ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໂອບາມາ ກ່າວວ່າ ການສົ່ງທະຫານ ພື້ນດິນໄປ ຊີເຣຍ ຈະເປັນ ຄວາມຜິດພາດ


ປະທານາທິບໍດີ ບາຣັກ ໂອບາມາ ກ່າວໃນຫ້ອງ
ປະຊຸມຖະແຫຼງຂ່າວ Brady ທີ່ທຳນຽບຂາວ ໃນນະ
ຄອນຫຼວງ ວໍຊິງຕັນ. 5 ເມສາ, 2016,
ປະທານາທິບໍດີ ບາຣັກ ໂອບາມາ ກ່າວໃນຫ້ອງ ປະຊຸມຖະແຫຼງຂ່າວ Brady ທີ່ທຳນຽບຂາວ ໃນນະ ຄອນຫຼວງ ວໍຊິງຕັນ. 5 ເມສາ, 2016,

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ກ່າວວ່າ ທ່ານຈະບໍ່ພິຈາລະນາສົ່ງທະ ຫານພື້ນດິນເຂົ້າໄປໃນ ຊີເຣຍ, ແລະ ວ່າມັນຈະຕ້ອງມີຫຼາຍກວ່າການປະຕິບັດການທາງ ທະຫານເທົ່ານັ້ນ ເພື່ອແກ້ໄຂບັນຫາຕ່າງໆຂອງປະເທດ.

ທ່ານ ໂອບາມາ ໄດ້ກ່າວໃນລະຫວ່າງການສຳພາດໃນຫົວຂໍ້ທີ່ແຜ່ກວ້າງກັບໂທລະພາບ BBC ວ່າ “ມັນຈະເປັນຄວາມຜິດພາດສຳລັບ ສະຫະລັດ ຫຼື ອັງກິດ ທີ່ຈະສົ່ງທະຫານ ພື້ນດິນ ແລະ ໂຄ່ນລົ້ມລະບອບການປົກຄອງຂອງທ່ານ Bashar al-Assad.”

ແທນທີ່ຈະໄປປະເຊີນໜ້າໂດຍກົງທາງການທະຫານ, ທ່ານ ໂອບາມາ ກ່າວວ່າ ປະຊາຄົມ ນາໆຊາດຄວນວາງມາດຕະການກົດດັນຕໍ່ ຣັດເຊຍ ແລະ ອີຣ່ານ, “ຜູ້ທີ່ເປັນປັດໃຈສຳຄັນ ໃນການຄ້ຳຊູທ່ານ Assad” ໃຫ້ດຳເນີນການຕໍ່ລອງກັບພວກກະບົດ ຊີເຣຍ ເພື່ອສ້າງລັດ ຖະບານທີ່ມີການປ່ຽນແປງໃໝ່ຂຶ້ນມາ.

ທ່ານ ໂອບາມາ ໄດ້ເອີ້ນສົງຄາມໃນ ຊີເຣຍວ່າເປັນ ດັ່ງກັບ “ສະຖານະການທີ່ເສົ້າສະຫຼົດ ໃຈຂອງ ຄວາມວຸ້ນວາຍອັນໃຫຍ່ຫຼວງ.”

ທ່ານໄດ້ກ່າວໃນລະຫວ່າງການສຳພາດພິເສດກັບໂທລະພາບຂອງ ອັງກິດ ວ່າ “ເພື່ອທີ່ ພວກເຮົາຈະແກ້ໄຂບັນຫາໄລຍະຍາວໃນປະເທດ ຊີເຣຍ, ການແກ້ໄຂບັນຫາທາງການ ທະຫານຢ່າງດຽວ ແລະ ແນ່ນອນທີ່ພວກເຮົາຈະສົ່ງທະຫານພື້ນດິນເຂົ້າໄປນັ້ນແມ່ນ ຈະບໍ່ນຳເອົາຄວາມສະຫງົບມາ.”

ໃນເມື່ອໄດ້ປະຕິເສດຕໍ່ການເຂົ້າໄປຮຸກຮານຢ່າງເຕັມທີ່, ທ່ານ ໂອບາມາ ໄດ້ກ່າວວ່າ ພັນ ທະມິດນຳໜ້າໂດຍ ສະຫະລັດ ຈະສືບຕໍ່ການໂຈມຕີທາງອາກາດໃສ່ເປົ້າໝາຍທີ່ເປັນ ພວກ ລັດອິສລາມ ໃນສະຖານທີ່ຕ່າງໆເຊັ່ນເມືອງ Raqqa ແລະ Mosul, “ເພື່ອພະຍາ ຍາມທີ່ຈະໂດດດ່ຽວດິນແດນສ່ວນນັ້ນຂອງປະເທດ, ແລະ ປິດເອົາສ່ວນດັ່ງກ່າວຂອງ ປະເທດ ທີ່ສົ່ງພວກນັກຮົບຕ່າງປະເທດເຂົ້າໄປ ຢູໂຣບ” ນັ້ນ. ໃນການກະທຳດັ່ງກ່າວ, ທ່ານໄດ້ເວົ້າວ່າ ມັນຈະຄ່ອຍໆຫຼຸດຈຳນວນເຂດແດນທີ່ຖືກຍຶດໂດຍພວກ IS ລົງ.

ທ່ານ ໂອບາມາ ໄດ້ເອີ້ນສະຖານະການໃນປະເທດ ຊີເຣຍ ວ່າເປັນສະຖານະການໜຶ່ງທີ່ “ປະກອບດ້ວຍຊົນຊາດທີ່ແຕກຕ່າງກັນໂດຍທຳມະຊາດ” ແລະ ໄດ້ຕໍ່ວ່າປະເທດຕ່າງໆ ຜູ້ທີ່ຍັງບໍ່ໄດ້ເຂົ້າຮ່ວມໃນການພະຍາຍາມແກ້ໄຂບັນຫາ ແຕ່ຍັງ “ຢາກໃຫ້ປະເທດ ສະຫະລັດ ເຮັດອັນໃດອັນນຶ່ງລົງໄປ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG