ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານໂອບາມາ ຮຽກຮ້ອງໃຫ້ ລັດຖະສະພາ ໃຫ້ຄວາມສໍາຄັນ ແກ່ປະເທດຊາດ (ເບິ່ງວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກໂອບມາ
ປະທານາທິບໍດີສະຫະລັດ ທ່ານບາຣັກໂອບມາ

ປະທານາທິບໍດີບາຣັກໂອບາມາໄດ້ຮຽກຮ້ອງອີກຄັ້ງນຶ່ງຕໍ່ລັດຖະສະພາສະຫະລັດໃຫ້ຖືສໍາຄັນ
ເລື່ອງປະເທດຊາດຫຼາຍກວ່າເລື່ອງການເມືອງ ແລະຊອກຫາຊ່ອງທາງຊ່ອຍໃຫ້ປະຊາຊົນ​ມີ
ວຽກເຮັດງານທຳ.

ທ່ານໂອບາມາໄດ້ກ່າວຄຳປາໄສປະຈຳສັບປະດາຂອງທ່ານຈາກຫົວເມືອງກະສິກຳແຫ່ງນຶ່ງໃນ
ລັດອິລລີນອຍ ທາງພາກກາງຂອງສະຫະລັດ.

ທ່ານໄດ້ຮຽກຮ້ອງໃຫ້ລັດຖະສະພາຮັບຜ່ານຮ່າງກົດໝາຍວ່າດ້ວຍການສ້າງຖະໜົນ ຊຶ່ງຈະ ສ້າງວຽກເຮັດງານທຳໃນການບູລະນະສ້າງສາຫົນທາງ ຂົວ ແລະສະໜາມບິນຕ່າງໆ.

ນອກນັ້ນແລ້ວ ທ່ານຍັງຮຽກຮ້ອງໃຫ້ສະມາຊິກລັດຖະສະພາ ຕໍ່ອາຍຸໃນການຕັດພາສີເງິນ
ເດືອນ ຊຶ່ງຈະເຮັດໃຫ້ບັນດາຄອບຄົວປະຢັດເງິນໄດ້ 1,000 ໂດລາຕໍ່ປີນັ້ນ.

ທ່ານໂອບາມາເວົ້າວ່າ ນີ້ແມ່ນແນວຄິດແບບພື້ນໆ ທີ່ໄດ້ຮັບການສະໜັບສະໜຸນ ທັງຈາກ ພັກເດໂມແຄຣັທແລະພັກຣີພັບບລີກັນ. ທ່ານເວົ້າວ່າ ບັນດາສະມາຊິກລັດຖະສະພາ ທີ່ຫຼິ້ນ
ການເມືອງ ພວມສະກັດກັ້ນຫຼືແກ່ດຶງປະເທດໄວ້.

ປະທານາທິບໍດີໂອບາມາມີກຳນົດທີ່ຈະເປີດເຜີຍຂໍ້ລິເລີ່ມໃໝ່ກ່ຽວກັບວຽກເຮັດງານທຳ ໃນ
ຕົ້ນເດືອນກັນຍາຈະມານີ້ຫຼັງຈາກສະມາຊິກລັດຖະສະພາກັບຄືນມາຈາກການໄປພັກຮ້ອນ.

ໃນຄຳປາໄສປະຈຳສັບປະດາຂອງພັກຣີພັບບລີກັນນັ້ນ ຜູ້ປົກຄອງຣັດ Ohio ທ່ານ John
Kaysich ໄດ້ຮ້ອງຂໍໃຫ້ບັນດາສະມາຊິກໃນພັກຂອງທ່ານດຳເນີນງານຮ່ວມກັບພັກເດໂມ
ແຄຣັທໃນດ້ານນະໂຍບາຍ ແຕ່ກໍເຕືອນບໍ່ໃຫ້ພວກທ່ານປະນີປະນອມໃນດ້ານຫຼັກການ.

ໃນມື້ວັນສຸກວານນີ້ ລັດຖະບານສະຫະລັດກ່າວວ່າ ໃນເດືອນແລ້ວນີ້ອັດຕາຄົນຫວ່າງງານ
ໄດ້ເພີ່ມຂຶ້ນ ຢູ່ໃນ 28 ລັດແລະຢູ່ທີ່ນະຄອນຫຼວງວໍຊິງຕັນ. 9 ລັດແຈ້ງວ່າອັດຕາຄົນຫວ່າງ
ງານໄດ້ຫຼຸດລົງ ແລະອີກ 13 ລັດບໍ່ມີການປ່ຽນແປງຫຼືບໍ່ຂຶ້ນບໍ່ລົງ.

ອັດຕາຄົນຫວ່າງງານຂອງສະຫະລັດຍັງສືບຕໍ່ຢູ່ໃນລະດັບ 9% ຫຼືສູງກວ່ານັ້ນ ມາໄດ້ສອງ
ປີກວ່າໆແລ້ວ.

XS
SM
MD
LG