ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໒ ເມສາ ໒໐໒໓

ສະຫະລັດວ່າ ປະຊາຊົນອີຈິບ ດົນຈິດດົນໃຈ ປະຊາຊົນອາເມຣິກັນ


ປະທານາທິບໍດີ Barack Obama ຖະແຫລງກ່ຽວກັບການລາອອກ ຂອງປະທານາທິບໍດີອີຈິບ ທ່ານ Hosni Mubarak ທີ່ທໍານຽບຂາວ, ວັນທີ 11 ກຸມພາ 2011.

ປະທານາທິບໍດີ ບາຣັກ ໂອບາມາ ກ່າວວ່າ ປະຊາຊົນອີຈິບ​ໄດ້​ດົນ​ຈິດດົນໃຈປະຊາຊົນ ອາເມຣິກັນ ຜ່ານການປຸກລະດົມຢ່າງສັນຕິເພື່ອປະຊາທິປະໄຕ ເປັນເວລາ 18 ວັນຂອງ ພວກເຂົາເຈົ້າ. ຜູ້ສື່ຂ່າວວີໂອເອ Kent Klein ລາຍງານຈາກທໍານຽບຂາວວ່າ ປະທານາ ທິບໍດີໂອບາມາ ​ໄດ້ກ່າວ​ໃນວັນສຸກຜ່ານມານັ້ນວ່າ ວັນນີ້ເປັນວັນຂອງປະຊາຊົນອີຈິບ ຫລັງ ຈາກການລາອອກ ຂອງປະທານາທິບໍດີ ທ່ານ Hosni Mubarak ທີ່​ໄດ້​ດໍາລົງຕໍາແໜ່ງ ມາເປັນເວລາຍາວນານນັ້ນ.

ປະທານາທິບໍດີ ໂອບາມາກ່າວວ່າ ທົ່ວທັງໂລກແມ່ນ​ໄດ້
ເຫັນປະວັດສາດ ທີ່ເກີດຂື້ນໃນນະຄອນຫລວງໄຄໂຣຂອງ ປະເທດອີຈິບ ຊຶ່ງທ່ານໂອບາມາກ່າວຕໍ່ໄປວ່າ:

ປະຊາຊົນອີຈິບໄດ້ເວົ້າອອກ​ມາ​ແລ້ວ ໂລກ​ໄດ້​ຮັບ​ຟັງ
ຫາງສຽງຂອງພວກເຂົາເຈົ້າ ແລະອີຈິບແມ່ນຈະບໍ່ຄື​ເກົ່າ ອີກຕໍ່ໄປ​ແລ້ວ.”

ທ່ານໂອບາມາກ່າວວ່າ ພວກຄົນລຸ້ນໃໝ່ໄດ້ໂຜ່ໂຕຂື້ນມາ
ແລ້ວ ແລະອີຈິບທີ່ເປັນປະຊາທິປະໄຕນັ້ນ ກໍສາມາດສົ່ງ​
ເສີມບົດບາດຂອງຕົນ ​ໃນ​ການ​ເປັນຜູ້ນໍາທີ່ມີຄວາມຮັບ
ຜິດຊອບ ໃນພາກຕາເວັນອອກກາງ ແລະໃນທົ່ວໂລກ
ນັ້ນ ໃຫ້ກ້າວໄກໄປໜ້າ. ທ່ານໂອບາມາ ກ່າວຕື່ມວ່າ:

ໂດຍການກ້າວ​ລົງຈາກຕໍາແໜ່ງນັ້ນ ປະທານາທິບໍດີ ມູບາຣັກ ໄດ້ສະໜອງຕອບຕໍ່ຄວາມຫິວ​ໂຫຍ​ໃນ​ການປ່ຽນແປງຂອງປະຊາຊົນອີຈິບ ແຕ່ນັ້ນ ຍັງບໍ່​ແ​ມ່ນກາ​ນສີ້​ນສຸດຂອງການຫັນປ່ຽນ​ຂອງ​ອີ​ຈິບ​ເທື່ອ. ມັນເປັນພຽງການ ເລີ່ມຕົ້ນ.”

ປະທານາທິບໍດີ ໂອບາມາ ຍອມຮັບວ່າ ຍັງມີຄວາມຍາກລໍາບາກນາໆປະການລໍຢູ່ຕໍ່ໜ້າ ໃນຂະນະທີ່ອີຈິບປະຕິບັດງານໄປສູ່ປະຊາທິປະໄຕ ແຕ່ທ່ານໂອບາມາກ່າວວ່າ ສະຫະລັດ
ຈະໃຫ້ການຊ່ວຍທຸກ​ຢ່າງ ທີ່ຈໍາເປັນສໍາລັບອີຈິບນັ້ນ.

