ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາສູງ ເຄື່ອນໄຫວຄັ້ງທຳອິດ ເພື່ອຍົກເລີກ ປະກັນສຸຂະພາບ Obamacare


ຜູ້ນຳສຽງສ່ວນຫຼາຍສະພາສູງຈາກລັດ Kentucky ທ່ານ Mitch McConnell ກ່າວຄຳປາໄສໃນລະຫວ່າງກອງປະຊຸມຖະແຫຼງຂ່າວໃນ ວໍຊິງຕັນ. 9 ພະຈິກ, 2016.
ຜູ້ນຳສຽງສ່ວນຫຼາຍສະພາສູງຈາກລັດ Kentucky ທ່ານ Mitch McConnell ກ່າວຄຳປາໄສໃນລະຫວ່າງກອງປະຊຸມຖະແຫຼງຂ່າວໃນ ວໍຊິງຕັນ. 9 ພະຈິກ, 2016.

ສະພາສູງ ສະຫະລັດ ທີ່ຄວບຄຸມໂດຍ ພັກຣີພັບບລີກັນ ໄດ້ດຳເນີນບາດກ້າວທຳອິດ ​ເພື່ອ ຍົກເລີກໂຄງການປະກັນ​ໄພສຸຂະພາບຂອງປະທານາທິບໍດີ ບາຣັກ ໂອບາມາ.

ບັນດາສະມາຊິກພັກຣີພັບບລີກັນ ໄດ້ຖື​ເອົາການຍົກເລີກກົດໝາຍປະກັນ​ໄພສຸຂະພາບ ລາຄາຖືກ, ເຊິ່ງຮູ້ກັນ​ໃນ​ຊື່ Obamacare ນັ້ນ ເປັນໜຶ່ງໃນບັນດາບູລິມະສິດສຳຄັນສຸດ ຂອງພວກເຂົາເຈົ້າ ເມື່ອປະທານາທິ ບໍດີທີ່ຖືກເລືອກໃໝ່ທ່ານ Donald Trump ເຂົ້າດຳ ລົງຕຳແໜ່ງ.

ໂດຍຄະແນນສຽງ 51 ຕໍ່ 48, ເຊິ່ງສະພາສູງໄດ້ລົງຄະແນນສຽງ ໃນ ຕອນເຊົ້າຂອງວັນ ພະຫັດມື້ນີ້ ເພື່ອຮອງຮັບ​ເອົາກົດລະບຽບທີ່ອະນຸຍາດໃຫ້ຮ່າງ​ກົດໝາຍຍົກເລີກສາມາດ ດຳເນີນຕໍ່ໄປດ້ວຍຄະແນນສຽງສ່ວນຫຼາຍ​ແບບ​ທຳ​ມະ​ດາ ແລະຈະບໍ່ຖືກຂັດຂວາງໂດຍ ບັນດາສະມາຊິກພັກ ເດໂມແຄຣັດ. ພັກຣີພັບບລີກັນ ຄວບຄຸມ 52 ບ່ອນນັ່ງຂອງ​ຈຳນວນ ທັງໝົດ 100 ບ່ອນໃນສະພາສູງ.

ຜູ້ນຳສຽງສ່ວນຫຼາຍຂອງສະພາສູງ ທ່ານ Mitch McConnell ໄດ້ ກ່າວວ່າ “ສະພາສູງ ໄດ້ເອົາບາດກ້າວທີ່ສຳຄັນໄປ​ສູ່ການຍົກເລີກແລະ ຮັບຮອງເອົາ​ກົດໝາຍ​ໃໝ່​ແທນ Obamacare ໂດຍຮັບ​ຜ່ານ​ຮ່າງ​ກົດ ໝາຍທີ່ສະໜອງ​ເຄື່ອງມືທີ່ຈຳເປັນ ເພື່ອຍົກເລີກ ກົດໝາຍທີ່ລົ້ມແຫຼວນີ້ໃຫ້ໄດ້ແທ້ໆ ໃນຂະນະທີ່ພວກເຮົາກ້າວໜ້າຕໍ່ໄປ ດ້ວຍນະໂຍ ບາຍປະກັນ​ໄພສຸຂະພາບ ທີ່ມີຄວາມສະຫຼຽວສະຫຼາດກວ່າ​.”

ຢູ່​ທີ່ສະພາຕໍ່າ, ເຊິ່ງພັກຣີພັບບລີກັນ ກໍກຳສຽງສ່ວນຫຼາຍນັ້ນ, ແມ່ນຄາດວ່າ ຈະລົງຄະ ແນນສຽງ ກ່ຽວກັບຮ່າງ​ກົດໝາຍດັ່ງກ່າວ ໃນສັບ ປະດານີ້. ບັນດາຜູ້ນຳພັກຣີພັບບລີກັນ ວາງແຜນທີ່ຈະສຳ​ເລັດຮ່າງກົດໝາຍຍົກເລີກຢ່າງແທ້ຈິງ​ພາຍໃນທ້າຍເດືອນມັງກອນນີ້.

ຄຳຖາມໃຫຍ່ທີ່ມີຄວາມໂດດເດັ່ນກໍແມ່ນວ່າ ຈະມີຫຍັງເກີດຂຶ້ນຖ້າພວກເຂົາເຈົ້າຍົກເລີກ ໂຄງການດັ່ງກ່າວນີ້​ໄປ​ແລ້ວ. ປະຈຸບັນນີ້, ພັກຣີພັບບລີກັນຍັງບໍ່ມີແຜນການທີ່ສອດຄ່ອງ ກັນກ່ຽວກັບວິທີການທົດແທນກົດໝາຍປະກັນ​ໄພສຸຂະພາບນີ້ທີ່ເຮັດໃຫ້ປະຊາຊົນ ອາເມ ຣິກັນ ເຖິງ 20 ລ້ານ ຄົນໄດ້ຮັບປະກັນ​ໄພສຸຂະພາບ ເຊິ່ງກ່ອນໜ້ານີ້ພວກເຂົາເຈົ້າ ບໍ່ໄດ້ມີ.

ທ່ານ ທຣຳ ໄດ້ກ່າວໃນວັນພຸດວານນີ້ວ່າ ທ່ານຢາກໃຫ້ຄວາມພະຍາ ຍາມ​ເພື່ອຍົກເລີກ ແລະ ການສັບປ່ຽນ ເກີດຂຶ້ນໃນເວລາດຽວກັນ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

US Healthcare Law
please wait
Embed

No media source currently available

0:00 0:01:12 0:00

XS
SM
MD
LG