ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມສຸດຍອດຂອງກຸ່ມຈີ 8 ເລີ່ມຂຶ້ນທີ່ຝຣັ່ງ


ຈາກຊ້າຍໄປຂວາ ປະທານາທິບໍດິສະຫະລັດ ທ່ານບາຣັກ ໂອບາມາ ປະທານາທິບໍດີຣັດເຊຍ ທ່ານ Dmitry Medvedev ແລະປະທານາທິບໍດີຝຣັ່ງ ທ່ານ Nicolas Sarkozy ໂບກມືໃຫ້ພວກນັກຂ່າວຂະນະທີ່ພວກທ່ານ ເດີນທາງໄປເຖິງບ່ອນປະຊຸມແລະຮັບປະທານອາຫານທ່ຽງໄປພ້ອມທີ່ເມືອງ Deauville (26 ພຶດສະພາ 2011)
ຈາກຊ້າຍໄປຂວາ ປະທານາທິບໍດິສະຫະລັດ ທ່ານບາຣັກ ໂອບາມາ ປະທານາທິບໍດີຣັດເຊຍ ທ່ານ Dmitry Medvedev ແລະປະທານາທິບໍດີຝຣັ່ງ ທ່ານ Nicolas Sarkozy ໂບກມືໃຫ້ພວກນັກຂ່າວຂະນະທີ່ພວກທ່ານ ເດີນທາງໄປເຖິງບ່ອນປະຊຸມແລະຮັບປະທານອາຫານທ່ຽງໄປພ້ອມທີ່ເມືອງ Deauville (26 ພຶດສະພາ 2011)

ປະທານາທິບໍດີສະຫະລັດທ່ານບາຣັກໂອບາມາ ແລະພວກ
ຜູ້ນຳຄົນອື່ນໆຂອງໂລກ ພວມໄປໂຮມຊຸມນຸມກັນ ທີ່ເມືອງ
Deauville ປະເທດຝຣັ່ງໃນວັນພະຫັດມື້ນີ້ ເພື່ອເຂົ້າຮ່ວມ
ກອງປະຊຸມສຸດຍອດຂອງກຸ່ມຈີ 8 ຫຼື 8 ປະເທດທີ່ຈະເລີນ
ທາງດ້ານອຸສາຫະກຳ ຊຶ່ງມີທ່າທາງວ່າຈະເພັ່ງເລັງໃສ່ວິກິດ
ການນິວເຄລຍຍີ່ປຸ່ນ ແລະການລຸກຮືຂຶ້ນຂອງປະຊາຊົນໃນ
ບັນດາປະເທດອາຣັບ ຕະຫຼອດທັງບັນຫາຕ່າງໆ ທາງດ້ານ
ເສດຖະກິດຂອງໂລກ.

ປັນທີ່ຄາດກັນວ່າທ່ານໂອບາມາຈະໃຊ້ກອງປະຊຸມສຸດຍອດ
ໃນຄັ້ງນີ້ ເພື່ອເສີມຄວາມເຂັ້ມແຂງໃຫ້ແກ່ຄຳຮຽກຮ້ອງຂອງ
ທ່ານໃນການໃຫ້ຄວາມສະໜັບສະໜຸນຕໍ່ການປະຕິຮູບທາງ
ດ້ານການເມືອງແລະເສດຖະກິດໃນພາກຕາເວັນອອກກາງ ແລະອາຟຣິກາເໜືອ.

ນີ້ແມ່ນກອງປະຊຸມທີ່ສຳຄັນເທື່ອທຳອິດຂອງໂລກ ນັບແຕ່ທ່ານໄດ້ກ່າວຄຳປາໄສທີ່ມີຄວາມ
ໝາຍສຳຄັນປະວັດສາດ ຢູ່ກຸງວໍຊິງຕັນ ທີ່ທ່ານໄດ້ຊຸກຍູ້ສົ່ງເສີມຄວາມຄິດດັ່ງກ່າວນີ້.

ນອກນັ້ນ ຍັງເປັນກອງປະຊຸມເທື່ອທຳອິດນັບແຕ່ທ່ານ Dominique Straus-Khahn ໄດ້
ລາອອກຈາກຕຳແໜ່ງໃນຖານະຫົວໜ້າອົງການກອງທຶນສາກົນ IMF ຊຶ່ງຈະເປີດໂອກາດໃຫ້
ນາໆຊາດປຶກສາຫາລືກັນກ່ຽວກັບວ່າບຸກຄົນໃດຈະມາຮັບຕຳແໜ່ງແທນທ່ານ.

ປະທານາທິບໍດີຝຣັ່ງ ທ່ານ Nicolas Sarkozy ເປັນປະທານກອງປະຊຸມຂອງ 8 ປະເທດ ທີ່ນຳໜ້າທາງດ້ານອຸສາຫະກຳຂອງໂລກຢູ່ທີ່ເມືອງຕາກອາກາດ Deauville ຂອງຝຣັ່ງ.

ໃນຕົ້ນອາທິດນີ້ປະທານາທິບໍດີໂອບາມາ ໄດ້ຢ້ຽມຢາມປະເທດອັງກິດເປັນເວລາ 3 ມື້ ບ່ອນ
ທີ່ທ່ານໄດ້ປຶກສາຫາລືກ່ຽວກັບບັນຫາຕ່າງໆທາງດ້ານເສດຖະກິດຂອງໂລກ ກັບນາຍົກລັດຖະ
ມົນຕີ David Cameron. ພວກຜູ້ນຳທັງສອງໄດ້ຕົກລົງກັນວ່າ ການປະຕິບັດງານທາງທະ
ຫານຂອງພັນທະມິດໃນລີເບຍຈະດຳເນີນຕໍ່ໄປຈົນກວ່າທ່ານ Moammar Gadhafi ຈະຢຸດ ເຊົາການໂຈມຕີພົນລະເຮືອນແລະສະລະອຳນາດ.

XS
SM
MD
LG