ທ່ານໂອບາມາໄດ້ຮຽກຮ້ອງໃຫ້ ພວກຜູ້ນໍາຝ່າຍທະຫານຊຸດ​ໃໝ່ຂອງອີຈິບ ຈົ່ງຮັບປະກັນ
ໃຫ້ມີການໂອນອໍານາດທີ່ໜ້າເຊື່ອຖື ຮັບປະກັນສິດທິສາກົນ ຍົກ​ເລີກກົດໝາຍສຸກເສີນຂອງ
ປະເທດ ພ້ອມທັງກໍານົດເສັ້ນທາງທີ່ແຈ້ງຂາວ ​ໄປ​ສູ່ການເລືອກຕັ້ງທີ່ຍຸຕິທໍາ ແລະເສລີນັ້ນ.

ເບິ່ງຮູບສະລາຍດ໌ຂອງຊາວອີຈິບສະແດງຄວາມດີໃຈຫຼັງການລາອອກຂອງທ່ານມູບາຣັກ

ນອກນີ້ແລ້ວ ທ່ານໂອບາມາຍັງໄດ້ສັນລະເສີນຝ່າຍທະຫານອີຈິບ ແລະພວກປະທ້ວງຫລາຍ
ຮ້ອຍພັນຄົນ ທີ່ມີສະຕິຍັບຢັ້ງຈາກການ​ໃຊ້ຄວາມຮຸນແຮງ ຊຶ່ງທ່ານໂອບາມາ ກ່າວຕໍ່ໄປວ່າ:

“ສໍາລັບອີຈິບແລ້ວ ມັນ​ແມ່ນພະລັງ​ທາງ​ດ້ານສິນລະທໍາຂອງການ​ບໍ່​ໃຊ້ຄວາມຮຸນ
ແຮງ. ບໍ່ແມ່ນການກໍ່ການຮ້າຍ ບໍ່ແມ່ນການເຂັ່ນຂ້າທີ່ຂາດສະຕິ ແຕ່​ແມ່ນຄວາມ
ບໍ່ຮຸນແຮງ ​ແມ່ນພະລັງທາງ​ດ້ານສິນລະທໍາ ທີ່ປ່ຽນແປງປະວັດສາດ ໄປສູ່ຄວາມ ເປັນທໍາອີກຄັ້ງນຶ່ງ.”

ເລຂາທິການຂ່າວປະຈໍາທໍານຽບຂາວ ທ່ານໂຣເບີດ ກິບສ໌ ກ່າວວ່າ ທ່ານໂອບາມາໄດ້
ຮັບແຈ້ງໃຫ້ຊາບເຖິງການຕັດສິນໃຈລາອອກຂອງທ່ານມູບາຣັກ ໃນລະຫວ່າງການປະຊຸມ
ບັ້ນນຶ່ງໃນຫ້ອງການຂອງປະທານາທິບໍດີທີ່ທໍານຽບຂາວ. ຫລັງຈາກນັ້ນ ທ່ານໂອບາມາ
ກໍໄດ້ເບິ່ງທີວີ ທີ່​ລາຍ​ງານ​ຂ່າວ​ກ່ຽວກັບເຫດການທີ່​ພວມ​ຜັນ​ຂະຫຍາຍ​ອອກ ຢູ່ໃນນະ
ຄອນຫລວງໄຄໂຣ ເປັນເວລາຫລາຍນາທີ. ທ່ານກິບສ໌ ກ່າວວ່າ ທ່ານໂອບາມາ ແລະ
ທ່ານມູບາຣັກ ບໍ່ໄດ້ລົມກັນ ກ່ອນການປະກາດຂ່າວ​ລາ​ອອກນັ້ນ.

ແຕ່ປະທານາທິບໍດີ ໂອບາມາ ໄດ້ພົບປະຫາລືກັບພວກທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງ
ຊາດຂອງ​ທ່ານ ກ່ອນອອກ​ມາ​ຖະ​ແຫລ​ງກ່ຽວ​ກັບ​ເລື້ອງ​ນີ້.

ກ່ອນໜ້ານັ້ນ ຮອງປະທານາທິບໍດີສະຫະລັດ ທ່ານໂຈ ບາຍເດັນ ກ່າວວ່າ ການໂຄ່ນລົ້ມ
ທ່ານມູບາຣັກແຫ່ງອີຈິບນັ້ນ ​ແມ່ນເປັນພາກສ່ວນນຶ່ງຂອງປາກົດການອັນນຶ່ງ ທີ່ຈະ​ແຜ່​ລາມ
ກາຍອີຈິບອອກ​ໄປ​ອີກ. ຊຶ່ງທ່ານໂຈ ບາຍເດັນ ກ່າວຕໍ່ໄປວ່າ:

ທັງໝົດນີ້ໄດ້ເລີ່ມເກີດຂື້ນ ເວລາພໍ່ຄ້າຂາຍໝາກໄມ້ແຄມທາງຄົນນຶ່ງໃນປະເທດ
ຕູນີເຊຍ ທີ່​ຮູ້ສຶກ​ເບື່ອ​ໜ່າຍ​ກັບລັດຖະບານທີ່ສໍ້ລາດບັງຫຼວງແລະສະພາວະເສດ
ຖະກິດທີ່ຝືດ​ເຄືອງຂອງປະເທດ ໝົດ​ຄວາມ​ອົດທົນ ອົດກັ້ນ​ແລະ​ສີ້​ນຫວັງ ຜູ້ກ່ຽວ​
ກໍ​ເລີຍປະທ້ວງ ໂດຍການຈູດເຜົາຕົນເອງ ​ແລະໂດຍການກະທໍາດັ່ງນັ້ນ ຜູ້ກ່ຽວ
ໄດ້ຈູດ​ໄຟ​ແຫ່ງຄວາມເຫັນອົກເຫັນໃຈ ຢ່າງແຮງກ້າຂຶ້ນໃນທັນທີ ​ໃນ​ໝູ່ປວງຊົນ
ຫລາຍໆລ້ານຄົນ​ໃນທົ່ວຂົງເຂດ ນັ້ນ.”

ຜູ້ນໍາສູງສຸດຂອງພັກເດໂມແຄຣທໃນສະພາຕໍ່າສະຫະລັດ ທ່ານນາງ ແນນຊີ ເປໂລຊີ ຜູ້ນໍາ
ສຽງຂ້າງນ້ອຍ ໃນສະພາຕໍ່າ ຂຽນ​ລົງ​ໃນເຄືອຂ່າຍສັງຄົມ Twitter ວ່າ ພວກຊາວໜຸ່ມທັງ ຫລາຍກໍາລັງນໍາພາປະເທດອີຈິບໄປສູ່ປະຊາທິປະໄຕ​ແລະທ່ານນາງເປໂລຊີເອີ້ນການ​ເຄື່ອນ
ໄຫວ​ຂອງ​ພວກ​ເຂົາ​ເຈົ້າໃນຄັ້ງນີ້ ວ່າເປັນສິ່ງດົນຈິດຄົນໃຈຕໍ່ທົ່ວທັງໂລກ.

ສ່ວນທ່ານນາງ Ileana Ros-Lehtinen ປະທານກໍາມາທິການກິດຈະ ການຕ່າງປະເທດ
ຂອງສະພາຕໍ່າສະຫະລັດ ກໍໄດ້ອອກຄໍາຖະແຫລງສະບັບນຶ່ງຮຽກຮ້ອງໃຫ້ມີການ​ເລີ້ມ​ຕົ້ນ ໂອນອໍານາດໄປສູ່ປະຊາທິປະໄຕໃນປະເທດອີຈິບຢ່າງສະຫງົບແລະຢ່າງເປັນລະບຽບຮຽບ
ຮ້ອຍ. ນອກນີ້ແລ້ວ ທ່ານນາງ ອິລເລນາ ຍັງໄດ້ຮຽກຮ້ອງ ໃຫ້ມີ​ການ​ຄັດຄ້ານ​ຕໍ່ການເຂົ້າ
ມາພົວພັນໃດໆ ຂອງກຸ່ມພະລາດອນພາບມູສລິມແລະກຸ່ມອື່ນໆທີ່ທ່ານນາງເອີ້ນວ່າ ເປັນ
ກຸ່ມພວກຫົວຮຸນແຮງນັ້ນ.

ທາງຜູ້ແມ່ນ Howard Berman ຜູ້ນໍາສູງສຸດຂອງພັກເດໂມແຄຣທໃນຄະນະກໍາມາທິການ
ກິດຈະການຕ່າງປະເທດຂອງສະພາຕໍ່າສະຫະລັດກ່າວວ່າການລາອອກຈາກຕໍາແໜ່ງຂອງ
ປະທານາທິບໍດີມູບາຣັກນັ້ນຍັງບໍ່ຖືວ່າເປັນໄຊຊະນະສໍາລັບປະຊາທິປະໄຕເທື່ອ.ຄໍາຖະແຫຼງ
ສະບັບນຶ່ງ ຈາກທ່ານເບີແມນ ເວົ້າວ່າ ແຕ່ມັນກໍດົນຈິດດົນໃຈໃຫ້​ມີຄວາມຫວັງອັນຍິ່ງໃຫຍ່
ວ່າປະຊາທິປະໄຕທີ່​ແທ້ຈິງ​ໃນ​ປະ​ເທດອີຈິບຊຶ່ງ​ຄັ້ງ​ນຶ່ງ​ເປັນ​ສິ່ງທີ່​ບໍ່​ສາມາດ​ຄາດ​ຝັນ​ໄດ້​ເລີຍນັ້ນ
ເວລາ​ນີ້ ແມ່ນ​ກໍາລັງ​ໂຜ່​ໂຕ​ຂຶ້ນ​ມາໃຫ້​ເຫັນແລ້ວ ຢູ່​ທີ່​ຂອບ​ຟ້າ.

XS
SM
MD
LG