ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ນຳທະຫານ ສຫລ ຫາລືກັບ ລມຕ ປ້ອງກັນປະເທດ ຈາກ 20 ປະເທດ ເລື້ອງການຕໍ່ສູ້ ກັບລັດອິສລາມ


ປະທານາທິບໍດີ​ສະຫະລັດ ທ່ານ Barack Obama
ປະທານາທິບໍດີ​ສະຫະລັດ ທ່ານ Barack Obama

ປະທານາທິບໍດີ​ສະຫະລັດ ທ່ານ Barack Obama ແລະບັນດາ
ຜູ້ບັງຄັບບັນຊາການ ກອງທັບສະຫະລັດ ມີ​ກຳນົດພົບປະກັນ ​ກັບບັນດາລັດຖະມົນຕີປ້ອງກັນຂອງຕ່າງປະເທດ ໃນວັນອັງຄານ
ມື້ນີ້ ເພື່ອສົນທະນາຫາລື ກ່ຽວການຄວາມພະຍາຍາມຂອງ
​ກຸ່ມ​ແນວ​ໂຮມ ​ໃນ​ການຕໍ່ສູ້ກັບພວກຫົວຮຸນແຮງ ລັດອີສລາມ
ຢູ່​ອີຣັກ ກັບ​ຊີ​ເຣຍນັ້ນ.

ໂຄສົກຂອງນາຍພົນ Martin Dempsey ປະທານເສນາທິ
ການຮ່ວມຂອງ​ສະຫະລັດ ກ່າວວ່າ ການປຶກສາຫາລື ຢູ່ຖານ
ທັບອາກາດ Andrew ຂ້າງນອກນະຄອນຫຼວງ Washington
DC ຈະກວມ​ເອົາເລື້ອງບັນຫາທ້າທາຍຕ່າງໆຂອງການປະຕິບັດ
ງານ ແລະວິ​ໄສ​ທັດສຳ​ຫລັບກ້າວໄປຂ້າງໜ້າ.

ຄາດວ່າ ຈະມີຜູ້ຕາງໜ້າ ຈາກ​ປະມານ 20 ປະເທດ ຊຶ່ງຮວມທັງເທີກີນຳ ເຂົ້າຮ່ວມກອງ
ປະຊຸມໃນຄັ້ງນີ້.

ທາງການເທີກີໄດ້ປະຕິເສດໃນວັນຈັນວານນີ້ ຕໍ່​ລາຍ​ງານ​ຂ່າ​ວທີ່ວ່າ ພວກຕົນໄດ້ບັນລຸ​ຂໍ້ ຕົກລົງກັນກັບສະຫະລັດ ວ່າ​ຈະ​ອະນຸຍາດ​ໃຫ້​ຝ່າຍ​ແນວ​ໂຮມທີ່ນຳພາໂດຍສະຫະລັດນັ້ນ ​
ໃຊ້​ຖານ​ທັບອາກາດ ໃນພາກໃຕ້ຂອງເທີກີ ເພື່ອທຳການໂຈມຕີຕໍ່ກຸ່ມລັດອີສລາມ.

​ເຈົ້າ​ໜ້າ​ທີ່ສະຫະລັດ ກ່າວໃນວັນອາທິດຜ່ານ​ມາ​ວ່າ ການປຶກສາຫາລື​ກ່ຽວ​ກັບ​ເລື້ອງນີ້ ຈະດຳເນີນໄປຢູ່ ແຕ່ວ່າເທີກີໄດ້ເປີດທາງ​ໃຫ້​ໃຊ້ຖານ​ທັບອາກາດ Incirlik ​ແລ້ວ ຊຶ່ງ​ຕັ້ງ​ຢູ່ ຫ່າງຈາກຊາຍແດນຊີເຣຍ ປະມານ 100 ກິໂລແມັດ.

US General: IS Militants Adapting to Air Campaign
please wait

No media source currently available

0:00 0:02:20 0:00

XS
SM
MD
LG