ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມຈີ 8 ໃຫ້ການຊ່ອຍເຫຼືອ 20 ພັນລ້ານໂດລາ ແກ່ອີຈິບແລະຕູນີເຊຍ


ປະທານາທິບໍດີຝຣັ່ງທ່ານ Nicolas Sarkozy (ຂວາ) ຈັບມືກັບປະທານາທິບໍດີສະຫະລັດທ່ານບາຣັກໂອບາມາ ລຸນຫຼັງການຖະແຫຼງຂ່າວຮ່ວມກັນຫຼັງຈາກການພົບປະ ຢູ່ຂ້າງນອກກອງປະຊຸມສຸດຍອດກຸ່ມຈີ 8 ທີ່ເມືອງ Deauville (27 ພຶດສະພາ 2011)
ປະທານາທິບໍດີຝຣັ່ງທ່ານ Nicolas Sarkozy (ຂວາ) ຈັບມືກັບປະທານາທິບໍດີສະຫະລັດທ່ານບາຣັກໂອບາມາ ລຸນຫຼັງການຖະແຫຼງຂ່າວຮ່ວມກັນຫຼັງຈາກການພົບປະ ຢູ່ຂ້າງນອກກອງປະຊຸມສຸດຍອດກຸ່ມຈີ 8 ທີ່ເມືອງ Deauville (27 ພຶດສະພາ 2011)

ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາແລະຜູ້ນຳ
ຄົນອື່ນໆຂອງກຸ່ມ 8 ປະເທດທີ່ຈະເລີນກ້າວໜ້າທາງດ້ານ
ອຸດສາຫະກຳກ່າວວ່າທະນາຄານການພັດທະນານາໆຊາດ
ສາມາດໃຫ້ການຊ່ອຍເຫຼືອ ໃນມູນຄ່າ 20 ພັນລ້ານໂດລາ
ແກ່ອີຈິບແລະຕູນີເຊຍ ເພື່ອສະໜັບສະໜຸນ ການປະຕິຮູບ
ທີ່ນິຍົມປະຊາທິປະໄຕ.

ຖະແຫຼງການຮ່ວມຂັ້ນສຸດທ້າຍ ຂອງພວກຜູ້ນຳເຫຼົ່ານີ້ມີ
ຂຶ້ນຂະນະທີ່ກອງປະຊຸມສຸດຍອດຂອງກຸ່ມຈີ 8 ເປັນເວລາ
2 ມື້ທີ່ເມືອງ Deauville ປະເທດຝຣັ່ງສິ້ນສຸດລົງ. ອັນທີ່
ເອີ້ນວ່າການລຸກຮືຂຶ້ນໃນລະດູບານໃໝ່ຂອງອາຣັບຢູ່ໃນ
ພາກຕາເວັນອອກກາງ ແລະອາຟຣິກາເໜືອນັ້ນ ແມ່ນຫົວ
ຂໍ້ສຳຄັນສຸດຂອງກອງປະຊຸມສຸດຍອດ.

ໃນຕອນເຊົ້າຂອງວັນສຸກມື້ນີ້ປະທານາທິບໍດີໂອບາມາກ່າວວ່າ ສະຫະລັດກັບຝຣັ່ງໄດ້ຕັດສິນ
ໃຈຮ່ວມກັນທີ່ຈະສຳເລັດເສັດສິ້ນການປະຕິບັດງານໃນລີເບຍ ຂະນະທີ່ອົງການເນໂຕ້ ກົດດັນ
ໃຫ້ຜູ້ນຳລີເບຍທ່ານ Moammar Gadhafi ສະລະອຳນາດ.

ທ່ານໂອບາມາໃຫ້ຄວາມເຫັນດັ່ງກ່າວລຸນຫຼັງການພົບປະກັບປະທານາທິບໍດີຝຣັ່ງທ່ານ Nico-
las Sarkozy ທີ່ໄດ້ເປັນເຈົ້າພາບ ຈັດກອງປະຊຸມສຸດຍອດໃນຄັ້ງນີ້. ໃນວັນພະຫັດວານນີ້
ທ່ານ Sarkozy ຮຽກຮ້ອງໃຫ້ທ່ານ Gadhafi ລາອອກໃນທັນທີ.

ປະທານາທິບໍດີໂອບາມາມີກຳນົດທີ່ຈະເດີນທາງໄປເຖິງປະເທດໂປແລນໃນວັນສຸກມື້ນີ້ບ່ອນທີ່
ທ່ານຈະໄດ້ພົບປະກັບພວກຜູ້ນຳຂອງບັນດາປະເທດ ໃນເຂດພາກກາງຢູໂຣບນັ້ນ.

XS
SM
MD
LG