ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມຂອງກຸ່ມ G-8 ສິ້ນສຸງລົງແລ້ວ (ວີດີໂອ)


ບັນດາຜູ້ນໍາກຸ່ມປະເທດ G8 ໃນກອງປະຊຸມສຸດຍອດ G8 ປີ 2012
ທີ່ສະຫະລັດ
ບັນດາຜູ້ນໍາກຸ່ມປະເທດ G8 ໃນກອງປະຊຸມສຸດຍອດ G8 ປີ 2012 ທີ່ສະຫະລັດ

ປະທານາທິບໍດີ​ສະຫະລັດ ທ່ານ​ບາ​ຣັກ ​ໂອ​ບາ​ມາ ແລະ​ບັນດາ​ຜູ້​ນໍາ​ຈາກ ອີກເຈັດ​ປະ​ເທດ​ຈະເລີ​ນ​ອຸດສາຫະກໍາ​ ໄດ້ເສັດ​ສິ້ນກອງ​ປະຊຸມ​ເປັນ​ເວລາ ສອງ​ວັນ ຂອງ​ກຸ່ມ ຈີ-8 ​ໃນ​ວັນ​ເສົາ​ວານ​ນີ້ ​ໂດຍທ່ານໂອ​ບາ​ມາກ່າວ​ວ່າ ການ​ເຕີບ​ໂຕ​ທາງ​ເສ​ດຖະກິດ ​ແລະ​ໜ້າ​ວຽກຈະ​ຕ້ອງ​ຖື​ເອົາ​ເປັນ​ບູລິ​ມະ​ສິດ​ອັນ​ດັບ​ສູງ​ສຸດ​ຂອງ​ພວກ​ທ່ານ.

ທ່ານ​ໂອ​ບາ​ມາ ​ໄດ້​ບອກ​ພວກ​ນັກ​ຂ່າວ ຫຼັງຈາກກອງ​ປະຊຸມ​ສຸດ​ຍອດ​ຂອງ​ກຸ່ມ​ຈີແປດ​ ​ທີ່ Camp David ​ລັດ​ແມຣີ​ແລນ ວ່າ ​ມີຄວາມ​ເຫັນ​ພ້ອງ​ຕ້ອງ​ກັນ​ວ່າ ຈະ​ຕ້ອງ​ມີ​ການ​ປະຕິບັດ​ການຫຼາຍຂຶ້ນ​ ເພື່ອຊຸກຍູ້ການ​ເຕີບ​ໂຕ​ຂອງເສດຖະກິດ​ແລະ​ໜ້າ​ວຽກ​ຢູ່​ໃນ​ພາກ​ພື້ນ​ຢູ​ໂຣບ ​ໃນ​ຂະນະທີ່​ທະວີບ​ດັ່ງກ່າວ​ປະ​ເຊີນ​ກັບ​ວິ​ກິດ​ການ​ໜີ້​ສິນ​ຢູ່​ໃນ​ຂະນະ​ນີ້. ນອກ​ນີ້​ແລ້ວ ທ່ານ​ໂອບາ​ມາ ຍັງ​ໄດ້ຍົກ​ໂຕ​ຢ່າງ​ເຖິງບາດກ້າວ​ຕ່າງໆ​ທີ່​ລັດຖະບານ​ຂອງ​ທ່ານ​ໄດ້ ປະຕິບັດມາ​ ເພື່ອ​ຊ່ວຍ​ເສດຖະກິດ​ຂອງ​ສະຫະລັດ ຫຼັງຈາກ​ເກີດ​ວິ​ກິດ​ການ​ເສດຖະກິດ​ໂລກ.

