ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ໂອບາມາ ກ່າວວ່າ ພວກເຮົາປະຕິເສດ ຕໍ່ການປ່ຽນແປງ ຂອງດິນຟ້າອາກາດ ບໍ່ໄດ້


Obama: Climate Change Cannot Be Denied
please wait

No media source currently available

0:00 0:02:44 0:00

ເບິ່ງວີດີໂອ ລາຍງານນີ້

ເມື່ອ​ວັນ​ພຸດ​ວານ​ນີ້ ​ໃນ​ການສະ​ເຫຼີມສະຫຼອງ ວັນ​ໂລກ ຫຼື
Earth Day ນັ້ນ ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ​
ໂອບາ​ມາ ໄດ້ເດີນທາງໄປ​ຢ້ຽມຢາມເຂດບຶງທາມ Everglades
ໃນລັດ Florida ຢູ່​ທາງ​ພາກ​ຕາ​ເວັນ​ອອກສຽງ​ໃຕ້ ຂອງ​ສະຫະລັດ.

ທ່ານ ​ໂອ​ບາ​ມາ ​ໄດ້​ກ່າວ​ຢ່າງ​ຈະ​ແຈ້ງ​ໄປ​ແລ້ວ​ວ່າ ບໍ່​ມີ​ຄວາມ​
ທ້າ​ທາຍອັນ​ໃດ​ ທີ່​ເໜືອກ​ວ່າ ການ​ຂົ່ມຂູ່ ​ທີ່ໃຫຍ່​ຫລວງ​ທີ່​ສຸດ
ຕໍ່​ອະນາ​ຄົດຂອງ​ຄົນ​ລຸ້ນ​ໃໝ່ ​ເທົ່າ​ກັບການ​ປ່ຽນ​ແປງ​ ຂອງ​ດິນ​ຟ້າ
​ອາກາດ ທ່ານ​ກ່າວ​ຕື່ມ​ອີກ​ວ່າ “ອັນ​ນີ້​ມັນ​ບໍ່​ແມ່ນບັນຫາ​ຂອງ​
ຄົນລຸ້ນອື່ນໆ ບໍ່​ແມ່ນ​ອີກ​ແລ້ວ. ອັນ​ນີ້ ແມ່ນ​ບັນຫາ​ໃນ​
ເວລາ​ນີ້. ມັນ​ມີ​ຜົນ​ກະທົບ​ອັນ​ຮ້າຍ​ແຮງ​ຕ່າງໆ ຕໍ່​ວິ​ຖີ
ການ​ດຳລົງ​ຊີວິດຂອງ​ພວກ​ເຮົາ ​ໃນ​ເວລາ​ນີ້.”

ທ່ານ ກ່າວ​ຕໍ່​ໄປ​ວ່າ​ຜົນ​ກະທົບ​ຕ່າງໆ​ ຂອງ​ການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ​ນັ້ນ ເຊັ່ນ​ວ່າ
​ພາຍຸ​ທີ່​ແຮງຂຶ້ນ ສະພາບ​ແຫ້ງ​ແລ້ງ​ທີ່​ໜັກ​ຂຶ້ນ ລະ​ດູໄຟ​ໄໝ້​ປ່າ​ ທີ່​ຍາວ​ອອກ​ໄປ​ອີກນັ້ນ ​ບໍ່​
ສາມາດ​ປະຕິ​ເສດ ຫຼື ບໍ່​ຫົວຊາ​ ໄດ້​ອີກ​ຕໍ່​ໄປ.

ທ່ານ​ໂອ​ບາ​ມາ ​ເວົ້າວ່າ “ບາດກ້າວ​ຕ່າງໆ ທີ່​ພວກ​ເຮົາ​ໄດ້​ທຳ​ໄປ ​ຕະຫລອດຫຼາຍໆ​
ປີຜ່ານມາ​ນັ້ນ ​ແມ່​ນ​ໄດ້​ເລີ້ມ​ເຮັດ​ໃຫ້ ​ມີ​ຄວາມ​ແຕກ​ຕ່າງຂຶ້ນ​ແລ້ວ. ພວກ​ເຮົາ ນຳ​ໃຊ້
ພະລັງງານ​ທີ່​ສະອາດຫຼາຍຂຶ້ນກວ່າ​ເກົ່າ ​ກ່ອນ​ໜ້າ​ນີ້. ອາ​ເມ​ຣິກາ ເປັນ​ນ້ຳ​ເບີ ນຶ່ງ ​ທີ່​
ນຳ​ໃຊ້​ພະລັງງານ​ຈາກ​ລົມ ​ແລະ ​ໃນ​ປີ​ແລ້ວ​ນີ້ ພວກ​ເຮົາ​ ຜະ​ລິດໄຟຟ້າໄດ້ຫຼາຍຂຶ້ນ
20 ​ເທົ່າ​ ຈາກ​ແສງ​ອາທິດ ຊຶ່ງຫຼາຍກວ່າ ທີ່​ພວກ​ເຮົາ​ໄດ້​ຜະລິດທັງ​ໝົດ ​ໃນ​ປີ 2008
- ນັ້ນ​ແມ່ນ 20 ​ເທົ່າ​ຕົວ.”

