ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ.ໂອບາມາ ວ່າ ອົງການ EPA ຕັ້ງລະບຽບ ເພື່ອຫຼຸດ ມົນລະພິດ ຄາບອນ


ຮູບທີ່ຖ່າຍເມື່ອວັນທີ 5 ພຶດສະພາ ສະແດງໃຫ້ເຫັນຄວັນ ຈາກໂຮງໄຟຟ້າເມືອງ Homer ໃນລັດ Pennsylvania ທາງພາກຕາເວັນອອກສຽງເໜືອຂອງສະຫະລັດ.
ຮູບທີ່ຖ່າຍເມື່ອວັນທີ 5 ພຶດສະພາ ສະແດງໃຫ້ເຫັນຄວັນ ຈາກໂຮງໄຟຟ້າເມືອງ Homer ໃນລັດ Pennsylvania ທາງພາກຕາເວັນອອກສຽງເໜືອຂອງສະຫະລັດ.
ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ກ່າວວ່າ ອົງການ
ປົກປ້ອງສິ່ງແວດລ້ອມຫຼື EPA ໄດ້ອອກກົດລະບຽບແບບມີສາມັນ
ສຳນຶກເພື່ອຊ່ອຍຫຼຸດຜ່ອນການປ່ອຍມົນລະພິດຄາບອນທີ່ເປັນອັນ
ຕະລາຍ ຈາກໂຮງໄຟຟ້າແຫ່ງຕ່າງໆ.

ປະທານາທິບໍດີໂອບາມາ ກ່າວໃນຄຳປາໄສ ປະຈຳສັບປະດາຂອງ
ທ່ານໃນວັນເສົາມື້ນີ້ວ່າ ກົດລະບຽບທີ່ໄດ້ມີການສະເໜີໄປແລ້ວນັ້ນ ຈະຕັດມົນລະພິດຄາບອນ ຄວັນພິດ ຄວັນຂີ້ຂະເມົ່າ ທີ່ເປັນໄພຂົ່ມ ຂູ່ຕໍ່ສຸຂະພາບຂອງຊາວອາເມຣິກັນທີ່ມີຄວາມຫຼໍ່ແຫຼມທັງຫຼາຍຮວມ
ທັງພວກເດັກນ້ອຍ ແລະພວກຜູ້ເຖົ້າຜູ້ແກ່.

ທ່ານກ່າວວ່າ ມີພວກທີ່ເປັນຫືດ ຫລືຂີ້ຂະຍື ຫລາຍເຖິງ 100,000 ຄົນ ແລະໂຣກຫົວໃຈວາຍ 2,100 ຄົນ ສາມາດປ້ອງກັນໄດ້ ໃນປີທຳອິດຂອງການຈັດຕັ້ງປະຕິບັດກົດລະບຽບດັ່ງກ່າວ.

ທ່ານໂອບາມາ ໄດ້ກ່າວເຖິງແຜນການໃໝ່ ທີ່ສູນກາງການແພດແຫ່ງຊາດ ສຳລັບພວກເດັກ ນ້ອຍທີ່ນະຄອນຫຼວງວໍຊິງຕັນ ບ່ອນທີ່ທ່ານໄດ້ໄປຢ້ຽມພວກເດັກນ້ອຍ ທີ່ໂຣກຫືດ ຮ້າຍແຮງ ຂຶ້ນຍ້ອນສະພາບອາກາດເປື້ອນເປິະນັ້ນ.

ປະທານາທິບໍດີເວົ້າວ່າ ການຫັນປ່ຽນໄປໃຊ້ພະລັງງານທີ່ສະອາດຂຶ້ນຈະບໍ່ເກີດຂຶ້ນ ພາຍໃນ ເວລາຂ້າມຄືນ ແລະຕ້ອງໄດ້ເລືອກເອົາທາງເລືອກທີ່ຫຍຸ້ງຍາກ.

ປະທານາທິບໍດີໂອບາມາກ່າວວ່າ ໃນຖານະທີ່ເປັນປະທານາທິບໍດີແລະພໍ່ແມ່ນັ້ນ ຂ້າພະເຈົ້າ ຂໍປະຕິເສດ ທີ່ຈະລົງໂທດພວກເດັກນ້ອຍຂອງພວກເຮົາ ໃຫ້ຢູ່ໃນໂລກ ທີ່ເກີນກວ່າຈະປົວແປງ ໄດ້.
XS
SM
MD
LG