ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານໂອບາມາ ກ່າວວ່າ ເສດຖະກິດກໍາລັງຟື້ນຕົວຄືນ


ທ່ານໂອບາມາ ກ່າວວ່າ ເສດຖະກິດກໍາລັງຟື້ນຕົວຄືນ
ທ່ານໂອບາມາ ກ່າວວ່າ ເສດຖະກິດກໍາລັງຟື້ນຕົວຄືນ

ປະທານາທິບໍດີ ບາຣັກ ໂອບາມາ ກ່າວວ່າ ເສດຖະກິດສະຫະລັດກໍາລັງຟື້ນຕົວຄືນ ຫລັງ ຈາກປະເທດຊາດໄດ້ເພີ່ມໜ້າວຽກຂື້ນຫລາຍກວ່າຄາດໝາຍໃນເດືອນເມສາຜ່ານມາ. ຜູ້ສື່ ຂ່າວວີໂອເອ Kent Klein ລາຍງານມາຈາກທໍານຽບຂາວວ່າ ລາຍງານກ່ຽວ​ກັບໜ້າວຽກ ຄັ້ງລ່າສຸດພົບວ່າ ການເຕີບໂຕຂອງໜ້າວຽກໃນພາກສ່ວນເອກະຊົນກໍາລັງດີຂື້ນ. ທອງປານ ມີເລຶ່ອງນີ້ມາສະເໜີທ່ານ.

ລາຍ​ງານ​ກ່ຽວ​ກັບໜ້າ​ວຽກຂອງ​ລັດຖະບານ ທີ່ຖືກ​ນໍາ​ອອກ​ເຜີຍແຜ່​ເມື່ອ​ວັນ​ສຸກ​ອາທິດ​ແລ້ວ​ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ ​ໄດ້ ​ມີ​ການ​ສ້າງ​ໜ້າ​ວຽກ​ເພີ້​ມ ຂຶ້ນ​ເຖິງ 244,000 ວຽກ ຢູ່​ໃນ​ ສະຫະລັດ ​ໃນ​ເດືອນ​ແລ້ວ​ນີ້ ຊື່​ງ​ແມ່ນ​ດີ​ກ່ວາ ທີ່​ພວກ​ນັກ​ເສດຖະສາດ​ທັງຫລາຍ​ໄດ້​ທໍານາຍ​ໄວ້.

ປະທານາທິບໍດີ ໂອບາມາ ​ໄດ້​ໄປ​ຢ້ຽມຢາມໂຮງງານ​ແຫ່ງນຶ່ງ ໃນເມືອງ Indianapolis ລັດອິນເດຍນາ ​ແລະ ບອກພວກຄົນງານຢູ່​ທີ່​ນັ້ນວ່າ ພາກສ່ວນເອກະຊົນຂອງ​ສະຫະລັດ ​ໄດ້ສ້າງໜ້າວຽກເພີ່ມຂຶ້ນທຸກໆເດືອນ ມາ​ເປັນ​ເວລາ​ປີກວ່າແລ້ວ. ປະທານາທິບໍດີ ໂອບາມາ ກ່າວຕໍ່
ໄປວ່າ:

“ນັ້ນໝາຍຄວາມວ່າ ຕະຫລອດໄລຍະ 14 ເດືອນຜ່ານມາ ຄືພຽງປີປາຍ​ເທົ່າ​ນັ້ນ ພວກ
ເຮົາໄດ້ເພີ່ມໜ້າວຽກຕື່ມອີກຫລາຍກວ່າສອງລ້ານໜ້າວຽກ ໃນພາກສ່ວນເອກະຊົນ.”

ແຕ່​ວ່າອັດຕາການຫວ່າງງານ​ໄດ້​ຖີບ​ສູງ​ຂຶ້ນ ຄືຈາກ 8.8 ເປີເຊັນໃນເດືອນມີນາ ມາເປັນ
9.0 ເປີເຊັນໃນເດືອນເມສາ ຊຶ່ງສ່ວນໃຫຍ່​ແມ່ນເປັນຍ້ອນວ່າ ພວກຄົນຫວ່າງງານທີ່ໄດ້ຢຸດ
ເຊົາຊອກວຽກ​ໄປນັ້ນ ໄດ້ພາກັນເລີ່ມຊອກວຽກຄືນອີກ.

ຢ່າງ​ໃດ​ກໍ​ຕາມ ປະທານາທິບໍດີ ໂອບາມາ ກ່າວວ່າ ເວລານີ້ ເສດຖະກິດຂອງ​ປະ​ເທດກໍາ
ລັງກ້າວໄປໃນທິດທາງທີ່ຖືກຕ້ອງ ເຖິງແມ່ນກໍາລັງ​ມີ​ອັນທີ່ທ່ານເອີ້ນວ່າ ລົມຕ້ານ​ຢ່າງແຮງ
ເຊັ່ນລາຄານໍ້າມັນແອສຊັງທີ່ກໍາລັງຖີບຕົວສູງຂື້ນນັບມື້ນັ້ນ ກໍຕາມ. ທ່ານໂອບາມາກ່າວວ່າ:

ປະທານາທິບໍດີ ບາຣັກ ໂອບາມາ ກ່າວຄໍາປາໃສ ທີ່ໂຮງງານ Allison Hybrid.
ປະທານາທິບໍດີ ບາຣັກ ໂອບາມາ ກ່າວຄໍາປາໃສ ທີ່ໂຮງງານ Allison Hybrid.

