ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປ. ໂອບາມາ ຢາກຈະ​ຍຸດຕິ “ການ​ປະຢັດ​ມັດທະຍັດ ​ທີ່​ບໍ່​ມີ​ເຫດຜົນ” ໃນແຜນງົບປະມານ ປີ 2016


ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ແລະຮອງປະທານາທິບໍດີ ທ່ານ Joe Biden (ຂວາ) ຢູ່ທີ່ພິທີ ລ້ຽງສົ່ງເພື່ອເປັນກຽດ ແກ່ ລັດຖະມົນຕີປ້ອງກັນປະເທດ ທ່ານ Chuck Hagel ຢູ່ທີ່ Joint Base Myer-Henderson Hall ໃນລັດ Virginia, ວັນທີ 28 ມັງກອນ 2015.
ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ແລະຮອງປະທານາທິບໍດີ ທ່ານ Joe Biden (ຂວາ) ຢູ່ທີ່ພິທີ ລ້ຽງສົ່ງເພື່ອເປັນກຽດ ແກ່ ລັດຖະມົນຕີປ້ອງກັນປະເທດ ທ່ານ Chuck Hagel ຢູ່ທີ່ Joint Base Myer-Henderson Hall ໃນລັດ Virginia, ວັນທີ 28 ມັງກອນ 2015.

ທຳນຽບຂາວ​ກ່າວ​ວ່າ ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ພວມ​ຈະ
​ຍຸດຕິ “ຍຸກ​ທີ່ກໍ່ໃຫ້ເກີດ​ວິ​ກິດ​ການ​ ​ແລະ ການ​ປະຢັດ​ມັດທະ
ຍັດ​ທີ່​ບໍ່​ມີ​ເຫດຜົນ”
ຂະນະ​ທີ່​ທ່ານ​ຕຽມຈະ​ເປີດ​ເຜີຍ ​ຮ່າງ​ງົບ
ປະມານການ​ໃຊ້​ຈ່າຍປະຈຳ​ປີ 2016 ຂອງ​ທ່ານ.

​ໃນ​ຖະ​ແຫລ​ງຂ່າວສະບັບ​ນຶ່ງ​ໃນ​ວັນ​ພະຫັດ​ວານ​ນີ້ ທຳນຽບຂາວ
​ກ່າວ​ວ່າ ທ່ານ ​ໂອ​ບາ​ມາ ທີ່ສັງກັດ​ພັກ​ເດ​ໂມ​ແຄຣັດ ຈະ​ຮຽກຮ້ອງ
​ໃຫ້​ລົບ​ລ້າງ ການ​ຕັດ​ການ​ໃຊ້​ຈ່າຍ​ແບບ​ອັດ​ຕະໂນ​ມັດ ທີ່​ທ່ານ​ໄດ້
​ຕົກລົງ​ກັບ​ບັນດາ​ຜູ້​ແທນ​ພັກຣີພັບ​ບລີ​ກັນ ທີ່​ເປັນຝ່າຍ​ຄ້ານ ​ໃນ​
ລະຫວ່າງ ວິ​ກິດ​ການ​ດ້ານ​ງົບປ​ະມານ​ເມື່ອ​ປີ 2011 ທີ່​ສະຫະລັດ
​ ໄດ້ດີ້ນຮົນເພື່ອ​ຟື້ນໂຕ​ຄືນ ​ຈາກສະພາບ​ເສດຖະກິດຕົກຕ່ຳຂອງ
​ໂ​ລກນັ້ນ.

ຂໍ້​ສະ​ເໜີງົບປະມານປະຈຳ​ປີ 2016 ຂອງທ່ານ ​ໂອ​ບາ​ມາ ທີ່ມີ​ກຳນົດ​ຈະ​ເປີດ​ເຜີຍ​ ໃນ​ວັນ​
ຈັນ​ຈະ​ມາ​ເຖິງ​ນີ້ ​ແມ່ນ​ຈະ​ຮຽກຮ້ອງ​ໃຫ້ ​ເພີ້​ມການ​ໃຊ້​ຈ່າຍ​ຂຶ້ນ 7 ​ເປີ​ເຊັນ ​ປະມານ 74 ຕື້​
ດອນ​ລາ ຊຶ່ງ​ເປັນ​ອັນ​ທີ່ບັນດາ​ພັກ​ການ​ເມືອງ​ທັງຫຼາຍ​ ໄດ້​ຕົກລົງ​ກັນມາແລ້ວ ໃນ​ເມື່ອ​ກ່ອນ​.

