ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຜນການປະຕິຮູບ ທາງດ້ານການເງິນ ຂອງທ່ານໂອບາມາ


ປະທານາທິບໍດີ ສະຫະຣັດ ທ່ານບາຣັກ ໂອບາມາ ກ່າວວ່າ ທ່ານພວມຕໍ່ສູ້ ເພື່ອໃຫ້ມີການຮັບຜ່ານ ແຜນການປະຕິຮູບ ທາງດ້ານການເງິນ ແລະການປົກປ້ອງຄຸ້ມຄອງ ຜູ້ບໍລິໂພກ ຢູ່ໃນລັດຖະສະພາ ສະຫະລັດ ຊຶ່ງຈະເປັນຮ່າງກົດໝາຍ ທີ່ສຳຄັນສະບັບຕໍ່ໄປ ໃນແຜນການຂອງທ່ານ. ໃນຄຳປາໄສ ປະຈຳສັບປະດາ ໃນວັນເສົາມື້ນີ້ ທ່ານໂອບາມາເວົ້າວ່າ ແຜນການທີ່ວ່ານີ້ ຈະຄຳປະກັນ ກ່ຽວກັບການໂອນ ຜະລິດຕະພັນ ທາງດ້ານການເງິນ ທີ່ສະລັບຊັບຊ້ອນ ທີ່ເອີ້ນກັນວ່າ DERIVATIVES ນັ້ນ ຈະມີຂຶ້ນໃນຕະຫລາດ ທີ່ມີການເປີດເຜີຍ. ພວກຕຳໜິຕິຕຽນ ກ່າວວ່າ ຜະລິດຕະພັນ ການເງິນດັ່ງກ່າວ ມີບົດບາດສຳຄັນ ໃນການກໍ່ໃຫ້ເກີດ ວິກິດການ ທາງດ້ານເສດຖະກິດ ໃນປີ 2008. ນອກນັ້ນ ທ່ານໂອບາມາຍັງເວົ້າວ່າ ແຜນການທີ່ວ່ານີ້ ຈະສິ້ນສຸດ ການໃຊ້ເງິນພາສີ ຊ່ອຍເຫລືອທະນາຄານ ແລະສະຖາບັນ ການເງິນໃຫຍ່ໆ ແລະອະນຸຍາດໃຫ້ ຜູ້ຖືຮຸ້ນ ໃນບໍລິສັດຄ້າຂາຍຮຸ້ນ ຂອງສະຫະລັດ ລົງຄະແນນສຽງ ໃນການໃຫ້ເງິນເດືອນ ແລະເງິນບຳເໜັດຕ່າງໆ ແກ່ຄະນະບໍລິຫານໄດ້. ທ່ານໄດ້ຕຳໜິຕິຕຽນ ພວກຜູ້ນຳໃນສະພາສູງ ຂອງພັກຣີພັບລີກັນ ທີ່ຄັດຄ້ານ ຕໍ່ແຜນການຂອງທ່ານ ໂດຍເວົ້າວ່າ ພວກເຂົາເຈົ້າ ໄດ້ດຳເນີນງານ ກັບຫົວໜ້າຄະນະບໍລິຫານ ຂອງບໍລິສັດຄ້າຮຸ້ນ ເພື່ອຫາທາງຂັດຂວາງ ບໍ່ໃຫ້ມີການປະຕິຮູບ. ຮ່າງກົດໝາຍ ປະຕິຮູບການເງິນ ຂອງສະມາຊິກ ສະພາສູງ ສັງກັດພັກເດໂມແຄຣັດ ທີ່ພ້ອມແລ້ວ ຈະອະພິປາຍກັນນັ້ນ ແມ່ນໄດ້ເວົ້າເຖິງ ລະບຽບການ ກ່ຽວກັບ ຜະລິດຕະພັນການເງິນ DERIVATIVES. ນອກນັ້ນຮ່າງກົດໝາຍນີ້ ແມ່ນຍັງຮວມທັງ ມາຕະການ ທີ່ຈະບີບບັງຄັບໃຫ້ ບໍລິສັດການເງິນໃຫຍ່ໆ ຈ່າຍເງິນໃສ່ ກອງທຶນສຸກເສີນ ສຳລັບທະນາຄານ ທີ່ລົ້ມລະລາຍ. ຜູ້ນຳສະພາສູງ ຂອງພັກຣີພັບລີກັນ ທ່ານ MITCH McCONNEL ກ່າວໃນມື້ວານນີ້ວ່າ ທ່ານມີລາຍເຊັນ ຂອງສະມາຊິກສະພາສູງ ພັກຣີພັນລີກັນ ອີກ 40 ທ່ານ ທີ່ຄັດຄ້ານ ຕໍ່ຮ່າງກົດໝາຍສະບັບນີ້ ແລະທວງໃຫ້ ມີການເຈລະຈາກັນຕື່ມ. ໃນຄຳປາສັຍຕອບ ຂອງພັກຣີພັບລີກັນ ໃນວັນເສົາມື້ນີ້ ຜູ້ນຳໝາຍເລກ 2 ຂອງພັກຣີພັບລີກັນ ໃນສະພາຕຳ ສະຫະລັດ ທ່ານ ERIC CANTOR ໄດ້ຕຳໜິຕິຕຽນ ການໃຊ້ຈ່າຍເງິນ ຂອງລັດຖະບານ ແລະການຂາດດຸນ ງົບປະມານ ທີ່ມີເພີ້ມຂຶ້ນ.

XS
SM
MD
LG