ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວິກິດການຂອງເຂດຢູໂຣ ຈະ​​​ຄອບ​ງໍາ ກອງ​ປະຊຸມສຸດ​ຍອດ ​ຈີ 20 ທີ່ເມັກຊິໂກ (ວີດີໂອ)


ຄວາມ​ສົນ​ໃຈ​ສ່ວນ​ໃຫຍ່​ຂອງ​ປະທານາທິບໍດີ ບາ​ຣັກ ​ໂອ​ບາ​ມາ ຢູ່​ກອງ​ປະຊຸມ​ສຸດ​ຍອດ​ ​ຂອງ​ກຸ່ມ ຈີ 20 ຫລືກຸ່ມ 20 ​ເສດຖະກິດ​ໃຫຍ່ໆ ​ແລະ​ເສດຖະກິດທີ່​ກໍາລັງ​ໂຜ່​ໂຕ​ຂຶ້ນ​ມາ ທີ່​ປະ​ເທດ​ແມັກຊິ​ໂກນັ້ນ ອາດ​​ຈະ​ສຸມໃສ່​ຄວາມ​ພະຍາຍາມ​ທີ່​ຈະ​ຊ່ວຍ​ແກ້​ໄຂ​ບັນຫາ​ການ​ເງິນ​ແຫ່ງ​ພາກ​ພື້ນ​ຢູ​ໂຣບ. ດັ່ງ​ທີ່ Kent Klein ຜູ້​ສື່​ຂ່າວ​ວີ​ໂອ​ເອລາຍ​ງານ​ມາ ຈາກ ທໍານຽບຂາວ​ນັ້ນ ກໍ​ແມ່ນ​ວ່າ​​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງສະ​ໄໝ​ທີ່​ສອງ​ຂອງ​ທ່ານ​ໂອ​ບາ​ມາ ​ອາດ​ຂຶ້ນຢູ່​ກັບການ​ແກ້ໄຂ ​ບັນຫາ​ດັ່ງກ່າວ​ນີ້. ທອງ​ປານມີ​ລາຍ​ລະອຽດມາສະ​ເໜີ​ທ່ານ.

ເບິ່ງວີດີໂອພາສາອັງກິດ:

​ເຖິງ​ແມ່ນ​ຈະ​ມີ​ບັນດາເສດຖະກິດ​ທີ່​ກໍາລັງ​ໂຜ່​ໂຕ​ຂຶ້ນ​ມາລາ​ຍ​ໃຫຍ່ໆ​ຂອງ​ໂລກ ເຂົ້າຮ່ວ​ມກອງ​
ປະ​ຂຸມສຸດ​ຍອດ​ຄັ້ງ​ນີ້​ນໍາກໍ​ຕາມ ນັກວິ​ເຄາະຫລາຍໆ​ຄົນ​ເຫັນ​ພ້ອມ​ນໍາກັນ​ວ່າ ບັນຫາວິ​ກິດ​
ການ​ຂອງພວກປະ​ເທດ​ໃຊ້​ເງິນ​ຢູ​ໂຣນັ້ນ ​ເບິ່ງ​ຊົງ​ວ່າ​ຈະເປັນຫົວ​ຂໍ້​ຄອບ​ງໍາ​ກອງ​ປະຊຸມ​ສຸດ​ຍອດ
​ຈີ 20 ທີ່ເລິ່ມຂຶ້ນ​ໃນ​ວັນ​ຈັນ​ມື້​ນີ້ ຢູ່​ເມືອງ​ຕາກອາກາດ Los Cabos ແຄມຝັ່ງມະຫາ​ສະມຸດປາ
ຊິ​ຟິກຂອງ​ແມັກ​ຊິ​ໂກ.

Stewart Patrick ​ເຈົ້າໜ້າ​ທີ່​ອາວຸ​ໂສ​ປະ​ຈໍາ​ສະພາ​ຄວາມ​ສໍາພັນ​ຕ່າງປະເທດ ກ່າວ​ວ່າ

“ບັນຫາ​ວິ​ກິດ​ການ​ຂອງເຂດ​ຢູ​ໂຣ ຫລືຂອງພວກປະ​ເທດ​ໃຊ້​ເງິນ​ຢູ​ໂຣນັ້ນ ​ຈະເປັນ​ຫົວ​ຂໍ້
ນໍ​າໜ້າກອງ​ປະຊຸມ​ ​ອັນ​ດັບ​ນຶ່ງ ​ແລະ​ອັນ​ດັບ​ສອງ ​ເວລາ​ກອງ​ປະຊຸມ​ໄຂ​ຂຶ້ນທີ່​ເມືອງ​ຕາກ
ອາກາດ Los Cabos.”

