ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາວ່າ ການສຶກສາຄືປະຕູໄປສູ່ ຄວາມຈະເລີນຮຸ່ງເຮືອງ


ປະທານາທິບໍດີບາຣັກ ໂອບາມາ ກ່າວເມື່ອວັນຈັນທີ 9 ເດືອນນີ້ວ່າ ສະຫະລັດຈະຕ້ອງ ຊຸກຍູ້​ແລະ​ຍົກ​ລະດັບ​ຜົນສໍາເລັດທາງດ້ານການສຶກສາຂຶ້ນອີກ ຖ້າຫາກສະຫະລັດຢາກຈະ ປະສົບ​ກັບຄວາມຈະເລີນຮຸ່ງເຮືອງ ​ໃນ​ດ້ານເສດຖະກິດ ແລະແຂ່ງຂັນໃນເວທີສາກົນໄດ້.

ໃນການກ່າວຄໍາປາໃສ ຕໍ່ຝຸງຊົນທີ່ຕື່ນ​ເຕ້ນ​ແລະມີຄວາມກະ ຕືລື​ລົ້ນ ທີ່ມະຫາວິທະຍາໄລເທັກຊັສນັ້ນ ປະທານາທິບໍດີ ໂອບາມາ ກ່າວວ່າ ສະຫະລັດຈະເມີນເສີຍຕໍ່ທ່າອຽງທີ່ໜ້າ​ຮ້ອນ​ໃຈ ໃນການສຶກສາລະດັບສູງນັ້ນບໍ່ໄດ້ ຊຶ່ງທ່ານກ່າວຕໍ່​ໄປວ່າ:

“ພວກ​ເຮົາ​ໄດ້​ຕົກ​ຕໍ່າຖອຍຫລັງໃນດ້ານ​ການ​ສຶກສາ. ພຽງ​ຊົ່ວ​ອາຍຸ​ຄົນ​ລຸ້ນດຽວ ພວກ​ເຮົາ​ໄດ້​ຕົກຈາກ​ອັນ ດັບ​ນຶ່ງ ລົງ​ມາ​ເປັນ​ອັນດັບ​ທີ 12 ຖ້າ​ເວົ້າ​ເລື້ອງ​ອັດຕາ​ການຮຽນ​ຈົບ​ຈາກ​ມະຫາວິທະຍາ​ໄລ​ຂອງ​ພວກ​ຊາວ​ໜຸ່ມ. ​ທ່ານ​ລອງ​ຄິດ​ເບິ່ງ ມັນເປັນ​ສິ່ງທີ່​ຮັບ​ເອົາ​ບໍ່​ໄດ້ ​ແຕ່​ມັນ​ກໍບໍ່ແມ່ນ ເລື້​ອງທ່ີ​ຕ່າວ​ປີ້ນ​ຄືນບໍ່​ໄດ້. ພວກ​ເຮົາ​ສາມາດ​ກັບ​ຄືນ​ມາ​ນໍາ​ໜ້າ​ໄດ້​ອີກຢູ່.”

ປະທານາທິບໍດີ ໂອບາມາ ກ່າວວ່າ ຄວາມສຳເລັດທາງ ດ້ານການສຶກສາ ແລະຄວາມສໍາ​ເລັດທາງເສດຖະກິດນັ້ນ ເປັນສິ່ງ​ທີ່​ພົວພັນ​ເຊື່ອມ​ໂຍງ​ກັນ ໂດຍສະເພາະຢູ່​ໃນ​ຢຸກທີ່ເສດຖະກິດໂລກກວມ​ໄປ​ທົ່ວປະຖະພີ​ ໂດຍ​ມີຂໍ້ມູນແລະເທັກໂນ ໂລຈີ່ເປັນຕົວຂັບດັນນັ້ນ. ເປົ້າໝາຍຂອງທ່ານປະທານາທິບໍນັ້ນ ກໍແມ່ນວ່າ ຢາກໃຫ້ຊາວ ອາເມຣິກັນຮຽນສຳເລັດການສຶກສາຂັ້ນປະລິນຍາ ເພີ່ມຂື້ນອີກ 8 ລ້ານຄົນ ພາຍໃນປີ 2020. ທ່ານ​ໂອ​ບາ​ມາ ກ່າວຕື່ມວ່າ:

