ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ.ໂອບາມາ ຈະໂອ້ລົມ ທ່ານ Netanyahu ເລື້ອງສັນຕິພາບ ​ຢູ່ ຕາເວັນອອກກາງ (ວີດີໂອ)


ປະທານາທິບໍດີ ບາຣັກ ໂອບາມາ ແຫ່ງສະຫະລັດ
ປະທານາທິບໍດີ ບາຣັກ ໂອບາມາ ແຫ່ງສະຫະລັດ
ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ​ແຫ່ງ​ສະຫະລັດ​ ຈະ​ພະຍາ​
ຍາມ​ທັບ​ມ້າງ​ສະພາບ​ການບໍ່​ໄປ​ບໍ່​ມາ ​ໃນ​ຄວາມ​ພະຍາຍາມ
​ຄັ້ງ​ຫຼ້າ​ສຸດ​ເພື່ອ​ໃຫ້​ບັນລຸ​ຂໍ້​ຕົກລົງສັນຕິພາບ​ໃນ​ພາກ​ຕາ​ເວັນ
ອອກ​ກາງ​ຂັ້ນ​ສຸດ​ທ້າຍ ​ເວລາ​ທ່ານ​ເປັນ​ເຈົ້າພາບ​ຕ້ອນຮັບ
​ນາຍົກລັດຖະມົນຕີ BenjaminNetanyahu ​ແຫ່ງ​ອິສຣາ
​ແອ​ລ ຢູ່​ທີ່​ທຳນຽບຂາວ​ໃນ​ວັນ​ຈັນ​ມື້​ນີ້.

ທ່ານ​ໂອ​ບາ​ມາ ຈະ​ພະຍາຍາມເກ້​ຍກ່ອ​ມ ​ໃຫ້ທ່ານ​ເນ​ທັນ
​ຢາ​ຮູ ຕົກລົງ​ຮັບ​ເອົາ​ໂຄງ​ຮ່າງ​ກ່ຽວ​ກັບການ​ເຈລະຈາ​ກັນ
​ຮອບ​ສຸດ​ທ້າຍ ທີ່​ຈະ​ນຳພາໄປ​ສູ່​ການຈັດ​ຕັ້ງ​ປະ​ເທດ​ປາ​
ແລ​ສ​ໄຕ​ນ໌ ຂຶ້ນຢູ່​ຄຽງ​ຂ້າງ​ກັນ​ກັບ​ອິສຣາ​ແອ​ລ. ທ່ານ John
Kerry ລັດຖະມົນຕີ​ຕ່າງປະ​ເທດ​ສະຫະ ລັດ ໄດ້​ລິ​ເລີ້ມ​ການເຈລະຈາ​ສັນຕິພາບ ​ຮອບຫລ້າ​ສຸດ​ນີ້​ຂຶ້ນເມື່ອ​ເດືອນ​ກໍລະກົດ​ປີ​ແລ້ວ​ນີ້ ​ໂດຍ​ມີ​ເປົ້າ​ໝາຍ​ເພື່ອ​ໃຫ້​ບັນລຸ​ຂໍ້​ຕົກລົງ​ ຂັ້ນສຸດທ້າຍກັນ ພາຍ​ໃນ​ເດືອນ​ໜ້າ​ນີ້. ​ແຕ່​ລັດຖະ ບານ​ທ່ານ​ໂອ​ບາ​ມາ ​ໄດ້
​ດັດແກ້ເປົ້າ​ໝາຍ​ໃໝ່ ເນື່ອງ​ຈາກ​ການເຈລະຈາ​ກັນ​ຕົກ​ຢູ່​ໃນ​ສະພາບ​ບໍ່​ໄປ​ບໍ່​ມາ.

​ໃນ​ການ​ໃຫ້​ສຳພາດກັບ​ໜັງສືພິມ Bloomberg View ທີ່​ພິມ​ເຜີຍ​ແຜ່​ໃນ​ວັນ​ອາທິດ​ວານ​ນີ້ ​ປະທານາທິບໍດີ​ຂອງ​ສະຫະລັດ ​ເຕືອນ​ວ່າ “​ເວລາ​ກຳລັງ​ຈະ​ໝົດ​ໄປ​ແລ້ວ” ສຳລັບ​ອິສ ຣາ​ແອ​ລ ​ສຳລັບ​ການບັນລຸ​ຂໍ້​ຕົກລົງຂັ້ນ​ສຸດ​ທ້າຍ​ກັບ​ຝ່າຍ​ປາ​ແລ​ສ​ໄຕ​ນ໌ນັ້ນ. ທ່ານ​ໂອ​ບາ​ມາ​ກ່າວ​ຕໍ່​ໄປ​ວ່າ ຖ້າ​ການ​ເຈລະຈາ​ສັນຕິພາບ​ປະສົບ​ກັບ​ຄວາມ​ລົ້ມ​ແຫຼວ ສະຫະລັດ​ຈະ​ບໍ່​ສາມາດ​ປ້ອງ​ກັນ​ອິສຣາ​ແອ​ລ​ໄດ້ ຈາກ​ປະຕິກິລິຍາຕອບ​ໂຕ້​ທີ່​ຮຸນ​ແຮງ​ໃນ​ເວທີ​ສາກົນ ຮວມທັງໄພ​ຂົ່ມຂູ່​ທທີ່​ຈະ​ເພີ່ມທະວີ​ຂຶ້ນ​ ຈາກ​ການ​ຮວມຫົວ​ກັນ​ຕໍ່ຕ້ານ
​ຫຼື boycott ​ແລະ​ການ​ໂດດດ່ຽວອິສຣາ​ແອ​ລ​ດ້ານການ​ທູດ​ນັ້ນ.

​ແຕ່​ທ່ານ ​ເນ​ທັນ​ຢາ​ຮູ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ກ່ອນ​ທ່ານ​ຈະ​ອອກ​ເດີນທາງ​ມາ​ຍັງ​ກຸງ
​ວໍ​ຊິງ​ຕັນວ່າ ອິສຣາ​ແອ​ລຈະ​ສືບ​ຕໍ່​ຄັດຄ້ານ​ຕໍ່​ອັນ​ທ່ານ​ເອີ້ນ​ວ່າ “ ຄວາມ​ກົດ​ດັນ​
ຕ່າງໆຕໍ່​ອິສຣາ​ແອ​ລ”
​ເພື່ອ​ໃຫ້ບັນລຸ​ຂໍ້​ຕົກ​ລົງກັນ​ນັ້ນ.

ວີດີໂອ: ກະເສດຕະກອນອິສຣາແອລ ຢ້ານການຂວໍ້າບາດ ພືດຜົນຂອງຕົນ:

Israeli Farmers in Jordan Valley Fear Boycott
please wait

No media source currently available

0:00 0:02:48 0:00
XS
SM
MD
LG