ການ​ເລືອກ​ຕັ້ງ​ເອົາ​ສະມາຊິກ​ສະພາ​ຂອງ​ປະ​ເທດ​ກຣີສ​ໃນ​ວັນ​ອາທິດ​ວານ​ນີ້ ກໍອາດ​ເພີ່ມ​ຄວາມ
​ຮີບ​ດ່ວນ ໃສ່​ຄວາມ​ພະຍາຍາມ​ເພື່ອ​ແກ້​ໄຂ​ບັນຫາ​ວິ​ກິດ​ການນີ້ ຫຼາຍ​ຂຶ້ນ ຊຶ່ງຊາວ​ກຣີສຜູ້​ມີ​ສິດ
​ປ່ອນ​ບັດ​ທັງຫຼາຍ​ພາກັນ​ໄປ​ລົງ​ຄະ​ແນນ​ສຽງ​ ​ເພື່ອ​ເລືອກ​ເອົາ​ໃນ​ລະຫວ່າງຜູ້​ສ​ະໝັກ​ເລືອກ​ຕັ້ງ​ທີ່ສະໜັບສະໜຸນ ​ມາດ​ຕະການ​ປະຢັດ​ມັດທະຍັດ ທີ່​ມາພ້ອມ​ກັບ​ເງິນ​ຊ່ວຍ​ເຫລືອຂອງ​ອີຢູເພື່ອ​
ກູ້​ເສດຖະກິດຂອງ​ກຣີສ​ໄວ້​ນັ້ນ​ ​ແລະ​ພວກ​ທີ່​ຕ້ອງການ​ຈະ​ລົບ​ລ້າງ​ຂໍ້​ຕົກລົງ​ກັບ​ອີ​ຢູ ທີ່​ອາດ​ສາ
ມາດ​ຜັກ​ດັນ​ກຣີສອອກ​ຈາກ​ເຂດຢູ​ໂຣ​ໂຊນນັ້ນ.

ທາງລັດຖະບານປະທານາທິບໍດີໂອ​ບາ​ມາ​ນັ້ນ ​ຫວັງ​ວ່າ ບັນດາ​ຜູ້ນໍາອີ​ຢູ​ຫລື​ສະຫະພາບ​ຢູໂຣບ
ທີ່​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງນີ້ ຈະສາມາດ​ປະກາດ​ໃຫ້​ຮູ້ ໂດຍ​ສັງ​ເຂ​ບ ກ່ຽວ​ກັບແຜນການ​ຮັບ​ມື
ຂອງພວກ​ຕົນຕໍ່ວິ​ກິດ​ການ​ໜີ້​ສິນ​ແລະ​ການ​ທະນາຄານຂອງ​ບັນດາ​ປະ​ເທດ​ສະມາຊິກອີ​ຢູ​ນັ້ນ ​
ແລ​ະ​ຫວັງ​ອີກວ່າ ​ແຜນການ​ດັ່ງກ່າວຈະມີມາດຕະການ​ປະຢັດ​ມັດທະຍັດ​ໜ້ອຍ​ລົງ ​ແລະ​ເພີ່​ມ
​ຄວາມ​ພະຍາຍາມໃນ​ການ​ຊຸກຍູ້​ການ​ເຕີບ​ໂຕຂອງ​ເສດຖະກິດ ​ແລະເຮັດ​ໃຫ້​ລະບົບການ​ເງິນ​
ຂອງ​ຢູ​ໂຣບ ມີ​ຄວາມ​ທຸ່ນ​ທ່ຽງ​ຫຼາຍ​ຂຶ້ນ​. ທ່ານໂອບາມາ ກ່າວວ່າ:

