ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ.ໂອບາມາ ກ່າວວ່າ ຊາວອາເມຣິກັນ ຕ້ອງຕໍ່ສູ້ ເພື່ອ ຊົນຊັ້ນກາງ ທີ່ເຂັ້ມແຂງ


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວໃນຄຳປາ
ໄສປະຈຳສັບປະດາຂອງທ່ານໃນວັນເສົາມື້ນີ້ວ່າ ຊາວອາເມຣິກັນ
ຕ້ອງໄດ້ຕໍ່ສູ້ ເພື່ອເຮັດໃຫ້ພວກຊົນຊັ້ນກາງ ມີຄວາມເຂັ້ມແຂງ ໃນ ເສດຖະກິດທີ່ມີການປ່ຽນແປງຂອງທຸກມື້ ນີ້.

ປະທານາທິບໍດີ ເວົ້າວ່າ ການຕໍ່ສູ້ນັ້ນ ແມ່ນຮວມທັງສິດທິໃນການ
ມີປະກັນໄພສຸຂະພາບລາຄາຖືກ ການວ່າຈ້າງທີ່ເປັນທຳ ການພັກ
ການເວລາສະມາຊິກໃນ ຄອບຄົວເຈັບປ່ວຍ ແລະວຽກງານທີ່ສາ
ມາດປັບໃຫ້ເຂົ້າກັນໄດ້ ລະຫວ່າງລູກຈ້າງ ແລະນາຍຈ້າງ.

ທ່ານເວົ້າວ່າ ການຂຶ້ນຄ່າຈ້າງຂັ້ນຕ່ຳສຸດ ຈະເປັນຊ່ອງທາງນຶ່ງທີ່ດີ
ທີ່ສຸດສຳຫຼັບຊ່ອຍພວກ ຄອບຄົວທີ່ເຮັດວຽກເຮັດການ.

ປະທານາທິບໍດີໂອບາມາກ່າວວ່າ ມີ 13 ລັດແລະນະຄອນຫຼວງຂອງສະຫະລັດ ໄດ້ຂຶ້ນຄ່າ ຈ້າງຂັ້ນຕ່ຳສຸດແລ້ວ ໃນໄລຍະປີເຄິ່ງຜ່ານມານີ້.

ຜູ້ນຳຂອງສະຫະລັດ ກ່າວຕື່ມວ່າ ບັນດາລັດທີ່ມີການຂຶ້ນຄ່າຈ້າງຂັ້ນຕ່ຳສຸດແລ້ວນັ້ນ ພົບ
ວ່າ ມີຕະຫຼາດວຽກງານເພີ້ມຂຶ້ນກວ່າບັນດາລັດທີ່ບໍ່ໄດ້ຂຶ້ນຄ່າຈ້າງ ຂັ້ນຕ່ຳສຸດ.

ປະທານາທິບໍດີໂອບາມາ ເວົ້າວ່າ ອາເມຣິກັນສ້າງພວກຊົນຊັ້ນກາງທີ່ໃຫຍ່ທີ່ສຸດທີ່ໂລກບໍ່ ເຄີຍພົບເຫັນມາກ່ອນ ໂດຍໃຫ້ເປັນທີ່ແນ່ໃຈວ່າ ທຸກໆຄົນທີ່ເຕັມໃຈ ຈະເຮັດວຽກຢ່າງຈິງ ຈັງແລະປະຕິບັດຕາມກົດລະບຽບນັ້ນ ສາມາດກ້າວໜ້າໄດ້.

ສະມາຊິກສະພາຕ່ຳ Larry Bcshon ຈາກລັດ Indianna ກ່າວໃນຄຳປາໄສຂອງປະຈຳ ສັບປະດາຂອງພັກຣີພັບບລີກັນວ່າ ນະໂຍບາຍຂອງລັດຖະບານທ່ານ ໂອບາມາ ຍັງສືບ ຕໍ່ເປັນໄພອັນຕະລາຍຕໍ່ເສດຖະກິດຂອງປະເທດແລະຄອບຄົວທີ່ດີ້ນຮົນຕໍ່ສູ້ເພື່ອໃຫ້ມີຊີ
ວິດຢູ່ລອດ.

XS
SM
MD
LG