ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ.ໂອບາມາ ວ່າ ເສດຖະກິດ ຄວນໃຫ້ລາງວັນ ແກ່ທຸກໆຄົນ ທີ່ທຳງານໜັກ ຮວມທັງພວກແມ່ຍິງ (ວີດີໂອ)


ປະທານາທິບໍດີໂອບາມາ ຖະແຫຼງ ໃນລະຫວ່າງຢ້ຽມຢາມ ວິທະຍາໄລ Valencia ທີ່ເມືອງ Orlando ລັດ Florida (20 ມີນາ 2014)
ປະທານາທິບໍດີໂອບາມາ ຖະແຫຼງ ໃນລະຫວ່າງຢ້ຽມຢາມ ວິທະຍາໄລ Valencia ທີ່ເມືອງ Orlando ລັດ Florida (20 ມີນາ 2014)
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ເສດ
ຖະກິດຄວນຈະໃຫ້ລາງວັນແກ່ຊາວອາເມຣິກັນທຸກໆຄົນ ທີ່ເຮັດ
ວຽກໜັກ ຮວມທັງພວກແມ່ຍິງນຳດ້ວຍ.

ປະທານາທິບໍດີ ໂອບາມາ ກ່າວໃນຄຳປາໄສ ປະຈຳສັບປະດາ
ຂອງທ່ານໃນວັນເສົາມື້ນີ້ວ່າ ມີແມ່ຍິງໃນຈຳນວນຫຼາຍຂຶ້ນ
ແບບທີ່ບໍ່ເຄີຍມີມາກ່ອນ ເປັນຜູ້ສະໜອງລາຍໄດ້ທີ່ສຳຄັນໃຫ້
ແກ່ຄອບຄົວ ໃນຂະນະທີ່ ໂດຍສະເລ່ຍແລ້ວ ແມ່ຍິງແມ່ນມີ
ລາຍໄດ້ ພຽງແຕ່ 77 ເຊັນ ຕໍ່ທຸກໆໂດລ່າ ທີ່ຜູ້ຊາຍໄດ້ຮັບ.

ທ່ານໂອບາມາຮຽກຮ້ອງໃຫ້ລັດຖະສະພາຄ້ຳປະກັນວ່າ ແມ່
ຍິງໄດ້ຮັບຄ່າຈ້າງທໍ່ກັນໃນວຽກງານທີ່ເທົ່າທຽມກັນ ແລະໄດ້ຮັບການຈ່າຍເງິນເວລາພັກ
ເພື່ອເບິ່ງແຍງລູກເຕົ້າຫຼືພໍ່ແມ່ທີ່ລົ້ມປ່ວຍ. ຜູ້ນຳຂອງສະຫະລັດເວົ້າວ່າ ບໍ່ຄວນມີແມ່ຍິງທີ່
ເຮັດວຽກເຕັມເວລາ ຕ້ອງລ້ຽງລູກຂອງພວກເຂົາເຈົ້າ ພາຍໃຕ້ສະພາບຄວາມທຸກຍາກ.

ນອກນັ້ນ ປະທານາທິບໍດີໂອບາມາ ຍັງຮຽກຮ້ອງໃຫ້ລັດຖະສະພາ ຂຶ້ນຄ່າຈ້າງຂັ້ນຕ່ຳສຸດ
ຂອງລັດຖະບານກາງສະຫະລັດ ເປັນ 10 ໂດລາ 10 ເຊັນຕໍ່ຊົ່ວໂມງ ອັນເປັນການເຄື່ອນ ໄຫວທີ່ທ່ານເວົ້າວ່າ ຈະເປັນການຂຶ້ນເງິນເດືອນ ໃຫ້ແກ່ຊາວອາເມຣິກັນ ຢູ່ໃນທົ່ວປະເທດ
ເກືອບ 28 ລ້ານຄົນ.

ວີດີໂອ ປ.ໂອບາມາ ກ່າວຄຳປາໄສ ປະຈຳສັບປະດາ:

XS
SM
MD
LG