ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາ ໂຈມຕີ ການເກື້ອກຸນລົດຍົນຂອງຈີນ ໃນການໂຄສະນາຫາສຽງ (ວີດີໂອກ່ຽວຂ້ອງ)


US Elections Heat Up, China Trade Tensions Rise
please wait

No media source currently available

0:00 0:02:57 0:00
ລິງໂດຍກົງ

A worker walks among newly-made red lanterns ahead of the Spring Festival at a family workshop in Wenxian county, Henan province, China.

ລັດຖະບານ​ໂອ​ບາ​ມາ​​ໄດ້​ຮ້ອງທຸກ ຕໍ່​ອົງການ​ການ​ຄ້າ​ໂລກ ຫຼື WTO ວ່າ​ຈີນກໍາລັງ​ໃຫ້​ເງິນ​ອຸດໜຸນ​ເກືອ​ກຸນຢ່າງ​ຜິດ​ກົດໝາຍ ​ແກ່​ການ​ສົ່ງ​ອອກ​ສິນ​ຄ້າ ຈາກ​ວົງ​ການ​ອຸດສາຫະກໍາ​ລົດຍົນ​ແລະ​ເຄຶ່ອງອາ​ໄຫຼ່ລົດຍົນ​ຂອງ​ຕົນ. Kent Klein ຜູ້​ສື່​ຂ່າວ​ວີ​ໂອ​ເອ ລາຍ​ງານ​ມາຈາກ​ທໍານຽບຂາວ​ວ່າ ປະທານາທິບໍດີ​ບາຣັກ​ ໂອ​ບາ​ມາ ​ໄດ້​ປະກາດຂ່າວ​ນີ້ ​ເມື່ອ​ວັນ​ຈັນ​ຜ່ານ​ມາ​​ ຕອນ​ທີ່ທ່ານ​ໂຄສະນາ​ຫາ​ສຽງ​ຢູ່​ລັດ​ໂອ​ໄຮ​ໂອ ຊຶ່ງ​ເປັນ​ລັດ​ທີ່​​ທັງ​ສອງ​ພັກການ​ເມືອງ​ຂອງ​ສະຫະລັດ ​ມີ​ຄະ​ແນນ​ສູ​ສີ​ກັນ ​ແລະ​ເປັນ​ລັດ​ນຶ່ງ​ທີ່​ເສດຖະກິດ​ ອາ​​ໄສ​ກາງ​ຕໍ່ນໍາ ການ​ຜະລິດ​ລົດຍົນຫຼາຍທີ່​ສຸດ. ທອງ​ປານ ມີ​ລາຍ​ລະ​ອຽດ ມາສະ​ເໜີ​ທ່ານ.

ບັນດາ​ເຈົ້າໜ້າ​ທີ່​ທໍານຽບຂາວ​ກ່າວ​ວ່າ ວຽກ​ງານ​ເກື​ອບຮອດ ນຶ່ງໜ້າ​ວຽກ​ໃນທຸກໆ​ແປດ​ໜ້າວຽກ​ໃດ ໃນ​ລັດ​ໂອ​ໄຮ​ໂອ​ນັ້ນ ​ແມ່ນ​ເປັນ​ວຽກ​ທີ່​ກ່ຽວ​ພັນ​ກັບ​ອຸດສາຫະກໍາ​ລົດຍົນ. ດັ່ງ​ນັ້ນ​ ປະທາ​ນາ​ທໍ​ບໍດີ​ໂອ​ບາ​ມາ​ຈຶ່ງ​ໄດ້ເດີນທາງ​ໄປ​ຍັງ​ເມືອງ Cincinnati ລັດ​ໂອ​ໄຮ​ໂອ ​ແລະ​ບອກພວກ​ສະໜັບສະໜຸນ​ທ່ານ​ວ່າ ຈີນ​ບໍ່​ປະຕິບັດ​ຕາມ​ກົດ​ເກນ. ທ່ານ​ໂອ​ບາ​ມາ​ກ່າວ​ວ່າ:

