ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໓໑ ພຶດສະພາ ໒໐໒໓

ທ່ານໂອບາມາ ຢ້ຽມຢາມ 4 ປະເທດໃນຢູໂຣບ


ປະທານາທິບໍດີໂອບາມາ ຖ່າຍຮູບຮ່ວມກັບ ປະທານາທິບໍດີ Ireland ທ່ານນາງ Mary McAleese ແລະສາມີ ພ້ອມກັບທ່ານນາງ Michelle Obama ສະຕີໝາຍເລກນຶ່ງຂອງສະຫະລັດ(ຂວາສຸດ) ວັນທີ 23 ພຶດສະພາ 2011


















ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ ກໍາລັງ​ຢູ່​ໃນ​ປະ​ເທດ Ireland ​ໃນ​ວັນ​ຈັນ​ມື້​ນີ້ ​ເພື່ອ​ເລີ້ມ​ຕົ້ນ​ການ​ຢ້ຽມຢາມ​ເປັນ​ເວລາ 6 ມື້​ ໃນ 4 ປະ​ເທດ​ທີ່ ຈະ​ຮວມທັງ​ການ​ດໍາ​ເນີນ​ການ​ທູດ​ລະດັບ​ສູງ​ກ່ຽວ​ກັບ​ການລຸກຮື​ຂຶ້ນ​ຂອງປະຊາຊົນ​ໃນ​ພາກ​ຕາ​ເວັນ​ອອກ​ກາງ ການ​ໂອ້ລົມ​ສົນທະນາ​ກັນ​ວ່າ​ດ້ວຍ​ຄວາມ​ຫຍຸ້ງ​ຍາກ​ຕ່າງໆ​ທາງ​ດ້ານ​ເສດຖະກິດ​ຂອງ​ໂລກທີ່​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ກຸ່ມ 8 ປະ​ເທດ​ຊັ້ນ​ນໍາ​ໃນ​ດ້ານ​ອຸດສາຫະກໍາ​ ຫລື G-8 ທີ່​ປະເທດ​ຝຣັ່ງ ​ແລະ​ການສະ​ເຫລີມ ສະຫລອງ​ຮາກ​ເຫງົ້າ​ຫລື​ເຊື້ອສາຍ​ທີ່​ຫ່າງ​ໄກຂອງ​ທ່ານ​ຈາກ​ປະ​ເທດ Ireland ນັ້ນ.

ຄວາ​ມວຸ້ນວາຍ​ທີ່​ນອງ​ເລືອດ​ໃນ​ລີ​ເບຍ ​ແລະ​ບົດບາດ​ຂອງ​ສະຫະລັດ​ໃນ​ການ​ຖິ້ມ​ລະ​ເບີດ​ຂອງ​ກຸ່ມ​ເນ​ໂຕ້​ ໃສ່​ພວກ​ທະຫານ​ທີ່​ຈົງ​ຮັກ​ພັກດີ​ຕໍ່ມວມມາ​ ກາດ​ດາ​ຟີ ຜູ້​ນໍາ​ລີ​ເບຍ ​ເບິ່ງ​ຄື​ວ່າ​ຈະ​ເປັນ​ຫົວ​ຂໍ້​ສໍາຄັນ​ທ່ີ​ສຸດຂອງ​ການ​ໂອ້​ລົມl​ສົນທະນາ​ກັນ​ເລື້ອງ​ນະ​ໂຍບານ​ການ​ຕ່າງປະ​ເທດ​ຂອງທ່ານ ​ໂອ​ບາ​ມາ​ກັບ​ບັນດາ​ຜູ້​ນໍາ​ໃນ​ຢູ​ໂຣບນັ້ນ. ​ແຕ່​ກໍ​ເປັນ​ທີ່ຄາດ​ກັນເຊ່ນ​ກັນ ວ່າ ປະທາ​ນາ​ທິບໍດີ​ໂອບາ​ມາ​ ພ້ອມ​ດ້ວຍ​ພວກຄູ່​ຕໍາ​ແໜ່​ງຈາກ​ຢູ​ໂຣບ ຈະສົນທະນາຫາລືກັນ​ເລື້ອງ​ສິ່ງ​ທ້າ​ທາຍ​ທີ່​ໜ້າ​ຢ້ານ​ກົວ​ຕ່າງໆ​ທີ່ພວກທ່ານພວມ​ປະ​ເຊີນຢູ່ໃນ​ການ​ພະຍາຍາມ​ຟື້ນ​ໂຕ​ຄືນ​ຈາກ​ສະພາວະ​ເສດຖະກິດ​ຕົກ​ຕໍ່າຂອງ​ໂລກ​ນັ້ນ.

