ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ​ ກັບຄືນມາເຖິງ ສຫລ ແລ້ວ ຫຼັງຈາກ ຢ້ຽມຢາມ ອາເມຣິກາລາຕິນ


President Barack Obama waves as he heads toward Air Force One, accompanied by his daughter Malia, at the international airport serving Buenos Aires, Argentina, March 25, 2016.
President Barack Obama waves as he heads toward Air Force One, accompanied by his daughter Malia, at the international airport serving Buenos Aires, Argentina, March 25, 2016.

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ​ ​ໂອ​ບາ​ມາ​ ໄດ້ກັບ​ຄືນ​ມາ
ເຖິງ​ທຳນຽບຂາວແລ້ວ​ຫລັງ​ຈາກ​ໄດ້​ເດີນທາງ​ໄປ​ຢ້ຽມຢາມ​ອາ​ເມ
ຣິກາ​ລາ​ຕິນທີ່​ຮວມທັງ​ການ​ຢຸດ​ແວ່ ທີ່​ປະ​ເທດ​ອາ​ເຈັນ​ຕີ​ນາ ​ແລະ​
ການ​ຢ້ຽມຢາມ​ຄິວ​ບາ​ຄັ້ງປະຫວັດສາດ ​ທີ່​ທ່ານໄດ້​ພົບ​ປະ​ກັບ​ປະ
ທານາທິບໍດີ Raul Castro.

ທ່ານ​ໂອ​ບາ​ມາ ພ້ອມ​ດ້ວຍ​ສະຕີ​ໝາຍ​ເລກ​ນຶ່ງ ລູກ​ສາວ​ສອງ​ຄົນ ​
ແລະ​ແມ່​ເຖົ້າຂອງ​ທ່ານ​ໄດ້​ຂຶ້ນ​ເຮືອບິນ​ປະຈຳ​ຕຳ​ແໜ່​ງປະທານາ
ທິບໍດີທີ່​ສະໜາມ​ບິນ​ນາໆຊາດ Ezeiza ​ໃນ​ນະຄອນຫຼວງ Bue-
nos Aires ​ໃນ​ຕອນ​ເຊົ້າຂອງ​ວັນ​ສຸກມື້ນີ້.

ທ່ານ​ໂອບ​າມາ​ກ່າວ​ວ່າ ສະຫະລັດ​ໄດ້​ຖະ​ແຫຼງອອກ​ມາ​ຊ້າ​ເກີນ​ໄປ​ກ່ຽວ​ກັບ​ການ​ກໍ່​ໂທດ​ກຳ
​ໃນ​ລະຫວ່າງ​ການ​ປົກຄອງ​ຂອງ​ອະດີດ​ຈອມ​ຜະ​ເດັດ​ການ​ອາ​ເຈັນ​ຕີ​ນາ​ແຕ່ກໍ​ເວົ້າວ່າລັດຖະ
ບານ​ຂອງ​ທ່ານ​ຈະ​ປະ​ເຊີນ​ໜ້າ​ກັບ​ອະດີດ​ດ້ວຍ​ຄວາມ​ຊື່ສັດ ແລະ​ຄວາ​ມ​ໂປ່​ງ​ໃສ.

ປ. ໂອບາມາ ແລະ ປ. Mauricio Macri ໄປຢ້ຽມຢາມ ສວນສາທາລະນະ Parque de la Memoria ທີ່ສ້າງຂຶ້ນ ເພື່ອລະນຶກເຖິງ ພວກເຄາະຮ້າຍ ສົງຄາມສົກກະປົກ ໃນອາເຈັນຕີນາ
ປ. ໂອບາມາ ແລະ ປ. Mauricio Macri ໄປຢ້ຽມຢາມ ສວນສາທາລະນະ Parque de la Memoria ທີ່ສ້າງຂຶ້ນ ເພື່ອລະນຶກເຖິງ ພວກເຄາະຮ້າຍ ສົງຄາມສົກກະປົກ ໃນອາເຈັນຕີນາ