ປະທານາທິບໍດີ​ໂອ​ບາ​ມາ ກ່າວ​ວ່າ ທ່ານ​ແລະ​ບັນດາ​ຜູ້​ນໍາ​ໂລກຄົນ​ອື່ນໆ ​ເຫັນ​ພ້ອມ​ນໍາ​ກັນວ່າ ມັນ​ເປັນ​ການ​ສໍາຄັນ​ທີ່ປະ​ເທດ​ກຣີສ​ຕ້ອງເປັນ​ສະມາ ຊິກໃນກຸ່ມ​ 17 ປະ​ເທດ​ທີ່​ໃຊ້​ເງິນຢູ​ໂຣນັ້ນ​ຢູ່​ຕໍ່​ໄປ. ປະ​ເທດກຣີສ ທີ່​ມີ​ໜີ້​ສິນ​ຖ້ວມ​ຕົວ​ນັ້ນ ສາມາດຖອນ​ອອກ​ຈາກ​ເຂດ​ຢູ​ໂຣ​ໂຊນ​ໄດ້ ​ເພື່ອຫຼີກໜີ​ຈາກ​ມາດຕະການ​ປະຢັດ​ມັດທະຍັດ ຫລື​ບໍ່​ດັ່ງ​ນັ້ນ ກໍ​ຖືກ​ບັງຄັບ​ໃຫ້ອອກ ຖ້າ​ຕົນ​ບໍ່​ສາມາດປະຕິບັດ​ພັນທະ​ຂອງ​ຕົນນັ້ນ​ໄດ້.

​ໃນ​ຖະ​ແຫລ​ງການ​ຢ່າງ​ເປັນ​ທາງ​ການ​ນັ້ນ ບັນດາ​ຜູ້​ນໍາ​ຈີ​ແປດກ່າວ​ວ່າ ພວກ​ເຂົາ​ເຈົ້າມຸ້ງ​ໝັ້ນ​ທີ່​ຈະ​ເອົາ​ບາດກ້າວ​ທຸກ​ຢ່າງ​ທີ່​ຈໍາ​ເປັນ ​ເພື່ອສ້າງ​ຄວາມ​ເຂັ້ມ​ແຂງ ​ແລະ​ຄວາມ​ມີ​ຊີວິດ​ຊີວາ​ຄືນ​ໃໝ່ ​ໃຫ້​ແກ່​ເສດຖະກິດ​ຂອງ​ພວກ​ເຂົາ​ເຈົ້າ ​ແລະ​ປາບ​ປາມ​ບັນຫາ​ການ​ເງິນ ​ໂດຍ​ຮັບ​ຮູ້​ວ່າ​ມາດ​ຕະການ​ທີ່​ຖືກຕ້ອງ​ເໝາະສົມ​ນັ້ນ ​ບໍ່​ຄື​ກັນ ສໍາລັບ​ແຕ່​ລະປະ​ເທດ​ຂອງ​ເຂົາ​ເຈົ້າ.

ທ່ານ​ນາງ Angela Merkel ນາຍົກລັດຖະມົນຕີ​ເຢຍຣະມັນ ຊຶ່ງ​ເປັນ​ປະເທດທີ່​ຜັກ​ດັນ​ມາດ​ຕະການປະ​ຍັດ​ຢ່າງ​ເຄັ່ງ​ຄັດ ​ສໍາລັບ​ພວກ​ປະ​ເທດ​ທີ່​ມີໜີ້ ສົນ​ຖ້ວມລົ້ນ​ທັງຫລາຍ ​ເຊັ່ນ ປະ​ເທດ​ກຣີສ ນັ້ນ ກ່າວ​ວ່າ ຜູ້​ນໍາ​ທັງ​ໝົດ​ເຫັນ​ພ້ອມນໍາກັນ​ວ່າ​ ການວາງ​ລະບຽບວິ​ໄນ​ດ້ານ​ງົບປະມານ​ນັ້ນ​ຈະ​ຕ້ອງ​ໃຫ້​ສົມ​ດຸນ​ກັບ​ຄວາມ​ພະຍາຍາມ​ເພື່ອ​ຊຸກຍູ້​ການ​ເຕີບ​ໂຕ​ທາງ​ເສດຖະກິດ​.

ຊາວອີທີໂອເປຍໃນສະຫະລັດປະທ້ວງກອລປະຊຸມ ຈີ-ແປດ:

XS
SM
MD
LG