“​ມື້​ນີ້ ລັດຖະບານ​ຂອງ​ຂ້າພະ​ເຈົ້າໄດ້ທໍາ​ການ ​ເຄື່ອນ​ໄຫວ​ຊຸດ​ໃໝ່​ຕໍ່ຕ້ານ​ຈີນ ​ເທື່ອ​ນີ້​ແມ່ນ​ຕໍ່ຕ້ານ​ການ​​ເກື້ອ​ກຸນທີ່​ຜິດ​ກົດ ໝາຍ​ຂອງ​ຈີນ ທີ່​ຊຸ​ກຍູ້​ໃຫ້​ບໍ​ລິ​ສັດ​ຕ່າງໆ​ຍົກຍ້າຍ​ ວຽກ​ການ​ຜະລິດເຄຶ່ອງ ອາ​ໄຫຼ່ລົດໄປ​​ເຮັດ​ຢູ່ຕ່າງປະ​ເທດ. ການ​​ເກື້ອກຸນ​ດັ່ງກ່າວນີ້​ແມ່ນ​ສ້າງ​ຄວາມ​ເດືອດຮ້ອນ​ໂດຍ​ກົງ​ຕໍ່​ຍິງ​ແລະ​ຊາຍ​ຢູ່​ໃນ​ໂຮງງານ​ປະກອບ​ລົດຍົນໃນ​ລັດ​ ໂອໄຮ​ໂອ ​ແລະ​ລັດ​ມິ​ຊິ​ກັນ ​ແລະ​ທົ່ວ​ເຂດ​ພາກ​ກາງ​ Midwest ຂອງ​ສະຫະລັດ.”

​ໃນ​ການເຄື່ອນ​ໄຫວ​ໃໝ່​ດັ່ງກ່າວ​ນີ້ ຜູ້​ແທນ​ການ​ຄ້າ​ສະຫະລັດ​ໄດ້​ຢືນໜັງສື​ຮ້ອງທຸກ​ຕໍ່​ອົງການ​ການ​ຄ້າ​ໂລກ ຫຼື WTO ຕັ້ງ​ຂໍ້​ຫາ​ວ່າ​ ຈີນ​ໄດ້​ໃຫ້ການເກື້ອ​ກຸນ​ຢ່າງ​ເກີນ​ຂອບ​ເຂດ ​ແກ່ບໍລິສັດ​ຕ່າງໆຂອງ​ຈີນ ທີ່​ຜະລິດ​ລົດ​ຍົນ​ແລະ​ອາ​ໄຫຼ່​ລົດຍົນ ​ເພື່ອ​ການ​ສົ່ງ​ອອກ.

​ເຈົ້າໜ້າ​ທີ່​ການ​ຄ້າ​ສະຫະລັດ​ກ່າວ​ວ່າ ນອກ​ນີ້​ແລ້ວ​ ພວກ​ເຂົາ​ເຈົ້າຍັງ​ເອົາ​ ບາດກ້າວ​ໜັກໜ່ວງ​ອອກ​ໄປ​ອີກ ຕໍ່​ກໍລະນີ​ນຶ່ງ​ທີ່ໄດ້ຢືນ​ຟ້ອງ​ຕໍ່​ອົງການ WTO ໃນ​ເດືອນ​ກໍລະກົດ ກ່ຽວ​ກັບ​ການ​ເກັບພາສີອາກອນ​ຕໍ່​ລົດຍົນຂອງ​ອະ​ເມຣິກັນທີ່​ສົ່ງ​ອອກ​ໄປ​ຍັງ​ຈີນ​ນັ້ນ. ປະທານາທິບໍດີໂອ​ບາ​ມາ​ໄດ້ປະກາດ ​ກໍລະນີ​ດັ່ງກ່າວ​ນີ້ ​ເວລາ​ທ່ານໄປໂຄສະນາ​ຫາ​ສຽງ​ເທື່ອ​ກ່ອນ ຢູ່ລັດ​ໂອ​ໄຮ​ໂອ​ນັ້ນ.

