ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ.ໂອບາມາ ຈະປະຕິຮູບ ລະບົບຄົນເຂົ້າເມືອງ ໂດຍບໍ່ຜ່ານ ລັດຖະສະພາ


ປະທານາທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ຍິ້ມແຍ້ມ ໃນຂະນະທີ່ ໄດ້ຂຶ້ນເວທີ ກ່າວຖະແຫລງ ຢູ່ທີ່ມະຫາວິທະຍາໄລ Queensland ໃນນະຄອນ Brisbane ປະເທດ ອອສເຕຣເລຍ, ວັນທີ 15 ພະຈິກ 2014.
ປະທານາທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ຍິ້ມແຍ້ມ ໃນຂະນະທີ່ ໄດ້ຂຶ້ນເວທີ ກ່າວຖະແຫລງ ຢູ່ທີ່ມະຫາວິທະຍາໄລ Queensland ໃນນະຄອນ Brisbane ປະເທດ ອອສເຕຣເລຍ, ວັນທີ 15 ພະຈິກ 2014.

ປະທານາທິບໍດີ​ສະຫະລັດ ທ່ານບາຣັກ ​ໂອ​ບາ​ມາ ກ່າວ​ວ່າ ທ່ານ
​ພວມ​ກະກຽມ ທີ່​ຈະ​ໃຊ້​ສິດ​ອຳນາດ​ຝ່າຍບໍລິຫານຂອງ​ທ່ານ ຊຶ່ງ
ຈະອະ​ນຸຍາດ​ໃຫ້​ທ່ານ ບໍ່ຕ້ອງຜ່ານ​ລັດຖະສະພາ ​ໃນການອອກ​
ດຳລັດເພື່ອ​ປະຕິ​ຮູບ​ເລື່ອງຄົນ​ເຂົ້າ​ເມືອງ​ ໃນຂອບເຂດ
ທີ່ກວ້າງ​ຂວາງ.

ໃນການຖະ​ແຫລ​ງ​ ເມື່ອ​ວັນ​ອາທິດ​ມື້​ນີ້ ໃນ​ຕອນ​ທ້າຍ ​ຂອງ​ກອງ​
ປະ​ຊຸມ​ສຸດ​ຍອດກຸ່ມ G-20 ​ທີ່​ອອສ​ເຕຣ​ເລຍນັ້ນ ທ່ານ​ໂອບາມາ
ເວົ້າວ່າ ທ່ານຈະ ​ບໍ່​ລັງເລໃຈໃດໆ ໃນການອອກກົດລະບຽບໃໝ່
ດ້ານຄົນເຂົ້າເມືອງ ຍ້ອນການ​ຂົ່ມຂູ່ ຂອງສະມາ​ຊິກ​ລັດຖະສະພາ
ບາງ​ຄົນທີ່​ຈະເອົາມາດຕະການ ທີ່ອາດ​ນຳ​ໄປ​ສູ່​ການ​ປິດ​ລັດຖະບານລົງ​ອີກ​ເທື່ອ​ນຶ່ງ.

​ແຜນການ​ໃໝ່​ ຂອງປະທານາທິບໍດີ ທີ່​ຈະ​ອອກ​ດຳລັດກ່ຽວ​ກັບເລື່ອງຄົນເຂົ້າ​ເມືອງ ພາຍໃນ​ ທ້າຍ​ປີ​ນີ້ ນອກຈາກວ່າສະພາຈະລົງຄະແນນສຽງ ກ່ຽວກັບຮ່າງກົດໝາຍ ປະຕິຮູບ ໃນຂອບ
ເຂດທີ່ກວ້າງຂວາງ ທີ່ອາດ​ສາມາດ ປົກ​ປ້ອງ ພວກ​ເຂົ້າເມືອງ​ຜິດ​ກົດໝາຍຫຼາຍລ້ານ​ຄົນ
ຈາກ​ການ​ສົ່ງ​ກັບ​ຄືນ​ປະ​ເທດນັ້ນ.