“ການ​ສຶກສາ​ແມ່ນ​ແມ່ນ​ເລື້ອງ​ເສດຖະກິດ​ອັນ​ນຶ່ງ. ການ​ສຶກສາແມ່ນ​ເປັນບັນຫາ ເສດຖະກິດ​ໃນ​ຍຸກ​ສະ​ໄໝ​ຂອງ​ເຮົາ. ມັນ​ເປັນ​ບັນຫາ​ເສດຖະກິດເມື່ອອັດຕາ​ການ​ ຫວ່າງ​ງານ​ ສໍາລັບຜູ້​ຄົນ​ທີ່​ບໍ່​ເຄີຍເຂົ້າ​ຮຽນ​ໃນມະຫາວິທະຍາ​ໄລຈັກເທື່ອ ​ເພີ່ມ​ຂຶ້ນ ​ເກືອ​ບ​ເປັນ​ສອງເທົ່າຂອງ​ພວກ​ທີ່​ໄດ້​ໄປ​ຮຽນ​ມະຫາວິທະຍາ​ໄລ​ນັ້ນ. ການ​ສຶກສາ​ ເປັນ​ບັນຫາເສດຖະກິດ ​ເມື່ອ​ວຽກການໃໝ່ 8 ​ໃນ 10 ວຽກ​ໃດ​ຈະ​ຕ້ອງການ​ແຮງ​ ງານ ທີ່​ໄດ້​ຮັບ​ການ​ເຝິກອົບຮົມ ຫລື​ການ​ສຶກສາ​ໃນລະ​ດັບ​ສູງ​ ​ພາຍ​ໃນ​ທ້າຍ​ທົດ ​ສະວັດນີ້. ການ​ສຶກສາ​ເປັນ​ບັນຫາ​ເສດຖະກິດ ເມື່ອ​ພວກ​ເຮົາ​ຮູ້​ດີ​ຢ່າງ​ຄັກ​ແນ່​ແລະ​ບໍ່​ມີ​ຄວາມ​ສົງ​ໄສ​ໃດໆວ່າ ​ພວກ​ປະ​ເທດ​ທີ່​ມີລະດັບການ​ສຶກສາເໜືອ​ພວກ​ເຮົາ​ໃນ​ ສູ່​ມື້​ນີ້ ຈະ​ກ້າວໜ້າລື່ນພວກເຮົາໄປ​ໃນ​ມື້​ອື່ນ.”

ປະທານາທິບໍດີ ໂອບາມາກ່າວວ່າ ໃນຕອນທ່ານເປັນຊາຍໜຸ່ມນັ້ນ ທັງທ່ານເອງແລະສະຕີ ໝາຍເລກນຶ່ງ Michele Obama ພັນລະ​ຍາຂອງ​ທ່ານ ຕ້ອງໄດ້ດິ້ນຮົນຕໍ່ສູ້ເພື່ອຫາເງິນ ມາຊໍາລະໜີ້ສິນ ທີ່ກູ້ຢືມມາເພື່ອ​ຈ່າຍຄ່າຮຽນນັ້ນ. ທ່ານກ່າວວ່າ ໂອກາດໃນການສຶກສາ ຮໍ່າຮຽນ ຈະຕ້ອງບໍ່ຖືກຈໍາກັດຮັດແຄບ ຍ້ອນສະພາວະການເງິນຂອງຄອບຄົວ.