“ພວກເຮົາໄດ້ປະເຊີນກັບລາຄາ
ນໍ້າມັນແອສຊັງທີ່​ແພງ​ຂຶ້ນ ທີ່​ໄດ້​
ກັດກິນເງິນເດືອນຂອງທ່ານ​ໄປ
ຫລາຍຂຶ້ນ ແລະນັ້ນກໍຄືລົມ​ຕ້ານ
ທີ່ພວກເຮົາຈະຕ້ອງ​ໄດ້​ຮັບ​ມືກັບ
ມັນ. ​ແລະ​ກໍ​ມີເຫດການແຜ່ນ
ດິນໄຫວໃນຍີ່ປຸ່ນ ທີ່ໄດ້ສ້າງຜົນ
ກະທົບອັນໃຫຍ່ຫລວງ ຕໍ່ການ
ຜະຫລິດຕ່າງໆຢູ່ປະ​ເທດ​ເຮົາ ເຊັ່ນກັນ.”

ທ່ານໂອບາມາກ່າວວ່າ ແນ່ນອນ
ມັນຈະຕ້ອງມີຂື້ນມີລົງ ໃນຂະນະ
ທີ່ປະເທດຊາດກ້າວ​ອອກຈາກສະ
ພາວະ​ເສດຖະກິດຕົກຕໍ່ານັ້ນ ແຕ່
ທ່ານກ່າວວ່າ ທ່ານຍັງມີຄວາມ
ຫວັງ​ແລະ​ກໍາລັງໃຈຢູ່ ກ່ຽວກັບອະນາຄົດຂອງເສດຖະກິດຂອງສະຫະລັດນັ້ນ ຊຶ່ງ​ທ່ານ​ກ່າວ​ຕໍ່​ໄປ​ວ່າ:

“ແຕ່ຄວາມຈິງແລ້ວ ພວກເຮົາ​ກໍຍັງກໍາລັງ​ທໍາຄວາມກ້າວໜ້າຢູ່ ແລະນັ້ນພິສູດໃຫ້ເຫັນ
ເຖິງຄວາມ​ສາມາດໃນ​ການກັບຄືນສູ່ສະພາບເດີມຂອງເສດຖະກິດອາເມຣິການັ້ນ ວ່າ
ມີ​ລະດັບ​ສູງ​ປານໃດ ແລະພວກຄົນງານອາເມຣິກັນກໍ​ມີ​ຄວາມ​ສາມາດ​ທີ່ຈະກັບຄືນສູ່
ສະພາບເດີມໄດ້ຢ່າງໃດ ແລະສະ​ແດງ​ໃຫ້​ເຫັນວ່າ ພວກເຮົາສາມາດ​ລົ້ມ​ລົງ​ໄດ້ ແລະ
ກໍ​ສາມາດລຸກຂຶ້ນແລະພາກັນເດີນໜ້າຕໍ່ໄປ​ໄດ້. ນັ້ນຫລະຄືສິ່ງທີ່ພວກເຮົາກໍາລັງ​ເຮັດຢູ່ ໃນເວລານີ້.”

ໂດຍບໍ່ນັບໜ້າວຽກທີ່​ຖືກຕັດລົງໂດຍລັດຖະບານຕ່າງໆ ທັງ​ໃນ​ລະດັບທ້ອງຖິ່ນ ລະດັບລັດ
ແລະລະດັບ​ຊາດ ກໍ​ຄື​ລັດຖະບານ​ກາງ​ນັ້ນ ເສດຖະກິດສະຫະລັດ​ໄດ້ສ້າງໜ້າວຽກໃໝ່ຂຶ້ນອີກ
268,000 ວຽກໃນເດືອນ​ແລ້ວ​ນີ້ ຊຶ່ງ​ແມ່ນຫລາຍທີ່ສຸດນັບຕັ້ງແຕ່ເດືອນກຸມພາປີ 2006 ມາ.

ນັບເປັນເດືອນທີສາມລຽນຕິດ ທີ່ໄດ້ມີການສ້າງໜ້າວຽກເພີ່ມຂຶ້ນຫລາຍກວ່າ 200,000 ໜ້າ
ວຽກ ແລະໜ້າວຽກທີ່ໄດ້ສ້າງເພີ່ມຂຶ້ນໃນເດືອນກຸມພາແລະເດືອນມີນານັ້ນ ກໍໄດ້ຖືກປັບ​ໂຕ
ເລກໃຫ້ສູງຂື້ນ.

ແຕ່ແນວໃດກໍຕາມ ກໍປາກົດວ່າຍັງມີຊາວອາເມຣິກັນທີ່​ຫວ່າງງານຢູ່​ໃນຈໍານວນ 13 ລ້ານ
7 ແສນຄົນ​ໃນ​ເດືອນ​ແລ້ວ​ນີ້ ຊຶ່ງເປັນຈໍານວນເກືອບສອງເທົ່າຂອງ​ເດືອນ​ດຽວ​ກັນ ​ເມື່ອປີ
2007 ກ່ອນ​ເສດຖະກິດເລິ່ມເຂົ້າສູ່ສະພາວະຖອຍຫລັງນັ້ນ.

ໂດຍລວມແລ້ວ ​ໂຕ​ເລກ​ກ່ຽວ​ກັບໜ້າວຽກ​ໃໝ່​ນີ້ຊີ້ໃຫ້ເຫັນວ່າ ວົງການທຸລະກິດທັງຫລາຍ
ແມ່ນມີ​ຄວາມໝັ້ນໃຈໃນເສດຖະກິດ ແລະເຕັມໃຈທີ່ຈະວ່າຈ້າງຄົນ​ງານ​ຕື່ມ ເຖິງແມ່ນມີການ
ເຕີບໂຕທີ່ຊັກຊ້າແດ່ໃນຕົ້ນປີ ບວກກັບລາຄາພະລັງງານທີ່ຖີບຕົວສູງຂຶ້ນກໍຕາມ.

XS
SM
MD
LG