ທຳນຽບຂາວ ກ່າວ​ວ່າ ການ​ຕັດ​ການໃຊ້​ຈ່າຍ​ແບບ​ອັດ​ຕະໂນ​ມັດ ທີ່​ຮູ້ຈັກ​ກັນ​ໃນ​ວໍ​ຊິງ​ຕັນ​
ວ່າ “sequestration” ນັ້ນ ໄດ້ສ້າງຄວາມເສຍ ຫາຍໃຫ້ແກ່ເສດຖະກິດ​ສະຫະລັດ ​ແລະ
ກອງທັບ​ຂອງຕົນອີກ​ດ້ວຍ. ​ທຳນຽບຂາວກ່າວ​ວ່າ ທ່ານ​ໂອ​ບາ​ມາ ​ຈະຊອກຫາຊ່ອງທາງ
ເພື່ອ “ຕ່າວປີ້ນ​ຄືນທັງ​ໝົດ” ໃນການ​ຕັດ​ການໃຊ້​ຈ່າຍ​ພາຍ​ໃນປະເທດຕ່າງໆ ພ້ອມ​
ກັນນັ້ນ ກໍຈະ​ເພີ້​ມງົບປະມານ​ການ​ໃຊ້​ຈ່າຍ​ ສຳ​ຫລັບ​ກອງທັບ ​ແລະ ​ໂຄງການ​ປ້ອງ​ກັນ
​ປະ​ເທດຕ່າງໆ ໃນຈຳນວນທີ່​ເທົ່າ​ທຽມ​ກັນ.

​ແຜນ​ງົບປະມານ​ປະຈຳ​ປີ​ດັ່ງກ່າວ ທີ່​ຈະ​ເລີ້ມ​ນຳ​ໃຊ້​ໃນ​ເດືອນ ຕຸລາ​ຈະ​ຮຽກຮ້ອງ​ໃຫ້​ເພີ້​ມ
ການ​ໃຊ້​ຈ່າຍ​ ເພື່ອສ້າງຄວາມກ້າວໜ້າ ໃຫ້ແກ່ການ​ຜະລິດ​ ການ​ກໍ່ສ້າງ​ທາງ ​ແລະຂົວຕ່າງໆ ​ແລະ​ແນ​ໃສ່​ການຄົ້ນຄວ້າ ເພື່ອ​ຮັກສາ​ໃຫ້​ຫາຍຂາດ ​ໂຣກ​ເບົາຫວານ ​ແລະ ​ໂຣກມະ​ເຮັງ. ງົບປະ​ມານ​ດັ່ງກ່າວ ​ຍັງ​ຈະຮຽກຮ້ອງ​ໃຫ້​ມີ​ມາດຕາ​ການ​ຕ່າງໆ ທີ່​ແນ​ໃສ່ ​ການຊ່ອຍ​ເຫຼືອ ພວກຊົນ​ຊັ້ນກາງຂອງປະເທດ ​ດ້ວຍ​ການຫລຸດພາສີ ໃນ​ການ​ໃຊ້​ຈ່າຍ​ຮັກສາ​ປິນປົວ​ລູກ​ເຕົ້າຂອງ​ເຂົາ​ເຈົ້າ ​ການຈ່າຍ​ເງິນໃຫ້​ເວລາ​ພັກ ໃນ​ຍາມ​ເຈັບປ່ວຍ ​ແລະ ການ​ໃຫ້​ທຶນການ​ສຶກສາຂັ້ນວິທະຍາ​ໄລສອງ​ປີ ສຳ​ຫລັບບັນດາ​ນັກ​ສຶກສາ.

ທຳນຽບຂາວ ກ່າວ​ອີກ​ວ່າ ການ​ເພີ້​ມງົບປະມານການ​ໃຊ້​ຈ່າຍ ສາມາດ​ແລກປ່ຽນກັບ
“ການ​ຕັດ​ງົບປະມານການ​ໃຊ້​ຈ່າຍ​ໃນໂຄງການຕ່າງໆ​ທີ່​ບໍ່​ມີ​ປະສິດທິ​ຜົນ ​ແລະ ​
ປິດ ​ຊ່ອງ​ວ່າງຕ່າງໆ​ຂອງລະບົບ​ພາສີ”
ທີ່​ນຳ​ໃຊ້​ໂດຍ​ພວກ​ເສຍ​ພາສີ​ທີ່​ຮັ່ງມີນັ້ນ ​ແຕ່​
ຫາກວ່າ ບໍ່​ໄດ້​ໃຫ້ລາຍ​ລະອຽດ​ໃດ​ໆ ເພີ້ມຕື່ມ.

ພັກຣີພັບບລີກັນ ທີ່ຄວບຄຸມທັງສອງສະພາຂອງສະຫະລັດ ໄດ້ສະແດງການຄັດຄ້ານແລ້ວ
ຕໍ່ບາງດ້ານຂອງຮ່າງງົບປະມານປີ 2016 ຂອງທ່ານ ໂອບາມາ ໃນຂະນະທີ່ທ່ານເປີດເຜີຍ
ບາງສ່ວນໃຫ້ຊາບ ໃນຄຳປາໄສ ເມື່ອສອງສາມອາທິດຜ່ານມານີ້ ຮວມທັງຄຳປາໄສຕໍ່ສະພາ ແລະປະເທດ ຊາດຂອງທ່ານ.

XS
SM
MD
LG