ປະທານາທິບໍດີໂອບາມາໃຫ້ຂໍ້ສັງເກດວ່າ ລັດຖະບານກາງໄດ້ປັບປຸງລະບົບເງິນກູ້ຢືມ​ສໍາລັບ ນັກສຶກສາ​ໃຫ້​ດີ​ຂຶ້ນ​ແລ້ວ ຂະນະ​ດຽວ​ກັນກໍເພິ່ມການ​ໃຫ້ສິນເຊື່ອດ້ານພາສີ ແກ່ພວກຄວບ ຄົວທີ່ມີບັນຫາຫລື​ຕ້ອງ​ດິ້ນຮົນ ​ໃນ​ການຈ່າຍຄ່າສຶກສາ​ໃຫ້​ລູກໆ​ນັ້ນ. ທ່ານປະທານາທິບໍດີ ກ່າວວ່າ ແຕ່ພ້ອມດຽວກັນ ກໍ​ຕ້ອງ​ດໍາ​ເນີນຄວາມພະຍາຍາມສືບ​ຕໍ່​ໄປ ​ເພື່ອຊຸກຍູ້ອັດຕາ ການຮຽນຈົບການສຶກສາຂັ້ນມະຫາວິທະຍາໄລໃຫ້ສູງຂື້ນຢ່າງຕໍ່ເນຶ່ອງ.

ທ່ານໂອບາມາຍອມຮັບວ່າ ​ເວລາ​ນີ້ ສະຫະລັດກໍາລັງປະເຊີນກັບຍຸກເສດຖະກິດທີ່​ລໍາບາກ ຢ່າງໜັກ ແລະວ່າອາດຈະມີພວກນັກຮຽນບາງຄົນ ທີ່ອາດຕັ້ງ​ຄໍາຖາມວ່າ ມັນ​ຈະ​ເປັນການ ​ສະຫລາດ​ບໍ່ ທີ່​ຈະ​ເສຍສະຫລະ​ເວລາ​ໄປ​ຮຽນຂັ້ນສູງ ໃນເມື່ອວ່າຕະຫລາດວຽກງານ ​ເບິ່ງ​ຄື​ວ່າ​ມືດ​ມົນບໍ່​ແຈ່ມ​ໃສ​ເລີຍ. ແຕ່ປະທານາທິບໍດີໂອບາມາກ່າວວ່າ ອະນາຄົດທີ່ສະຫວ່າງສົດ ໃສຂຶ້ນ ໃນດ້ານເສດຖະກິດນັ້ນ ຈະ​ມີ​ຂຶ້ນ​ໄດ້ ກໍ​ຕໍ່​ເມື່ອ​ມີໜ່ວຍແຮງງານ ທີ່ມີການສຶກສາດີ ເທົ່ານັ້ນ. ແລະທ່ານ​ກ່າວວ່າ ພວກນັກສຶກສາຂອງຍຸກປັດຈຸບັນນີ້ ເປັນຄວາມຫວັງຂອງ​ປະ ​ເທດ​ຊາດ ສໍາລັບ​ອະນາຄົດ​ທີ່ຈະເຣີນຮຸ່ງເຮືອງ ຂື້ນກ່ວາ​ເກົ່າ ໃນພາຍພາກໜ້າ.

ເປັນເວລາຫລາຍສິບປີມາແລ້ວ ທີ່ລະບົບການສຶກສາຂັ້ນສູງຂອງອາເມຣິກາ ​ແມ່ນ​ຮວມຢູ່​ ໃນພວກ​ລະບົບ​ທີ່ຖືວ່າດີທີ່ສຸດຂອງໂລກ. ແຕ່ວ່າໃນໄລຍະບໍ່ເທົ່າໃດປີຜ່ານມານີ້ ຈຳນວນ ສ່ວນຮ້ອຍຂອງພວກນັກນຶກສາອາເມຣິກັນ ທີ່ຮຽນຈົບຂັ້ນມະຫາວິທະຍາໄລນັ້ນ ໄດ້ຫລຸດ ຕໍ່າລົງ ເນຶ່ອງຈາກຄ່າຮໍ່າຮຽນຢູ່ໃນມະຫາວິທະຍາ​ໄລ​ຂອງລັດ ກໍ​ຄືສະຖາບັນເອກກະຊົນ ໄດ້ ຖີບຕົວສູງຂື້ນຢ່າງ​ຫລວງຫລາຍ.

XS
SM
MD
LG