“ແລະ​ພາກສ່ວນ​ນຶ່ງ​ຂອງ​ແຜນການນັ້ນ ກໍ​ຄື​ການລົງມື​ດໍາ​ເນີນ​ການ​ຢ່າງແຈ້ງ​ຂາວ​ຊັດ​ເຈນ
​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້ ​ເພື່ອ​ທຸ່ມ​ເງິນ​
ທຶນ​ເຂົ້າ​ໃສ່ພວກ​ທະນາຄານທີ່ອ່ອນ​ແອທັງຫລາຍ. ​ແລະ
ທີ່​ສໍາຄັນ​​ເທົ່າໆ​ກັນ ກໍ​ຄື​ບັນດາ​ຜູ້​ນໍາ​ທັງຫຼາຍ​ ສາມາດວາງ​ໂຄງຮ່າງ​ປະຕິບັດ​ງານ ​ແລະ
ວິໄສ​ທັດ​
ສໍາລັບ​ເຂດ​ຢູ​ໂຣມີ​ຄວາມ​ເຂັ້ມ​ແຂງ​ກວ່າ​ເກົ່າ ​ໂຮ​ມທັງ​ການ​ຮ່ວມງານ​ກັນຫລາຍ
ຂຶ້ນ
ກວ່າ​ເກົ່າ​ ໃນ​ດ້ານນະ​ໂຍບາຍ​ງົບປະມານ​ແລະ​ການ​ທະນາຄານ.”

ນັກວິ​ເຄາະ Stewart Patrick ​ຈາກ​ສະພາ​ຄວາມ​ສໍາພັນ​ຕ່າງປະເທດ ກ່າວ​ວ່າ ການ​ພັງ​ທະ
ລາ​ຍລົງ​ຂອງເຂດ​ຢູ​ໂຣ​ໂຊນ ອາດ​ສາມາດສົ່ງ​ຜົນ​ກະທົບອອກ​ໄປ ກາຍ​ພາກ​ພື້ນ​ຢູ່​ໂຣບ​ໄດ້.
ທ່ານແພທຣິກ ກ່າວຕື່ມວ່າ:

“ນອກ​ນີ້​ແລ້ວ​ ກໍມີ​ຄວາມ​ຢ້ານ​ກົວ​ກັນ​ວ່າ​ ການ​ພັງ​ທະລາ​ຍລົງ​ຂອງ​ອີ​ຢູ ຈະ​ຊ່ວຍຈ່ອງດຶງ​
ເສດ​ຖະກິດ​ໂລກ​ໃຫ້ຕົກ​ຕໍ່າລົງ​ໄປ ​ໃນ​ຊ່ວງ​ເວລາ​ທີ່​
ບາງເສດຖະກິດ​ທີ່​ກໍາລັງ​ໂຜ່​ໂຕ​ຂຶ້ນ​ມາ
ລາ​ຍ​ໃຫຍ່ໆ​ບາງ​ປະ​ເທດ ອັນ
​ໂຮມ​ທັງ​ຈີນ​ແລ​ະອິນ​ເດຍນໍາ​ນັ້ນ ກໍາລັງ​ເລິ່ມສະດຸດ​ແດ່​ໜ້ອຍ
​ນຶ່ງ​ແລ້ວ ​ໃນ​ຖານະ​ເປັນ​
​ເຄື່ອງ​ຈັກຂັບ​ດັນ​ຄວາມ​ເຕີບ​ໂຕ​ທາງ​ເສດຖະກິດ​ຂອງໂລກນັ້ນ​.

ພາກ​ພື້ນ​ຢູ​ໂຣບເປັນ​ພາຄີ​ການ​ຄ້າ​ທີ່​ໃຫຍ່​ທີ່​ສຸດ​ຂອງອາ​ເມຣິກາ ​ແລະ​ຖ້າຫາກ​ວ່າ​ອີ​ຢູບໍ່​ສາມາດ
​ນໍາ​ເອົາເສດຖະກິດ​ຂອງ​ຕົນ ກັບ​ຄືນສູ່​ເສ້ນ​ທາງ​ແຫ່ງ​ການ​ເຕີບ​ໂຕໄດ້​ແລ້ວ ​ກໍມີ​ທາງ​ວ່າມັນ​ຈະ
ສ້າງ​ຄວາມ​ເດືອ​ດຮ້ອນ​ໃຫ້​ແກ່​ເສດຖະ ກິດຂອງສະຫະລັດ​ໄດ້ ຊຶ່ງ​ອາດ​ສາມາດສ້າງ​ຄວາມ​ປາ
ໄຊໃຫ້​ແກ່​ຄວາມ​ພະຍາຍາມ​ເພື່ອໃຫ້​ໄດ້​ຮັບ​ເລືອກ​ຕັ້ງ​ອີກເປັນສະ​ໄໝ​ທີ່ສອງ​ຂອງ​ປະທານາທິ
ບໍດີ​ໂອ​ບາ​ມາ​ໄດ້.

