ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາກ່າວຄໍາປາໄສ ຕໍ່ລັດຖະສະພາອັງກິດ


ປະທານາທິບໍດີບາຣັກ ໂອບາມາແຫ່ງສະຫະລັດ ( ຢືນເບື້ອງຂວາ) ຈັບຍມືກັບທ່ານ Cameron ນາຍົກລັດຖະມົນຕີອັງກິດ
ວັນທີ 25 ພຶດສະພາ 2011
ປະທານາທິບໍດີບາຣັກ ໂອບາມາແຫ່ງສະຫະລັດ ( ຢືນເບື້ອງຂວາ) ຈັບຍມືກັບທ່ານ Cameron ນາຍົກລັດຖະມົນຕີອັງກິດ ວັນທີ 25 ພຶດສະພາ 2011


























ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ແຫ່ງ​ສະຫະລັດ​ໄດ້​ພົບ​ປະ​ກັບ​ນາຍົກລັດຖະມົນຕີ David Cameron ​ຂອງ​ອັງກິດ​ທີ່​ກຸງ​ລອນ​ດອນ​ໃນ​ວັນ​ພຸດ​ມື້​ນີ້ ​ແລະ​ຫຼັງຈາກນັ້ນທ່ານ​ຈະ​ໄປ​ກ່າວ​ປາ​ໄສ​ຕໍ່​ລັດຖະສະພາ ທີ່​ຄາດ​ກັນ​ວ່າທ່ານ​ຈະ​ເພ່ງ​ເລັງ​ໃສ່​ສາຍ​ພົວພັນ​ລະຫວ່າງ​ສະຫະລັດ​ແລະ​ຢູ​ໂຣບ.

ມີ​ການ​ຄາດ​ກັນໄວ້​ວ່າ ທ່ານ​ໂອ​ບາ​ມາ​ແລະ​ທ່ານ Cameron ຈະ​ໂອ້​ລົມ​ສົນທະນາ​ກັນ​ເລື້ອງ​
ຊ່ອງ​ທາງ​ຕ່າງໆ​ທີ່​ສະຫະລັດ​ແລະ​ອັງກິດ​ສາມາດ​ຊ່ອຍ​ເຫລື​ອພວກ​ກະບົດ​ຕໍ່ຕ້ານ​ທ່ານ​ກາດ​
ດາ​ຟີ​ໃນ​ລີ​ເບຍ​ໄດ້​ແລະຫາ​ວິທີ​ໃດດີ​ທີ່​ສຸດ​ເພື່ອໃຫ້ການຊ່ອຍ​ເຫລືອ​ໃນ​ການ​ສົ່ງ​ເສີມ​ລະບອບ​
ປະຊາທິປະ​ໄຕ​ໃນ​ເອຈິບ​ແລະ​ໃນ​ຕູ​ນີ​ເຊຍ​ນັ້ນ.

ໃນ​ການ​ກ່າວ​ປາ​ໄສຕໍ່​ທັງ​ສອງ​ສະພາ​ອັງກິດ​ນັ້ນ ຄາດ​ວ່າ​ທ່ານ​ໂອ​ບາ​ມາ​ຈະ​ເວົ້າ​ວ່າ​ສະຫະລັດ​ແລະ​ຢູ​ໂຣບຈະ​ຕ້ອງ​ຮ່ວມ​ກັນ​ຫລິ້ນ​ບົດບາດ​ນໍາພາໃນ​ການຮັກສາຄວາມ​ປອດ​ໄພ​ຂອງ​ໂລກ​ນັ້ນ.

ຄໍາ​ປາ​ໄສ​ຂອງ​ທ່ານ​ໂອ​ບາ​ມາ​ມີ​ຂຶ້ນ​ໃນ​ເວລາ​ພຽງ 1 ມື້ກ່ອນ​ກອງ​ປະຊຸມສຸດ​ຍອດ​ຂອງ​ກຸ່ມ G-8 ຫລື 8 ປະ​ເທດ​ຈະ​ເລີ​ນດ້ານ​ອຸດສາຫະກໍາ​ຂອງ​ໂລກ​ທີ່​ເມືອງ Deauville ຂອງຝຣັ່ງ ບ່ອນ​ທີ່​ທ່ານ​ຈະ​ໄປ​ພົບ​ປະກັບ​ພວກ​ຜູ້​ນໍາ​ ຈາກ​ປະ​ເທດ​ຈະ​ເລີ​ນອຸດສາຫະກໍາ​ອື່ນໆນັ້ນ.

ໃນ​ວັນ​ອັງຄານ​ວານ​ນີ້ ປະທາ​ນາ​ທິບໍດີ​ສະຫະລັດ​ແລະ​ພະ​ລາ​ຊີ​ນີ Elizabeth ​ແຫ່ງ​ອັງກິດ​ໄດ້​
ສະ​ເໜີດື່ມ​ເຫລົ້າ​ອວຍພອນ ​ຕໍ່​ມິດຕະພາບ​ລະຫວ່າງ​ອັງກິດ​ອະ​ເມ​ຣິ​ກັນ ​ໃນ​ລະຫວ່າງ​ງານ​ລ້ຽງ
ອາຫານ​ຄໍ່າ​ຢ່າງ​ຫລູຫລາ​ທີ່​ພະ​ລາດຊະ​ວັງ Buckingham ນັ້ນ.

XS
SM
MD
LG