ໃນໄລຍະ​ຫລາຍ​ໆມື້ຕໍ່ໜ້າ​ນີ້ ຜູ້​ນໍາ​ສະຫະລັດ​ມີແຜນ​ທີ່ຈະ​ທໍາ​ການ​ພົບ​ປະ​ກັນຄົນລະ​ເທື່ອ ​ກັບ​ທ່ານ David Cameron ນາຍົກລັດຖະມົນຕີອັງກິດ ປະທານາທິບໍດີ Dimitry Medvedev ​ແຫ່ງຣັດ​ເຊຍ ທ່ານ Nicolas Sarkozy ປະ​ທາ​ນາ​ທິບໍດີ​ຝຣັ່ງ ​ແລະ​ທ່ານ​ນະ​ໂອ​ໂຕ ກັນ ນາຍົກລັດຖະມົນຕີຍີ່ປຸ່ນ ​ແລະພົບ​ປະຮ່ວມ​ກັນ​ກັບ​ພວກ​ຜູ້ນໍາ​ອື່ນໆ​ອີກຂອງ​ໂລກ​.

ທ່ານໂອ​ບາ​ມາ​ພົບ​ປະ​ກັບ​ປະທານາທິບໍດີ​ແມຣີ ​ແມັກ​ອາລີ​ສ (Mary McAleese) ​ແລະ​ນາຍົກລັດຖະມົນຕີ Enda Kenny ​ແຫ່ງ Ireland ທີ່​ນະຄອນຫລວງ Dublin ​ໃນ​ຕອນ​ເຊົ້າ​ວັນ​ຈັນ​ມື້​ນີ້. ​ໃນ​ວັນ​ອັງຄານ​ມື້​ອື່ນ ທ່ານ​ໂອ​ບາ​ມາ​ຈະ​ເດີນທາງ​ໄປ​ຍັງ​ອັງກິດ​ເພື່ອ​ທໍາ​ການ​ຢ້ຽມຢາມ​ຢ່າງ​ເປັນທາງການ​ເປັນ​ເວລາ 2 ມື້ ຊຶ່ງ​ທ່ານປະທານາທິບໍດີ​ພ້ອມ​ດ້ວຍ ​ພັນລະ​ຍາ​ ທ່ານ​ນາງ Michelle Obama ຈະ​ພັກ​ຢູ່​ທີ່​ພະລາດ​ຊະ​ວັງ Buckingham ​ໃນ​ນາມ​ເປັນ​ແຂກ​ຂອງພະຣາຊິ​ນີ Elizabeth. ຫລັງ​ຈາກນັ້ນ ທ່ານ​ໂອ​ບາ​ມ້າ​ຈະ​ມຸ້ງ​ໜ້າ​ໄປ​ຍັງ​ປະ​ເທດ​ຝຣັ່ງ​ເພື່ອ​ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ກຸ່ມ 8 ປະ​ເທດ​ຈະ​ເລີ​ນດ້ານ​ອຸດສາຫະກໍາ ​ແລະ​ບ່ອນ​ແວ່ແຫ່ງສຸດ​ທ້າຍ​ແມ່ນ​ປະ​ເທດ Poland ເພື່ອ​ທໍາ​ການ​ພົບປະ​ກັບ​ພວກ​ຜູ້​ນໍາ​ປະ​ເທດ​ໃນພາກ​ກາງ​ຢູ​ໂຣບ.

XS
SM
MD
LG