ລັດຖະມົນຕີ ກະຊວງຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ​ຂອງ​ສະຫະລັດ ທ່ານ Jeh Johnson
ກ່າວໃນ​ວັນ​ເສົາ​ວານ​ນີ້ ຢູ່​ທີ່ຫໍ​ສະມຸດ ປະທານາທິບໍດີ Ronald Reagan ​ໃນ​ລັດ​ແຄ​ລີ​ຟໍ​ເນຍ ວ່າ ລັດຖະບານ ​ທ່ານໂອ​ບາ​ມາ​ແມ່ນ​ຢູ່​ໃນ “​ຂັ້ນຕອນສຸ​ດທ້າຍ” ກ່ຽວກັບການເອົາບາດ ກ້າວ​ດັ່ງກ່າວ​. ທ່ານ​ບັນ​ລະ​ຍາຍ​ວ່າ ລະບົບຄົນ​ເຂົ້າ​ເມືອງ ​ໃນ​ປັດຈຸ​ບັນ​ນີ້ ​ແມ່ນ “​ເພພັງ​ແລ້ວ.”

ທ່ານ Johnson ກ່າວ​ອີກ​ວ່າ ມັນ​ເປັນ​ທີ່​ໜ້າ​ເສຍ​ໃຈ ທີ່ບັນດາ​ສະມາ ຊິກ​ພັກຣີພັບ​ບລີ​ກັນ ​ໃນ​ສະພາຕ່ຳ ບໍ່​ໄດ້ດຳເນີນການຫຍັງເລີຍ ກ່ຽວ ກັບກົດໝາຍ ປະຕິຮູບລະບົບ ຄົນເຂົ້າເມືອງ ໃນປີ​ແລ້ວ​ນີ້.

ຫົວໜ້າກະຊວງຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ​ຂອງ​ສະຫະລັດ ​ເວົ້າວ່າ ການ​ອອກດຳລັດ
ຝ່າຍບໍລິຫານ ຂອງ​ປະທານາທິບໍດີ ແມ່ນຈະຢູ່ໃນຂອບເຂດ ທີ່ກວ້າງຂວາງຮອບດ້ານ ​ແລະ ຈະເສີມ​ຂະຫຍາຍຄວາມເຂັ້ມແຂງ ໃນດ້ານຄວາມ​ປອດ​ໄພ ຢູ່ຕາມ​ຊາຍ​ແດນ​ ຂອງ​ປະ​ເທດ.

ສະມາຊິກສະພາສູງ John McCain ນຶ່ງໃນບັນດາສະມາຊິກຂອງພັກຣີພັບບລີກັນທີ່ໃຫ້ ການສະໜັບສະໜຸນກ່ຽວກັບການປະຕິຮູບເລື່ອງຄົນເຂົ້າເມືອງ ຮຽກຮ້ອງໃຫ້ທ່ານໂອບາ
ມາ ໃຫ້ເວລາຕື່ມອີກແກ່ສະພາຊຸດໃໝ່ ເພື່ອເບິ່ງວ່າ ມັນຈະສາມາດເຄື່ອນໄຫວໄປໜ້າໄດ້ ຫລືບໍ່. ທ່ານໄດ້ເຕືອນວ່າ ການເອົາບາດກ້າວໃດໆກໍຕາມຂອງຝ່າຍບໍລິຫານ ອາດຈະກໍ່ ໃຫ້ເກີດຜົນສະທ້ອນຮ້າຍແຮງຢ່າງແທ້ຈິງ ຕໍ່ຄວາມສຳພັນລະຫວ່າງທຳນຽບຂາວກັບລັດ ຖະສະພາ.

ທ່ານ McCain ເປັນສະມາຊິກສະພາສູງຈາກລັດອາຣິໂຊນາ ຊຶ່ງເປັນລັດຊາຍແດນບ່ອນ ທີ່ພວກຄົນເຂົ້າເມືອງບໍ່ມີເອກກະສານເປັນຈຳນວນຫຼວງຫຼາຍໄດ້ຂ້າມເຂົ້າມາແຕ່ປະເທດ ເມັກຊິໂກນັ້ນ.

US IMMIGRATION SOTVO
please wait
Embed

No media source currently available

0:00 0:00:49 0:00

XS
SM
MD
LG