ວັນ​ຈັນ​ຜ່າ​ນມາ​ນີ້ ທີ່​ເມືອງ Cincinnati ​ທ່ານ​ໂອ​ບາ​ມາ​ໄດ້​ຕໍາ​ໜິຕິຕຽນ​ຢ່າງ​ແຮງ ປະວັດ​ດ້ານທຸລະ​ກິດ​ຂອງ ທ່ານ​ມິດ ຣອມນີ ອະດີດ​ຜູ້​ວ່າການ​ລັດ Massachusetts ຊຶ່ງ​ເປັນຄູ່​ແຂ່ງ​ຂອງ​ທ່ານ ຈາກພັກ​ຣີພັບ​ບລິ​ກັນ.

ບໍລິສັດລົງທຶນ Bain Capital ຊຶ່ງ​ເປັນ​ບໍລິສັດ​ທີ່​ທ່ານມິດ ຣອມນີ ກໍ່​ຕັ້ງ​ຂຶ້ນ​ມາ​ນັ້ນ​ ​ໄດ້​ລົງທຶນ​
ໃສ່​ທຸລະ​ກິດຕ່າງໆ​ຈໍານວນ​ນຶ່ງ ​ທີ່​ສົ່ງວຽກ​ອອກ​ຈາກ​ສະຫະລັດ​ ໄປເຮັດຢູ່ຕ່າງປະ​ເທດ ບ່ອນ​ທີ່​ແຮງງານ​ຖືກ​ກ່ວາ​ຢູ່​ໃນ​ສະຫະ ລັດ. ປະທານາ​ທິບໍດີ​ໂອ​ບາ​ມາ​ເອີ້ນ​ບັນດາ​ຜູ້​ນໍາ​ບໍລິສັດ Bain Capital ວ່າ ​ເປັນ​ຕົວ​ການ​ບຸກ​ເບີກ​ສົ່ງ​ວຽກ​ ອອກ​ໄປ​ຕ່າງປະ​ເທດ.
​ທ່ານໂອ​ບາ​ມາ​ກ່າວ​ວ່າ:

“ທ່ານ​ມິດ ຣອມນີ ​ມີ​ລາຍ​ໄດ້ຈາກ​ການລົງທຶນ​ໃສ່​ບໍລິສັດຕ່າງໆ​ທີ່​ຍົກຍ້າຍ​ວຽກ​ງານ ຈາກ​ສະຫະລັດ​ໄປ​ຍັງ​ຈີນ. ​ພວກບໍລິສັດ ຕົວ​ການ​ບຸກ​ເບີກຍ້າຍວຽກ. ບັດ​ນີ້ ລັດໂອ​ໄຮ​ໂອ ພວກ​ທ່ານ​ບໍ່ສາມາດ​ປະ​ເຊີນ​ໜ້າ​ກັບຈີນ​​ໄດ້ແລ້ວ​ ໃນ​ເມື່ອສິ່ງ​ທີ່​ທ່ານ​ໄດ້​ກະທໍາ​ໄປ​ທັງ​ໝົດນັ້ນ ​ກໍຄື​ ສົ່ງວຽກ​ຂອງ​ພວກ​ເຮົາ​ໄປ​ໃຫ້ຈີນ.”

ທ່ານ ມິດ ຣອມນີ ​ໄດ້​ກ່າວ​ໂຕ້​ຕອບ​ທ່ານ​ໂອ​ບາ​ມາ ຢູ່ທີ່​ກອງ​ປະຊຸມທຸລະ​ກິດບັ້ນ​ນຶ່ງ​ ທີ່​ນະຄອນ Los Angeles ລັດ​ແຄ​ລິ​ຟໍ​ເນຍ. ທ່ານ​ມິດ ຣອມນີ ເວົ້າ​ວ່າ:

ທ່ານ​ປະທານາ​ທິບໍດີ​ອາດ​ຄິດ​ວ່າ ການ​ປະ ກາດ​ການ​ຢືນ​ຟ້ອງ​​ເລື້ອງການ​ຄ້າ​ຊຸດ​ໃໝ່​ ​ໃນ​ໄລຍະ​ບໍ່​ເຖິງ​ສອງ​ເດືອນ​ກ່ອນ ການ​ເລືອກ​ຕັ້ງນັ້ນ ຈະ​ຫັນເຫ​ຄວາມ​ສົນ​ໃຈ​ອອກ​ໄປ​ຈາກ​ປະວັດ​ການບໍລິ ຫານ​ປະ​ເທດ​ຂອງ​ທ່ານ​ໄດ້​. ​ແຕ່​ວົງ​ການ​ທຸລະ​ກິດ ​ແລະ​ຄົນ​ງານ​ອະ​ເມຣິກັນ ​ທີ່​ພາກັນ​ດິ້ນຮົນຕໍ່ສູ້ ຢູ່​ເທິງເວທີ​ ທີ່​ບໍ່​ສະເໝີ​ພາບ​ກັນ​ ແມ່ນ​ຮູ້​ດີ​ໄປກວ່າ​ນັ້ນ. ຖ້າ​ຫາກ​ຂ້າພະ​ເຈົ້າຮູ້ວ່າ​ ສິ່ງດຽວ​ເທົ່າ​ນັ້ນທີ່​ຈະ​​ເຮັດໃຫ້​ທ່ານ​ໂອ​ບາ​ມາ​ລົງ ມື​ປະຕິບັດ​ການ ກໍ​ຄື​ລົງ​ໂຄສະນາ ອ້າງ​ເຖິງການ​ບໍ່​ເຮັດ​ຫຍັງຂອງ​ທ່ານ ຕໍ່​ການ​ໂກງ​ຂອງ​ຈີນນັ້ນ​ແລ້ວ ຂ້າພະ​ເຈົ້າກໍ​ແມ່ນຈະ​ລົງ​ໂຄສະ​ນາ​ແຕ່​ດົນ ແລ້ວ.”

ທ່ານ ຣອມນີ ໄດ້​ກ່າວ​ໂຈມ​ຕີມາ​ດົນ​ນານ​ແລ້ວ ຕໍ່​ທ່າ​ທີ​ຂອງປະທານາທິບໍດີ ​ໂອ​ບາ​ມາ ກ່ຽວ​ກັບ​ບັນຫາ​ການ​ຄ້າ​ຂອງ​ຈີນ ​ແລະໄດ້ໃຫ້​ດໍາ​ໝັ້ນ​ສັນຍາ​ທີ່​ຈະວາງ​ມາດ​ຕະການ​ທີ່​ໜັກໜ່ວງ​ກວ່າ​ນັ້ນ ​ເພື່ອ​ບັງຄັບໃຫ້​ປະຕິບັດກົດ ໝາຍ​ການ​ຄ້ານັ້ນ.

​ເຫຼືອ​ເວລາ​ອີກພຽງ 45 ມື້ກ່ອນ​ການ​ເລືອກ​ຕັ້ງ ການ​ສໍາ​ຫຼວດຫາງສຽງ​ມະຫາຊົນ​ຫຼາຍໆ​ບັ້ນ ພົບ​ວ່າ​ທ່ານ​ໂອ​ບາ​ມາ​ມີ​ຄະ​ແນນ​ນໍາ​ໜ້າ​ໜ້ອຍ​ນຶ່ງ​ໃນ​ທົ່ວ​ປະເທດ.

​ແຕ່ປະທານາທິບໍດີ​ໂອ​ບາ​ມາ ມີ​ຄະ​ແນນ​ນໍາ​ໜ້າທ່າ​ນມິດ ຣອມນີ ຫຼາຍ​ເຖິງ 7 ​ເປີ​ເຊັນ ຢູ່ລັດ​ໂອ​ໄຮ​ໂອ ຊຶ່ງ​ເປັນ​ລັດ​ທີ່​ບັນດາ​ນັກວິ​ເຄາະ​ກ່າວ​ວ່າ ຈະ​ມີ​ບົດບາດ​ສໍາຄັນ ຕໍ່​ຜົນ​ການ​ເລືອກຕັ້ງ ໃນ​ວັນ​ທີ 6 ​ເດືອນ​ພະຈິກຈະ​ມາ​ນີ້​.
XS
SM
MD
LG