ່ານ​ຕ້ອງ​ໄດ້​ຍົກ​ເລີກ​ການ​ພົບ​ພໍ້​ກັບຜູ້ກ່ຽວ. ບຸກ ຄົນ​ທັງ​ສອງ​ໄດ້​ລົມ​ກັນ​ເປັນ​ເວລາສັ້ນໆ​ຢູ່​ຂ້າງ​ນອກ​ຂອງ​ກອງ​ປະຊຸມ​ສຸດ​ຍອດ ຫລັງ​ຈາກ​ທ່ານ Duterte ​ແລະ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ທ່ານ​ໄດ້​ສະແດງ​ຄວາມ​ເສຍ​ໃຈ ​ກ່ຽວ​ກັບ​ເລື້ອງທີ່​ທ່ານ​ໄດ້​ເວົ້າ​ໄປ.

​ເຫດການ​ຕ່າງໆ​ ແລະ​ຄວາມ​ເຄັ່ງ​ຕຶງ​ເຫລົ່ານີ້ ​ໄດ້​ພາ​ໃຫ້​ມີ​ການ​ວິພາກ​ວິຈານ ຮວມທັງ​ຜູ້​ສະໝັກ​ປະທານາທິບໍດີ​ຂອງ​ພັກຣີພັບ​ບລີ​ກັນ ທ່ານ Donald Trump ທີ່​ກ່າວ​ວ່າ ພວກ​ຜູ້ນຳ​ຕ່າງປະ​ເທດ​ບໍ່​ໄດ້​ໃຫ້ການ​ເຄົາລົບຕໍ່​ປະທານາທິບໍດີໂອ​ບາ​ມາ ທີ່​ກຳລັງ​ຈະ​ພົ້ນຈາກ​ຕຳ​ແໜ່​ງ ຊຶ່ງ​ຍັງ​ມີ​ເວລາ​ເຫລືອ​ຢູ່​ແຕ່​ພຽງ​ຫ້າ​ເດືອນ​ເທົ່າ​ນັ້ນ.

ນັກ​ຊ່ຽວຊານອະ​ວຸ​ໂສ​ ດ້ານ​ເອ​ເຊຍ ທີ່​ສະຖາບັນ Brooking ທ່ານ Jonathan Pollack ກ່າວ​ຕໍ່​ວີ​ໂອ​ເອວ່າ ​ໂດຍ​ພື້ນຖານ​ແລ້ວ​ທ່ານ​ບໍ່​ເຫັນ​ພ້ອມ​ນຳ “ບັນຫາ​ກ່ຽວ​ກັບ​ເລື້ອງຂັ້ນ​ໃດ​ນັ້ນ ມັນ​ເປັນ​ນຶ່ງ​ໃນ​ສາ​ເຫດ ​ທີ່​ເກີດ​ຂຶ້ນ​ໃນ​ທັນທີ​ທັນ​ໃດທີ່​ສາມາດ​ແລ​ະຄວນ​ຈະ​ຫລີກ​ເວັ້ນໄດ້ ​ໂດຍພວກ​ເຈົ້າໜ້າ​ທີ່​ຂອງ​ຜູ້ນຳ​ທັງ​ສອງ. ມີປະຫວັດມາ​ນານ​ແລ້ວ​ກ່ຽວ​ກັບ​ເຫດການ​ທີ່​ຄ້າຍຄື​ກັນນີ້ຢູ່​ໃນ​ຄວາມ​ສຳພັນ​ຂອງ​ສະ ຫະລັດ​ກັບ​ຈີນ.

ທ່ານ Pollack ກ່າວ​ວ່າ ກະຊວງ​ການ​ຕ່າງປະ​ເທດ​ຟີ​ລິບ​ປິນກໍ​ໄດ້​ອອກ​ການ​ຂໍ​ຂະ​ມາ​ໂທດ​ຢ່າງ​ເປັນ​ທາງ​ການ ກ່ຽວ​ກັບ​ຄຳ​ເວົ້າທີ່​ຫຍາບ​ຄາຍ ​ຂອງ​ປະທານາທິບໍດີ​ຂອງ​ຕົນ​ ໄປ​ແລ້ວ ຍ້ອນ​ວ່າ​ສິ່ງ​ສຸດ​ທ້າຍ​ທີ່​ພວກ​ເຂົາ​ເຈົ້າຕ້ອງການ​ຢາກ​ເຮັດ​ກໍ​ຄືບ່ອນ​ທຳລາຍ​ຕໍ່​ຄວາມ​ສຳພັນ​ຂອງ​ຟີ​ລິບ​ປິນກັບ​ສະຫະລັດ. ທ່ານ​ໄດ້​ຊົມ​ເຊີຍ​ທ່ານ ​ໂອ​ບາ​ມາ​ທີ່​ໄດ້​ຈັດການກັບ​ການ​ໝິ່ນ ປະໝາ​ດດັ່ງກ່າວ​ນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG