ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ຄາດວ່າ ຈະໃຫ້ການຄຳ້ປະກັນ ຕໍ່ກະສັດ ຊາອຸດີ ກ່ຽວກັບ ເລື້ອງອີຣ່ານ


ກະສັດຊາອຸດີ ອາຣາເບຍ ພະເຈົ້າ Salman ມີກຳໜົດພົບປະ ກັບປະທານາທິບໍດີ ໂອບາມາ ທີ່ທຳນຽບຂາວ ໃນວັນສຸກມື້ນີ້.
ກະສັດຊາອຸດີ ອາຣາເບຍ ພະເຈົ້າ Salman ມີກຳໜົດພົບປະ ກັບປະທານາທິບໍດີ ໂອບາມາ ທີ່ທຳນຽບຂາວ ໃນວັນສຸກມື້ນີ້.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ຮັບຕ້ອນ
​ກະສັດຊາ​ອຸ​ດີ ພະ​ເຈົ້າ Salman ຢູ່ທີ່​ທຳນຽບຂາວ ​ໃນ​ວັນ​ສຸກ
​ມື້​ນີ້. ຊຶ່ງເປັນ​ການ​ຢ້ຽມຢາມ​ສະ ຫະລັດ​ເທື່ອ​ທຳ​ອິດຂອງພະອົງ
ນັບ​ແຕ່​ໄດ້​ຂື້ນ​ຄອງ​ບັນລັງ​ໃນເດືອນ​ມັງ​ກອນປີນີ້ ຫລັງ​ຈາກ​ການ​
ສິ້ິນພະ​ຊົນ​ຂອງ ພະ​ເຈົ້າ Abdullah.

ການ​ສົນທະນາ​ລະຫວ່າງປະທານາທິບໍ​ດີ Obama ​ແລະ​ພະ
ເຈົ້າ Salman ມີ​ຂື້ນ​ໃນເວລາທີ່ພວມເກີດຄວາມ​ວຸ້ນວາຍ ​ໃນ
​ຂະນະ​ທີ່ສະຫະລັດນຳພາ​ແນວໂຮມ​ ​ສູ້​ລົບ​ກັບພວກ​ຫົວ​ຮຸນ​ແຮງ​
ລັດ​ອິສລາມ ​ໃນ​ອີຣັກ ​ແລະ​ຊີ​ເຣຍ ​ແລະ​ການ​ນຳພາ ກຳລັງ​ປະ
ສົມ ຂອງຊາ​ອຸ​ດີ ຕີ​ຕ້ານພວກກະບົດ Houthi ທີ່ສະໜັບສະໜູນ​
ໂດຍ ອີຣ່ານ ​ຢູ່ໃນ​ປະ​ເທດ​ເຢ​ເມນ.

​ທ່ານ Ben Rhodes ຮອງ​ທີ່ປຶກສາດ້ານ​ຄວາມ​ໝັ້ນຄົງແຫ່ງ​ຊາດຂອງ ສະຫະລັດ ກ່າວວ່າ
“ນີ້​ເປັນການຢ້ຽມຢາມ​ທີ່​ສຳຄັນ ພ້ອມ​ດ້ວຍ​ການເຄື່ອນໄຫວ​ຫຼາ​ຍ ຢ່າງ​ຢູ່ໃນຂົງ​ເຂດ ບ່ອນ​
ທີ່ພວກ​ເຮົາ​ໄດ້ມີຜົນ​ປະ​ໂຫຍ​ດຮ່ວມກັນກັບຊາ​ອຸ​ດີ​ ອາ ຣາ​ເບຍ ​ແລະ​ການ​ສະຫລຸບກ່ຽວກັບ
ຂໍ້ຕົກລົງກັບ​ອີຣ່ານ ຫວ່າງ​ມໍ່ໆ​ມາ​ນີ້ ​ແລະ​ການ​ຕິດຕາມຈອວກອງ​ປະຊຸມສຸດ​ຍອດ​ທີ່ Camp
David ກັບຊາ​ອຸ​ດີ ອາ​ຣາ​ເບຍ ​ແລະບັນດາ​ປະເທດພາຄີອື່ນໆໃນເຂດ​ອ່າວ​ເປີ​ເຊຍ”

ພວກຊາວໜຸ່ມເດີນຂະບວນ ສະໜັບສະໜູນ ລັດອິສລາມ
ພວກຊາວໜຸ່ມເດີນຂະບວນ ສະໜັບສະໜູນ ລັດອິສລາມ

ການ​ພົບປະ​ໃນ​ວັນ​ສຸກ​ມື້​ນີ້ ຢູ່​ທີ່ທຳນຽບຂາວ ຈະ​ເປັນ​ເທຶ່ອທຳ​ອິດ​ນັບ​ແຕ່​ກອງ​ປະ ຊຸ​ມສຸດ​ຍອດໃນວັນ​ທີ 14 ເດືອນ​ພຶດສະພາ ອັນ​ເປັນ​ເວລາ​ທີ່ ປະທານາທິບໍດີ Obama ​ໄດ້​ໃຊ້​
ເວລາ​ກັບບັນດາສະພາ​ຜູ້ນຳ​ ຂອງສະພາການຮ່ວມມື ໃນເຂດອ່າວ​ເປີ​ເຊຍ ​ເພຶ່ອ​ລະງັບ
ຄວາມ​ເປັນ​ຫ່ວງໃດ​ໆກ່ຽວ​ກັບການ​ແກ້​ໄຂ​ຂໍ້​ຕົກລົງ​ນິວ​ເຄລຍກັບອີຣ່ານ.

ທ່ານ Anthony Cordesman ນັກວິ​ເຄາະຄວາມ​ໝັ້ນຄົງທີ່ສູນ​ກາງ​ຍຸດ​ທະ​ສາດ ​ແລະ​
ການ​ຄົ້ນ​ຄວ້າ​ນາໆ​ຊາດ ​ໄດ້​ກ່າວວ່າ “ຫລາຍ​ຄົນ​ໃນ​ອ່າວ​ເປີ​ເຊຍ ຄວາມ​ຈິງ​ແລ້ວ​ຢູ່ໃນ​
ໂລກ ອາຣັບ ທັງ​ໝົດ ພາກັນ​ມີ​ຄວາມ​ເປັນ​ຫ່ວງ​ກ່ຽວກັບທ່າທີຂອງສະຫະລັດ ຢູ່​ໃນ​ອ່າວ
​ເປີ​ເຊຍ ກ່ຽວ​ກັບ​ຂໍ້​ຕົກລົງ​ນິວ​ເຄລຍອີຣ່ານ ກ່ຽວ​ກັບ​ສິ່ງ​ທີ່​ກຳລັງເກີດ​ຂື້ນ ​ໃນ​ຖານະ​ທີ່ອີ
ຣ່ານ ກຳລັງ​ຂະຫຍາຍ​ການ​ແຊກ​ແຊງ​ຢູ່​ໃນ ອີຣັກ ຢູ​ໃນ​ເຢ​ເມນ”

ທ່ານ Cordesman ກ່າວ​ວ່າ ການ​ສົນທະນາຈະ​ມີຄວາມ​ສຳຄັນ​ທີ່​ສຸດ​ເພື່ອ​ສ້າງ​ຄວາມ
​ໝັ້ນໃຈໃຫ້ຊາ​ອຸ​ດີ ​ໂດຍ​ສະ​ເພາະ ຢູ່​ໃນ​ການ​ເຈ​ລະ​ຈາ​ຂໍ້​ຕົກລົງນິວ​ເຄລຍ ກັບອີຣ່ານ
ຫວ່າງ​ມໍ່ໆ​ມາ​ນີ້.

Obama Saudi Arabia
please wait
Embed

No media source currently available

0:00 0:00:25 0:00

XS
SM
MD
LG