ທ່ານ ​ໂອບາ​ມາ ກ່າວ​ວ່າ ພະລັງງານ​ສະອາດທີ່ສະອາດຂຶ້ນ​ ​ແລະການ​ປັບປຸງປະສິດທິພາບ​
ຂອງພະ​ລັງ​ງານຕື່ມຂຶ້ນນັ້ນ ຈະ​ຊ່ວຍ​ໃຫ້​ສະຫະລັດ​ຫລີກ​ເວັ້ນ ຜົນ​ກະ​ທົບ​ອັນ​ຮ້າຍ​ແຮງ​ໄດ້
ເປັນ​ບາງ​ສ່ວນ ຂອງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ໃນ​ຕໍ່ໜ້າ.

Obama Earth Day
please wait
Embed

No media source currently available

0:00 0:02:38 0:00

ທ່ານ ​ເວົ້າຕໍ່​ໄປ​ວ່າ “​ແຕ່​ພວກ​ເຮົາ​ ຍັງ​ຕ້ອງໄດ້ກຽມພ້ອມ​ ເພື່ອຮັບມືກັບ​ຜົນ​ກະທົບ
ຈາກ​ການ​ປ່ຽນ​ແປງ​ ຂອງ​ດິນ​ຟ້າ​ອາກາດ ທີ່​ພວກ​ເຮົາໄດ້ຊ້າ​ໄປ​ແລ້ວ ​ທີ່ຈະສາມາດ​
ຫລີກ​ເວັ້ນ​ໄດ້ນັ້ນ. ຖ້າພວກ​ເຈົ້າຄິດເບິ່ງ​ ອັນ​ນີ້​ມັນ​ຄື​ກັນ​ກັບ​ວ່າ ພວກ​ເຮົາ​ຢຽບ​ຫ້າມ​ລໍ້​
ຂອງ​ລົດ ​ແຕ່​ຫາກ​ວ່າ ລົດ​ນັ້ນຈະບໍ່ສາມາດຢຸດ ຢູ່ກັບທີ່​ໄດ້​ໃນ​ທັນທີ​. ສະນັ້ນ ​ໃນບາງ​ ສ່ວນ​ຂອງ​ການ​ປ່ຽນ​ແປງ​ເຫຼົ່ານີ້ ​ແມ່ນ​ໄດ້​ເກີດ​ຂຶ້ນ​ໄປ​ແລ້ວ ​ແລະ ​ເຖິງ​ແມ່ນ​ວ່າ​ ຖ້າ​ພວກ​ເຮົາ​ໄດ້ເອົາ​ບາດກ້າວ​ຕ່າງໆ​ ທີ່​ຖືກຕ້ອງ​ແລ້ວ​ກໍ​ຕາມ. ພວກ​ເຮົາ​ຍັງຈະ​ຕ້ອງ​ໄດ້​ດັດ​ແປງໃນ​ບາງ​ສິ່ງ​ບາງ​ຢ່າງ.”

​ເມື່ອ​ປີ​ ກາຍ​ນີ້ ​ອຸນຫະພູມ​ຂອງໂລກ ​ແມ່ນ​ໄດ້ອົບເອົ້າ​ທີ່​ສຸດ​ເປັນປະຫວັດ ການ ​ແລະ 14 ຂອງ 15 ປີ​ທີ່​ຮ້ອນ​ທີ່​ສຸດ​ທີ່​ໄດ້​ມີການບັນທຶກໄວ້ ​ແມ່ນ ​ເກີດ​ຂຶ້ນ​ໃນ​ສັດຕະ​ວັດ​ນີ້.

Wednesday, in celebration of Earth Day, U.S. President Barack Obama visited the Florida Everglades in the southeastern United States.

Mr. Obama has made clear that no challenge poses a greater threat to future generations than climate change.

((SOUNDBITE) (English) BARACK OBAMA, U.S. PRESIDENT)
"This is not a problem for another generation, not anymore.This is a problem now.It has serious implications for the way we live, right now."

He said the effects of climate change, like stronger storms, deeper drought,s longer wildfire seasons, can no longer be denied or ignored.

(BARACK OBAMA, U.S. PRESIDENT)
"The steps we've taken over the last several years are already making a difference.We are using more clean energy than ever before.America is number one in wind power, and last year we generated 20 times more electricity from sunlight than we did in all of 2008 - 20 times."

Mr. Obama said more clean energy and improved energy efficiency will help the U.S. avoid some of the worst effects of climate change down the road.

(BARACK OBAMA, U.S. PRESIDENT))
"But we also have to prepare for the effects of climate change that we are already too late to avoid.If you think about it, this is like we are hitting the brakes on a car, but the car is not going to come to a complete halt right away.So, some of these changes are already happening and even if we take the right steps.We are going to have to make some adaptations."

Last year was the planet's warmest year on record, and 14 of the 15 hottest years on record have happened this century.

XS
SM
MD
LG