ໃນມື້ສຸດທ້າຍ ໃນການເປັນປະທານາທິບໍດີ ທ່ານບາຣັກ ໂອບາມາ ໄດ້ຫຼຸດຜ່ອນໂທດໃຫ້ແກ່ພວກນັກໂທດແມ່ຍິງ 330 ຄົນ ທີ່ມີຄວາມຜິດດ້ານຢາເສບຕິດ ເຮັດໃຫ້ຈຳນວນພວກນັກໂທດ ທີ່ໄດ້ຮັບ ການຫລຸດຜ່ອນໂທດທັງໝົດ ເພີ້ມຂຶ້ນເປັນ 1,715 ຄົນ.
ນັ້ນແມ່ນໝາຍຄວາມວ່າ ປະທານາທິບໍດີໂອບາມາ ໄດ້ຫລຸດຜ່ອນໂທດ ໃຫ້ແກ່ພວກນັກໂທດ ຫຼາຍກວ່າປະທານາທິບໍດີ 12 ຄົນສຸດທ້າຍຮວມກັນ. ຫຼາຍກວ່າ 500 ຄົນຂອງຈຳ ນວນດັ່ງກ່າວແມ່ນຖືກໂທດຈຳຄຸກຕະຫຼອດຊີວິດ.
ທ່ານ Neil Eggleston ທີ່ປຶກສາທາງດ້ານກົດໝາຍ ປະຈຳທຳນຽບຂາວຂອງ ທ່ານໂອບາມາ ກ່າວຢູ່ຫ້ອງການຂອງທ່ານ ທີ່ປີກຕາເວັນຕົກ ຂອງທຳນຽບຂາວວ່າ “ທ່ານຕ້ອງການຢາກເຮັດໃນສິ່ງນີ້. ທ່ານຕ້ອງການຢາກໃຫ້ໂອກາດດັ່ງກ່າວເພື່ອເປັນການຊ່ອຍບັນເທົາພວກນັກໂທດຫຼາຍເທົ່າທີ່ຈະຫຼາຍໄດ້. ທ່ານໄດ້ເຫັນຄວາມບໍ່ຍຸຕິທຳໃນການຕັດສິນໂທດ ທີ່ໄດ້ມີຂຶ້ນໃນຫລາຍໆສະຖານະການແລະ ທ່ານກໍມີທັດສະນະຄວາມເຫັນຢ່າງແຂງຂັນວ່າ ຜູ້ຄົນຄວນຈະໄດ້ຮັບໂອກາດຄັ້ງທີສອງ.”
ສຳລັບທ່ານໂອບາມາແລ້ວ ນີ້ແມ່ນໂອກາດອັນສຸດທ້າຍທີ່ທ່ານມີແຜນການນຳໃຊ້ອຳນາດປະທານາທິບໍດີໃນວິທີທາງທີ່ສຳຄັນຫຼາຍໆຢ່າງ. ໃນຕອນທ່ຽງຂອງວັນສຸກມື້ນີ້ ຢູ່ທີ່ຕຶກລັດ ຖະສະພາ ທ່ານໂອບາມາ ກໍຈະຢືນຢູ່ກັບປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ທ່ານດໍໂນລ ທຣຳ ໃນຂະນະທີ່ຜູ້ສືບທອດອຳນາດ ຕໍ່ຈາກທ່ານ ສາບານໂຕເຂົ້່າຮັບຕຳແໜ່ງ ແລະບົດຕອນປະຫວັດສາດຂອງທ່ານໂອບາມາ ຈົບສິ້ນລົງ.
ເພື່ອຈະມີສິດໄດ້ຮັບການຜ່ອນຜັນໂທດພາຍໃຕ້ຂໍ້ລິເລີ່ມ ຂອງທ່ານໂອບາມານີ້ພວກນັກໂທດ ຕ້ອງເປັນຜູ້ປະພຶດຕົນດີຢູ່ໃນຄຸກ ແລະຮັບໃຊ້ໂທດມາແລ້ວຢ່າງໜ້ອຍ 10 ປີ ເຖິງແມ່ນວ່າບາງຄົນ ໄດ້ຮັບການຍົກເວັ້ນຈາກເງື່ອນໄຂໃນການຮັບໃຊ້ໂທດມາແລ້ວ 10 ປີ. ນອກນັ້ນ ພວກເຂົາເຈົ້າຍັງຕ້ອງຖືກພິຈາລະນາວ່າ ເປັນຜູ້ກະທຳຄວາມຜິດທີ່ບໍ່ຮຸນແຮງ ເຖິງແມ່ນວ່າຫຼາຍໆຄົນໄດ້ຖືກຂໍ້ຫາລະເມີດ ໃນເລື່ອງອາວຸດ ທີ່ພົວພັນກັບຄະດີຢາເສບຕິດຂອງພວກເຂົາເຈົ້າ.
ທ່ານໂອບາມາໄດ້ທົບທວນເບິ່ງຄະດີຂອງພວກນັກໂທດທຸກໆຄົນດ້ວຍຕົວທ່ານເອງ.
ການປ່ອຍໂຕກ່ອນກຳນົດແມ່ນພາກສ່ວນນຶ່ງໃນການດຳເນີນຄວາມພະຍາຍາມຂອງທ່ານໂອບາມາ ເພື່ອແກ້ໄຂໃນອັນທີ່ທ່ານເຫັນວ່າ ເປັນການຕັດສິນໂທດໃນຖານບັງຄັບຂັ້ນຕ່ຳສຸດທີ່ບໍ່ມີຄວາມຈຳເປັນດົນເກີນໄປ.