ປະທານາທິບໍດີ​ໂອ​ບາ​ມາ ກ່າວ​ທີ່​ນະຄອນ Buenos Aires ວ່າ ​ແມ່ນ​ຫຍັງ​ກໍ​ຕາມ​ທີ່​ເກີດ​
ຂຶ້ນຢູ່​ນີ້ ​ໃນ​ປະ​ເທດ​ອາ​ເຈັນ​ຕີ​ນາ ບໍ່​ເປັນ​ເລື້ອງ​ແປກ​ຕໍ່​ອາ​ເຈັນ​ຕີ​ນາ ​ແລະ​ມັນ​ບໍ່​ໄດ້​ມີ​ຂອບ​
ເຂດ​ຈຳກັດ ​ຢູ່​ແຕ່​ໃນ​ອະດີດ​ ເທົ່າ​ນັ້ນ. ພວກ​ເຮົາ​ແຕ່ລະຄົນ ຕ່າງ​ກໍ​ມີ​ ຄວາມ​ຮັບຜິດຊອບ ຂອງ​ແຕ່ລະຄົນ ​ໃນ​ແຕ່​ລະ​ມື້ ​ເພື່ອ​ໃຫ້​ເປັນ​ທີ່​ແນ່​ໃຈ​ວ່າ ບ່ອນ​ໃດ​ກໍ​ຕາມ ​ທີ່​ພວກ​ເຮົາ​ບໍ່​ໄດ້​ເຫັນ​ຄວາມ​ບໍ່​ຍຸຕິ​ທຳ ບ່ອນໃດ​ກໍ​ຕາມ​ທີ່​ພວກ​ເຮົາ​ໄດ້​ເຫັນ​ການ​ປົກຄອງ​ດ້ວຍ​ຕົວ​ບົດ​ກົດ
ໝາຍ​ຖືກ​ໝິ່ນປະໝາດ​ຢຽດ​ຢາມ​ທີ່​ພວກ​ເຮົາ​ໄດ້​ຮູ້​ເຫັນ​ເປັນ​ພະຍານທີ່​ພວກ​ເຮົາ​ໄດ້​ກ່າວ​
ອອກ​ມາ ທີ່​ພວກ​ເຮົາ​ໄດ້​ພິນິດ​ພິດ​ຈາລະນາດ້ວຍ​ຈິດ​ໃຈ​ຂອງ​ພວກ​ເຮົາ​ເອງ​ແລະ​ຮັບ​ເອົາ​ຄວາມ​ຮັບຜິດຊອບ​ ເພື່ອ​ເຮັດ​ໃຫ້ມັນ​ກາຍ​ເປັນ​ບ່ອນ​ທີ່​ດີ​ຂຶ້ນ ສຳລັບ​ລູກ​ເຕົ້າ​ແລະ​ຫລານ​
ເຫລນ​ຂອງ​ພວກ​ເຮົາ.

Obama Latin America
please wait
Embed

No media source currently available

0:00 0:00:53 0:00

​ໃນ​ວັນ​ພະຫັດ​ວານ​ນີ້ ທ່ານ​ໂອ​ບາ​ມາ​ໄດ້ໄປ​ຢ້ຽມ​ສວນສາທາລະນະ​ໄວ້ອາ​ໄລ​ໃຫ້​ແກ່​ພວກ​
ເຄາະ​ຮ້າຍ​ຂອງ​ອັນ​ທີ່​ເອີ້ນວ່າ ສົງ​ຄາມ​ສົກກະປົກ​ໃນ​ວັນຄົບຮອບ 40 ປີ​ໃນ​ການ​ເຮັດ​ລັດ
ຖະປະຫານເພື່ອ​ສ້າງຕັ້ງອຳນາດ​ການ​ປົກຄອງ​ທີ່ໂຫດຮ້າຍ​ປ່າ​ເຖື່ອນ​ຂອງ​ພວກ​ທະຫານ.

ປະທານາທິບໍ​ໂອບາມາ​ກ່າວ​ວ່າມັນ​ໃຊ້​ຄວາມ​ກ້າຫານ​ຂອງ​ສັງຄົມ​ເພື່ອ​ຮັບ​ມື​ກັບ​ຄວາມ​ຈິງ
ທີ່ອຶດ​ອັດ​ໃຈກ່ຽວ​ກັບ​ພາກສ່ວນ​ທີ່​ມືດ​ມົນ​ຂອງ​ອະດີດ​ຜ່ານ​ມາ.

Obamas Tango in Argentina
please wait

No media source currently available

0:00 0:01:40 0:00
XS
SM
MD
LG