​ເວລາ​ຢູ່​ທີ່​ເມືອງ​ຕາກ​ອາກາດ Los Cabos ນັ້ນ ທ່ານ​ໂອ​ບາ​ມາຈະ​ພົບປະ​ຫາລືກັບ​ທ່ານ
Vladimir Putin ປະທານາທິບໍດີຣັດ​ເຊຍ ຊຶ່ງ​ຈະເປັນ​ກອງ​ປະຊຸມບັ້ນ​ນຶ່ງ​ທີ່​ຈະ​ມີການ​ຕິດຕາມ​
ສິ້ງຊອມ​ເບິ່ງ​ຢ່າງໃກ້ຊິດ.

ຜູ້ນໍາທັງສອງອາດ​ປຶກສາ​ຫາລື​ກັນ​ ກ່ຽວກັບ​ຂໍ້​ຄັດຄ້ານ​ຂອງຣັດ​ເຊຍ​ຕໍ່​ການ​ລົງ​ໂທດ ຕໍ່​ອິຣ່ານ
​ແລະ​ຊີ​ເຣຍ ​ແລະ​ຄວາມ​ລະ​ແວງ​ສົງໄສ​ຂອງຣັດ​ເຊຍ​ກ່ຽວ​ກັບແຜນການ​ຂອງ​ສະຫະລັດ​ ທີ່​ຈະ
ຕິດ​ຕັ້ງລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ຢູ່​ໃນ​ພາກ​ພື້ນ​ຢູ​ໂຣບ.

​ແຕ່​ David Satter ຜູ້​ຂຽນ​ລາຍ​ງານ​ແລະເຈົ້າໜ້າ​ທີ່​ອາວຸ​ໂສ​ປະ​ຈໍາ​ສະ​ຖາ​ບັນ Hudson ບໍ່​ຄາດ
ໝາຍວ່າ​ ຈະ​ມີ​ຄວາມ​ກ້າວໜ້າ​ໃດໆອອກ​ມາ​ຈາກ​ການ​ສົນທະນາ​ຫາລື​ລະຫວ່າງ​ຜູ້​ນໍາ​ທັງ​ສອງ.
ທ່ານ Satter ກ່າວ​ວ່າ

“ວັດຖຸປະສົງ​ເຫຼົ່າ​ນັ້ນ​ ບໍ່​ຊົງ​ທີ່​ຈະ​ບັນລຸໄດ້ທີ່​ກອງ​ປະຊຸມ​ສຸດ​ຍອດຄັ້ງ​ນີ້ ຍ້ອນ​ວ່າຝ່າຍຣັດ
​ເຊຍບໍ່​ມີ​ຄວາມ​ສົນ​ໃຈ​
ທີ່​ຈະໃຫ້​ມີ​ການ ຕົກລົງ​ກັນ​ໄດ້ ກ່ຽວ​ກັບບັນຫາ​ເຫຼົ່ານີ້ຢູ່ແລ້ວ.”

​ແຕ່​ບັນດາ​ຜູ້​ນໍາ ຈີ 20 ສ່ວນ​ໃຫຍ່ ​ແມ່ນມີ​ຄວາມ​ສົນ​ໃຈ​ແທ້ໆ​ໃນ​ການ​ແກ້​ໄຂ​ບັນຫາ​ເສດຖະກິດ​
ໂລກ ຊຶ່ງ​ພວກ​ເຂົາ​ເຈົ້າຫວັງທີ່​ຈະ​ເລີ່​ມຕົ້ນ ​ດ້ວຍ​ການ​ເກ້​ຍກ່ອມ​ແລະ​ຊຸກຍູ້ໃຫ້​ສະຫະພາບຢູໂຣບ
​ແກ້​ໄຂ​ບັນຫາ​ຂອງ​ພວກ​ເຂົາ​ເຈົ້າ​ເສຍ​ກ່ອນ.

XS
SM
MD
LG