ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໒ ເມສາ ໒໐໒໓

ທ່ານໂອບາມາ ສືບຕໍ່ ຢ້ຽມຢາມຢູໂຣບ


ພະລາຊີນີ Elizabeth ຊົງຮັບຕ້ອນປະທານາທິບໍດີ ບາຣັກ ໂອບາມາ ໂດຍພະອົງເອງ ໃນພິທີຕ້ອນຮັບ ຢ່າງເປັນທາງການ ທີ່ພະລາດຊະວັງ Buckingham ໃນກຸງລອນດອນ, ວັນທີ 24 ພຶດສະພາ 2011.

ເວລາ​ນີ້​ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ແຫ່ງ​ສະຫະລັດ
ກໍາລັງ​ຢູ່​ໃນ​ກຸງລອນ​ດອນ ບ່ອນ​ທີ່​ທ່ານ​ມີ​ໝາຍ​ກໍານົດ​
ຈະ​ພົບ​ປະກັບ​ພະລາ​ຊີ​ນີ Elizabeth ​ແລະ​ນາຍົກລັດ
ຖະມົນຕີ David Cameron ​ແຫ່ງ​ອັງກິດ​ໃນ​ວັນ​ອັງ
ຄານ​ມື້​ນີ້ ​ໃນ​ຖານະ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ການ​ເຄື່ອນ
ໄຫວ​ຢ້ຽມຢາມ​ຢູ​ໂຣບຂອງ​ທ່ານ​ເປັນ​ເວລາ 4 ມື້.

ທ່ານ​ໂອ​ບາ​ມາ ພ້ອມ​ດ້ວຍ​ພັນ​ລະ​ຍາ ທ່ານ​ນາງ Michelle
ມີ​ໝາຍກໍານົດ​ຈະ​ເຂົ້າ​ຮ່ວມ​ໃນ​ພິທີ​ຕ້ອນຮັບ​ທີ່​ພະລາດ​ຊະ​
ວັງ Buckingham ຮ່ວມ​ຮັບ​ປະທານ​ອາຫານ​ທ່ຽງ​ກັບ​
ພະ​ລາ​ຊີ​ນີ​ ແລະ​ໃນຕອນຄໍ່າກໍຈະມີພິທີລ້ຽງຮັບຮອງຢ່າງ​
ເປັນ​ທາງ​ການ​ທີ່​ພະ​ລາຊະວັງ​ດັ່ງກ່າວ. ນອກນັ້ນ ປະທານາ
ທິບໍດີສະຫະລັດແລະພັນລະຍາ ຍັງຈະໄດ້ພົບປະກັບເຈົ້າ
ຊາຍ William ແລະພະຊາຍາ Catherine Middleton ເຊື້ອພະວົງທີ່ຫາກໍອະພິເສກສົມ ລົດໃໝ່ຂອງອັງກິດ.

ທໍານຽບຂາວ ກ່າວ​ວ່າ ນອກ​ນັ້ນ ​ປະທານາທິບໍດີ​ຈະ​ໄປຮ່ວມ​ວາງ​ພວງ​ມາລາ​ທີ່​ປ່າຊ້າວິຫານ Westminster Abbey ແລະ​ທໍາ​ການ​ພົບ​ປະ​ກັບທ່ານ David Miliband ຜູ້​ນໍາ​ຝ່າຍ​ຄ້ານ.

ຄາດ​ວ່າ ທ່ານ​ໂອ​ບາ​ມາ​ແລະ​ທ່ານ Cameron ຈະ​ທໍາ​ການ​ໂອ້​ລົມ​ສົນທະ​ນາລື​ກັນ​ເລື້ອງ​ຄວາມ​ປອດ​ໄພ​ຕະຫລອດ​ທັງ​ເລື້ອງ​ຕ່າງໆ​ກ່ຽວ​ກັບ​ເສດຖະກິດ​ໃນ​ຂະນະ​ທີ່ພວກ​ທ່ານ​ພວມ​ກະກຽມ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ກຸ່ມ G-8 ຫລື​ກຸ່ມ 8 ປະ​ເທດ​ທີ່ຈະ​ເລີ​ນດ້ານ​ອຸດສາຫະກໍາ​ຊັ້ນ​ນໍາ​ຂອງ​ໂລກ​ທີ​ປະ​ເທດ​ຝຣັ່ງ​ໃນ​ທ້າຍ​ສັບປະດາ​ນີ້.

ໃນ​ບົດຂຽນຮ່ວມທີ່ພິມເຜີຍແຜ່​ໃນ​ວັນ​ອັງຄານ​ມື້​ນີ້​ໂດຍໜັງສືພິມ Times ຂອງ​ກຸງ​ລອນດອນ
ນັ້ນ ພວກຜູ້​ນໍາ​ທັງ​ສອງ​ກ່າວ​ວ່າ ຄວາມ​ສໍາພັນ​ລະຫວ່າງ​ປະ​ເທດ​ຂອງ​ພວກ​ທ່ານ ບໍ່​ພຽງ​ແຕ່
ພິ​ເສດ​ເທົ່າ​ນັ້ນ ​ແຕ່ຍັງ​ເປັນ​ສິ່ງ​ຈໍາ​ເປັນນຳດ້ວຍ.

ທ່ານ​ໂອ​ບາ​ມາ​ເດີນທາງ​ໄປ​ຮອດ​ກຸງ​ລອນ​ດອນ​ ໃນ​ແລງ​ວັນ​ຈັນ​ວານ​ນີ້ກ່ອນ​ໝາຍກໍານົດ
ຫລັງ​ຈາກ​ຕັດ​ເວລາ​ການ​ຢ້ຽມຢາມ​ປະ​ເທດ Ireland ຂອງ​ທ່ານ​ລົງ​ຍ້ອນ​ຄວາມ​ເປັນ​ຫ່ວງ​ກ່ຽວ
ກັບ​ຂີ້​ເຖົ່າພູ​ເຂົາ​ໄຟທີ່ໄດ້ລະເບີດຢູ່ປະ​ເທດ Iceland ນັ້ນ ຈະແຜ່ລາມໄປປົກຄຸມທົ່ວຂົງເຂດ.

XS
SM
MD
LG