ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. Obama ຜິດ​ຫວັງ ກັບ​ບັນຫາ​ ​ໃນເວັບໄຊ ປະກັນ​ໄພ ສຸຂະພາບ​ (ວີດີໂອ)


Technical Issues Latest Angle for Obamacare Attacks
please wait

No media source currently available

0:00 0:03:25 0:00
ລິງໂດຍກົງ
ປະທານາທິບໍດີ ສະຫະລັດ ທ່ານ Barack Obma ກ່າວ​ວ່າ
ທ່ານ​ມີຄວາມ​ຜິດ​ຫວັງ ກ່ຽວກັບ​ບັນຫາ​ທາງດ້ານເທັກ​ນິກ ​ໃນ
ການ​ຈຳ​ໜ່າຍປະກັນ​ໄພສຸຂະພາບ​ໃໝ່ທາງ​ອິນ​ເຕີແ​ນັດຂອງ
ລັດຖະບານ​ທ່ານ ​ແຕ່​ທ່ານກໍກ່າວ​ວ່າ ບັນຫາຕ່າງໆ ຢູ່​ໃນ​ລະ
ບົບ​ດັ່ງກ່າວຈະ “​ໄດ້​ຮັບ​ການ​ແກ້​ໄຂ” ​ແລະ​ກົດໝາຍ​ທີ່​ສ້າງ​ຂື້ນ​
ມາ​ນັ້ນ ແມ່ນ​ດີ​ສຳລັບປະຊາຊົນອາ​ເມຣິກັນ.

ຢູ່​ໃນ​ຄໍາ​ຖະ​ແຫລ​ງ ທີ່​ສວນ​ກຸຫລາບ ຂອງທໍານຽບຂາວ ​ໃນ​ວັນ​
ຈັນ​ວານ​ນີ້ ທ່ານ Obama ກ່າວ​ວ່າ “ບໍ່​ມີ​ຜູ້​ໃດ​ດອກ ​ທີ່​ຮູ້ສຶກໂກດ​
ແຄ້ນ​ຫລາຍ​ໄປ” ກ່ອນ​ທ່ານ ທີ່​ເວັບ​ໄຊ​ປະກັນ​ໄພສຸຂະພາບ​ຂອງ​
ລັດຖະບານ ຫລື HealthCare.Gov ບໍ່​ໄດ້​ເຮັດ​ວຽກຕາມ​ທີ່​ຄາດ
ໝາຍ​ເອົາ​ໄວ້ ນັບ​ຕັ້ງ​ແຕ່​ໄດ້ເປີດ​ຂື້ນເມື່ອວັນ​ທີ 1 ​ຕຸລາຜ່ານ​ມາ.

​ເວັບ​ໄຊ​ນີ້​ເປັນ​ອົງ​ປະກອບ​ອັນ​ສຳຄັນ ຂອງກົດໝາຍ​ຮັກສາ​ສຸຂະພາບ​ລາຄາ​ຖືກ ​ປີ 2010 ຂອງປະທານາທິບໍດີຊຶ່ງເປັນ​ທີ່ຮູ້​ກັນໃນອີກ​ຊື່​ນຶ່ງ ວ່າ Obamacare ນັ້ນ ແມ່ນ​ໄດ້​ອອກ​ແບບ ​ເຮັດ​ໃຫ້​ງ່າຍ​ຂຶ້ນສຳລັບ ຊາວອາ​ເມຣິກັນ ທີ່​ຈະ​ຊື້​ປະກັນ​ໄພ​ສຸຂະພາບ ​ຈາກ​ບໍລິສັດເອກ​ກະ​ຊົນ.

ບັນດາ​ຜູ້​ນໍາ​ໃຊ້ອິນ​ເຕີ​ແນັດ ​ບໍ່​ສາມາດ​ສ້າງ​ຕັ້ງ​ບັນຊີ​ ຂອງ​ເຂົາ​ເຈົ້າ​ໄດ້ ພ້ອມ​ທັງ​ໄດ້​ຮັບການ
ເຕືອນ​ທີ່​ຜິດພາດ​ແບບ​ສັບສົນ ແລະ​ເຂົ້າ​ໄປ​ຫາ​ໜ້າ ຕ່າງໆ​ໄດ້​ຊ້າ​ຫຼາຍ ຫລື​ບໍ່​ສະໜອງ​
ຕອບ​ເລີຍ.

ປະທານາທິບໍດີ Obama ກ່າວ​ວ່າ ລັດຖະບານ​ຂອງ​ທ່ານ​ໄດ້ເກັບ​ເກນ​ເອົາບັນດາຜູ້​ຊ່ຽວ
ຊານ​ດ້ານ​ເທັກ​ໂນໂລ​ຈີເອກ​ກະ​ຊົນອາ​ເມຣິກັນ ທີ່​ເກັ່ງ​ທີ່​ສຸດ ​ເພື່ອເຮັດ​ໃຫ້​ເວັບ​ໄຊດັ່ງກ່າວ
​ເຮັດ​ວຽກ​ໄວຂຶ້ນ​ ແລະດີ​ຂຶ້ນ.

ທ່ານ Obama ກ່າວ​ວ່າ ຮ່າງ​ກົດໝາຍຮັກສາສຸຂະພາບ​ລາຄາ​ຖືກ​ແມ່ນມີ​ຄວາມ​ໝາຍ​
ຫຼາຍ​ໄປ​ກວ່າ​ພຽງ “​ໜ້າ​ເວັບ​ໄຊ​.” ທ່ານກ່າວວ່າ ທ່ານ​ໄດ້​ຕໍ່ສູ້​ເພື່ອ​ໃຫ້​ໄດ້ມາ ​ທັງໆ​ທີ່​ພັກ​ຣີ
ພັບ​ບລິ​ກັ​ນ​ໄດ້​ຄັດຄ້ານ ​ເພື່ອຄໍ້າປະກັນ​ວ່າ ຊາວ​ອາ​ເມຣິກັນຫລາຍໆ​ລ້ານ​ຄົນ ທີ່​ບໍ່​ມີ​ປະ
ກັນ​ໄພ ສາ ມາດ​ໄດ້​ຮັບປະກັນ​ໄພສຸຂະພາບທີ່​ມີ “ຄຸນ​ນະພາ​ບ” ​ແລະ “ລາຄາ​ຖືກ"​ເໝືອ​ນ
ດັ່ງ​ຄົນ​ອື່ນໆ.

ຜູ້​ນໍາ​ສຽງ​ສ່ວນ​ນ້ອຍ ​ໃນ​ສະພາ​ສູງ ຂອງພັກຣີ​ພັບ​ບລິ​ກັນ ທ່ານ Mitch McConnell ບໍ່​
ໄດ້​ໃຫ້​ຄວາມ​ສຳຄັນ ​ຕໍ່ຄໍາ​ຖະ​ແຫຼ​ງຂອງທ່ານ Obama ທີ່​ນຳ​ອອກ​ເຜີຍ​ແຜ່​ທາງ Twitter ​ໂດຍກ່າວ​ວ່າ Obamacare “ມີ​ລາຄາ​ແພງໂພດ ​ແລະ​ບໍ່​ເຮັດໜ້າ​ທີ່​ດັ່ງ​ທີ່ເຂົາ​ເຈົ້າ​ໄດ້​ໃຫ້​
ຄໍາ​ໝັ້ນ​ສັນຍາ​ໄວ້.”
XS
SM
MD
LG