ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາ ພົບປະກັບ ຊາວອາເມຣິກັນ ກ່ຽວກັບເລື້ອງ ວິໄສທັດ ອາເມຣິກາ ໃນຊຸມ​ປີ​ຕໍ່ໜ້າ


Obama Seeks to Engage Americans About Vision for America
please wait

No media source currently available

0:00 0:02:18 0:00

ປະທານາທິບໍດີ ບາຣັກ ໂອບາມາ ແມ່ນກຳລັງເດີນທາງ ເພື່ອພົບ
ປະກັບປະຊາຊົນອາເມຣິກັນ​ແບບ​ໜ້າ​ຕໍ່ໜ້າ ຫຼັງຈາກ​ໄດ້ລາຍງານ
ກ່ຽວ​ກັບສະພາບ ຂອງປະເທດຊາດອັນສູງສົ່ງ ທີ່ໄດ້ວາດພາບ
ຂອງວິໄສທັດອັນສົດ​ໃສ ສຳລັບອາເມຣິກາ ໃນຊຸມ​ປີ​ຕໍ່ໜ້າ ໃນ
ຂະນະດຽວກັນ ກໍເປັນການຮັບຮູ້ວ່າ ມີການແບ່ງແຍກກັນ ຢ່າງ
ເລິກເຊິງ ກ່ຽວກັບບັນຫາຕ່າງໆຫຼາຍຢ່າງ.

ຫຼັງຈາກທີ່ໄດ້ກ່າວຄຳປາໄສທີ່ຖ່າຍທອດທາງໂທລະພາບຢ່າງ
ກວ້າງ ຂວາງ ແລະ ໃນລະບົບສື່ມວນຊົນຕ່າງໆ ທ່ານປະທານາ
ທິບໍດີ ໄດ້ເດີນທາງໄປຍັງ ລັດ Nebraska ບ່ອນທຳອິດທີ່ທ່ານ​
ໄດ້ຢຸດແວ່ ຢູ່ທີ່ເຮືອນຂອງແມ່ຍິງຄົນ​ໜຶ່ງ​ໃນເມືອງ Omaha ເພື່ອໂອ້ລົມກັນໃນຫ້ອງຮັບແຂກ.

ທ່ານໄດ້ພົບປະກັບ ນາງ Lisa Martin ແລະຜົວຂອງລາວ ທ່ານ Jeff. ນາງ Lisa ໄດ້ຂຽນ
ໜັງສື ຫາປະທານາທິບໍດີ ເມື່ອປີກ່ອນນີ້ ສະແດງຄວາມເປັນຫ່ວງ ກ່ຽວກັບ ເລື້ອງສະພາບ
ແວດລ້ອມ.

ນາງໄດ້ຂຽນຢູ່ໃນໜັງສືວ່າ “ຂ້າພະເຈົ້າຍັງມີຄວາມຮູ້ສຶກທໍ້ໃຈ ແລະ ໂສກເສົ້າຢູ່. ລູກ
ຊາຍ ຂອງຂ້າພະເຈົ້າ ຈະສາມາດຈະເລີນເຕີບໃຫຍ່ຢູ່ໃນໂລກໜ່ວຍນີ້ບໍ່?”
ຊຶ່ງຂໍ້
ຄວາມນີ້ ໄດ້ຖືກເປີດເຜີຍໂດຍທຳນຽບຂາວ.

ທຳນຽບຂາວ ໄດ້ກ່າວວ່າ ການເດີນທາງດັ່ງກ່າວ ເປັນຄວາມພະຍາ ຍາມສ່ວນໜຶ່ງ ຂອງ
ທ່ານໂອບາມາ ເພື່ອຈະ “ມີສ່ວນຮ່ວມໂດຍກົງ” ກັບຊາວອາເມຣິກັນ ກ່ຽວກັບການດີ້ນຮົນ
ຄວາມສຳເລັດ ແລະ ປະສົບປະການຕ່າງໆ ຂອງພວກເຂົາເຈົ້າ ພ້ອມດ້ວຍ ໂອກາດຕ່າງໆ
ທີ່ອາດມີຢູ່ຂ້າງໜ້າ.

ຫຼັງຈາກປະທານາທິບໍດີ ໄດ້ຢ້ຽມຢາມເຮືອນຂອງນາງແລ້ວ ນາງ Martin ໄດ້ແນະນຳ ທ່ານ
ໂອບາມາ ໃຫ້ແກ່ບັນດາຜູ້ຊົມ ຢູ່ທີ່ມະຫາວິທະຍາໄລ ລັດ Nebraska ໃນ​ເມືອງ Omaha.

ນາງ Martin ກ່າວຕໍ່ບັນດາຜູ້ຊົມ ວ່າ “ແມ່ນກະທັງ ຄວາມຢ້ານກົວຕ່າງໆ ຂອງແມ່ ໃນ
ຍາມຄ່ຳຄືນ ສາມາດເຮັດໃຫ້ມີການປ່ຽນແປງໄດ້.”

ເລື້ອງລາວຂອງນາງ Martin ເຂົ້າກັບຫົວຂໍ້ທີ່ສຳຄັນ ຂອງການເດີນທາງເພື່ອພົບປະກັບ
ຊາວອາເມລິກັນ ຢ່າງສົມບູນແບບ ຫຼັງການລາຍງານກ່ຽວ​ກັບສະພາບຂອງປະເທດຊາດ
ຂອງປະທານາທິບໍດີ.

XS
SM
MD
LG